ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າຮ່ວມພິທີເປີດງານວາງສະແດງສິນຄ້າອຸດສາຫະກຳປ້ອງກັນຊາດສາກົນຫວຽດນາມ ປະຈຳປີ 2024.

Dec 20, 2024

ວັນທີ 19 ທັນວາ 2024 . ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ພ້ອມຄະນະ ໄດ້ ເຂົ້າຮ່ວມພິທີເປີດງານວາງສະແດງສີນຄ້າອຸດສາຫະກຳປ້ອງກັນຊາດສາກົນຫວຽດ ນາມ ປະຈຳປີ 2024 ຊຶ່ງຈັດຂຶ້ນຢູ່ສະໜາມບີນຍາເລິມ ນະຄອນຫຼວງໂຮ່ຈິມິນ ສສ. ຫວຽດນາມ. ເຂົ້າຮ່ວມໃນພິທີມີ ສະຫາຍ ຟາມມິງຈິງ ນາຍົກລັດຖະມົນຕີແຫ່ງ ສສ.ຫວຽດນາມ, ມີລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດ, ຕະຫຼອດຮອດບັນດາບໍລິສັດລັດວິສາຫະກິດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ງານຄັ້ງນີ້ຈັດຂຶ້ນຢ່າງສະຫງ່າງາມດ້ວຍການສະແດງສິນລະປະພິເສດຂອງນາຍ ແລະ ພົນທະຫານຂອງກອງທັບປະຊາຊົນຫວຽດນາມຫຼາຍກວ່າ 2,400 ຄົນ ໂດຍສະເພາະກິດຈະກໍາການບິນຕ້ອນຮັບຂອງກອງທັບອາກາດຫວຽດນາມ, ການສາທິດການສູ້ຮົບຂອງກອງທັບບັງຄັບ ແລະ ການສະແດງຄວາມຊໍານິຊຳນານທາງດ້ານຍຸດ ທະວິທີຂອງກອງທັບທະຫານຊາຍແດນ ແລະ ການສະແດງອື່ນໆ ຊຶ່ງມີຄວາມໝາຍພິເສດ ເປັນງານສະແດງສາກົນທີ່ໂດດເດັ່ນທີ່ສຸດ.
ໂອກາດດັ່ງກ່າວ, ທ່ານ ຟາມມິງຈິງ ນາຍົກລັດຖະມົນແຫ່ງ ສສ.ຫວຽດນາມ ໄດ້ສະ ແດງຄວາມເຊື່ອໝັ້ນວ່າງານວາງສະແດງສິນຄ້າອຸດສາຫະກຳປ້ອງກັນຊາດສາກົນຫວຽດນາມ 2024 ໃນຄັ້ງນີ້ຈະປະສົບຜົນສໍາເລັດຢ່າງຍິ່ງ, ນໍາເອົາໂອກາດຫຼາຍຢ່າງໃນການແລກປ່ຽນ, ແບ່ງປັນປະສົບການ, ແລກປ່ຽນຄວາມກ້າວຫນ້າທາງດ້ານວິທະຍາ ສາດ ແລະ ເຕັກໂນໂລຊີ, ການພັດທະນາ, ການປ່ຽນແປງທາງດ້ານຕ່າງໆໃຫ້ສອດ ຄ່ອງກັບນໍ້າໃຈຂອງ “ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາ” ແລະ ໃນໂອກາດດຽວກັນ ກໍ່ໄດ້ຈັດຂື້ນໃນທ່າມກາງບັນຍາກາດທີ່ທົ່ວພັກລັດ ກໍ່ຄືກອງທັບປະຊາຊົນຫວຽດນາມ ພວມຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມຄົບຮອບ 80 ປີ ແລະ ວັນບຸນປ້ອງກັນຊາດທົ່ວປວງຊົນຫວຽດ ນາມ ຄົບຮອບ 35 ປີ ທັງນີ້ກໍ່ຍັງໄດ້ເປັນການຢືນຢັນບົດບາດ ແລະ ການປະກອບສ່ວນຂອງຫວຽດນາມໃນການຮ່ວມມືດ້ານການປ້ອງກັນຊາດສາກົນ, ເປັນສັນຍະລັກຂອງຄວາມໄວ້ວາງໃຈ, ຄວາມນັບຖື ແລະ ຄວາມປາຖະຫນາດີຕໍ່ການຮ່ວມມືລະ ຫວ່າງປະເທດຕ່າງໆ ເພື່ອໂລກທີ່ສະຫງົບສຸກ, ຫມັ້ນຄົງ ແລະ ຈະເລີນຮຸ່ງເຮືອງ, ເປັນການສະແດງໃຫ້ເຫັນເຖິງການສະຫນັບສະຫນູນ ແລະ ຄວາມຈີງໃຈທີ່ມີຄວາມຫມາຍຂອງຫມູ່ເພື່ອນນາໆຊາດທີ່ມີຕໍ່ປະເທດຊາດຂອງຕົນ, ປະຊາຊົນ ແລະ ກອງທັບປະຊາ ຊົນຫວຽດນາມ, ສະແດງຄວາມຈິງໃຈ, ຄວາມໄວ້ວາງໃຈ ແລະ ຄວາມຮັບຜິດຊອບຕໍ່ເພື່ອນຕ່າງປະເທດສະເຫມີ.
ໂອກາດເຂົ້າຮ່ວມໃນງານດັ່ງກ່າວ, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະ ການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ພ້ອມຄະນະ ຍັງໄດ້ຢ້ຽມຊົມງານວາງສະແດງອຸດສາຫະກຳປ້ອງກັນຊາດສາກົນຫວຽດນາມ 2024 ມີຜູ້ແທນສາກົນເຂົ້າຮ່ວມ 66 ທ່ານ ແລະ ມີບໍລິສັດວິສາຫະກິດອຸດສາຫະກໍາປ້ອງກັນຊາດຫຼາຍກວ່າ 240 ບໍລິສັດ ຈາກ 49 ປະເທດ.
ຂ່າວ: ທອງມາ
No photo description available.
May be an image of 6 people and text