ກອງປະຊຸມວຽກງານຍຸຕິທໍາບັນດາແຂວງ ທີ່ມີຊາຍແດນຕິດຈອດກັນ ລະຫວ່າງ ສ ປປ ລາວ-ສສ ຫວຽດນາມ ຈັດຂຶ້ນວັນທີ 19 ທັນວາ 2024 ທີ່ໂຮງແຮມອາມາລີ ນະຄອນຫຼວງວຽງຈັນ ໂດຍເປັນ ປະທານຮ່ວມຂອງທ່ານ ໄພວີ ສີບົວພາ ກໍາມະການສູນກາງພັກ ລັດຖະມົນຕີກະຊວງຍຸຕິທໍາ ສປປ ລາວ ແລະ ທ່ານ ຫງວ້ຽນ ຫ໋າຍ ນີງ ກໍາມະການສູນກາງພັກຄອມມຸນິດຫວຽດນາມ ລັດຖະມົນຕີກະຊວງຍຸຕິທໍາ ສສ ຫວຽດນາມ ມີການນຳຈາກສອງກະຊວງຍຸຕິທໍາ ສປປ ລາວ-ສສ ຫວຽດນາມ ພະແນກຍຸຕິທໍາຂອງບັນດາແຂວງຊາຍແດນ ລາວ-ຫວຽດນາມ ແລະ ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ສຸມໃສ່ສະຫຼຸບຕີລາຄາ ແລະ ຖອດຖອນບົດຮຽນ ຂອງກອງປະຊຸມເປີດກວ້າງ ວຽກງານຍຸຕິທໍາຂອງບັນດາແຂວງທີ່ມີຊາຍແດນຕິດຈອດກັນ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ຄັ້ງທີ V ທີ່ໄດ້ຈັດຂຶ້ນທີ່ ແຂວງແຫງະອານ ສສ ຫວຽດນາມ ໃນປີ 2022 ຜ່ານມາ ພ້ອມທັງຊອກຫາວິທີແກ້ໄຂ ແລະ ວາງທິດທາງແຜນການຮ່ວມມືວຽກງານຍຸຕິທໍາ ຂອງບັນດາແຂວງຊາຍແດນ ລາວ-ຫວຽດ ນາມໃນຊຸມປີຕໍ່ໜ້າ (2024-2026) ແລະ ໄດ້ຄົ້ນຄວ້າປືກສາຫາລືວຽກງານການຄຸ້ມຄອງສັນຊາດທະບຽນຄອບຄົວ ຢູ່ຕາມບໍລິເວນຊາຍແດນຕິດຈອດກັນ ລະຫວ່າງສອງປະເທດ ປະເມີນຜົນຂອງການໃຫ້ສັນຊາດໃຫ້ແກ່ເປົ້າໝາຍ ທີ່ພົວພັນເຖິງຂໍ້ຕົກລົງຂອງສອງລັດຖະບານ ກ່ຽວກັບການແກ້ໄຂບັນຫາການຍົກຍ້າຍຖິ່ນຖານຕາມລໍາພັງໃຈ ແລະ ແຕ່ງດອງທີ່ບໍ່ຖືກຕ້ອງຕາມບໍລິເວນຊາຍແດນຂອງສອງປະເທດ ການກໍ່ສ້າງຖັນແຖວພະນັກງານກະຊວງຍຸຕິທໍານັບແຕ່ ສູນກາງ ແລະ ທ້ອງຖິ່ນ ການຈັດຕັ້ງປະຕິບັດໂຄງການ ODA ນັບແຕ່ການຈັດຕັ້ງປະຕິບັດໂຄງການຊ່ວຍໜູນ ສະຖາບັນຍຸຕິທໍາລາວ ແລະ ສະເໜີທິດທາງແຜນການໃນຕໍ່ໜ້າ ຮັບຟັງຜົນຂອງການຈັດຕັ້ງຜັນຂະຫຍາຍສົນທິສັນຍາຊ່ວຍເຫຼືອເຊິ່ງກັນ ແລະ ກັນທາງດ້ານຍຸຕິທໍາ ວ່າດ້ວຍບັນຫາທາງແພ່ງລະຫວ່າງ ລາວ ແລະ ຫວຽດນາມ ຮັບຟັງການລາຍງານຂອງ 2 ພະແນກຍຸຕິທໍາຂອງແຂວງຝ່າຍລາວ ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານ ສັນຊາດ ແລະ ທະບຽນຄອບຄົວຕາມບໍລິເວນຊາຍແດນຂອງສອງປະເທດ ເພື່ອແລກປ່ຽນບົດຮຽນ ແລະ ເປັນທິດທາງແກ້ໄຂໃນຕໍ່ໜ້າ.
ນອກນີ້ ສອງກະຊວງຍຸຕິທໍາລາວ-ຫວຽດນາມ ຍັງໄດ້ລົງນາມເອກະສານສໍາຄັນນໍາກັນ 2 ສະບັບ ຄື: ແຜນການຮ່ວມມືລະຫວ່າງສອງກະຊວງຍຸຕິທໍາ ລາວ ແລະ ຫວຽດນາມ ປີ 2025 ບົດບັນທຶກການຮ່ວມມືໄລຍະ 2026–2030 ເພື່ອເປັນການສຶບຕໍ່ຍູ້ແຮງການພົວພັນຮ່ວມມື ການພົບປະຢ້ຽມຢາມໃນທຸກລະດັບ ການແລກປ່ຽນບົດຮຽນ ປະສົບການຂອງທັງສູນກາງ ແລະ ທ້ອງຖິ່ນ ຂອງສອງກະຊວງ ແນໃສ່ເພື່ອເປັນການສືບຕໍ່ສະໜັບສະໜູນຊ່ວຍເຫຼືອທາງດ້ານເຕັກນິກວິຊາການ ເຊິ່ງກັນ ແລະ ກັນ ເປັນຕົ້ນການເຝີກອົບຮົມ ຍົກລະດັບ ໄລຍະສັ້ນ ແລະ ໄລຍະຍາວ ເພື່ອເພີ່ມຂີດຄວາມສາມາດໃຫ້ແກ່ພະນັກ ງງານ ແລະ ສະໜອງເຄື່ອງອຸປະກອນ ເພື່ອນໍາໃຊ້ເຂົ້າໃນວຽກງານໃນຂະແໜງການຍຸຕິທໍາຂອງ ສປປ ລາວ ເປັນການປະກອບສ່ວນສໍາຄັນ ເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່ ຄວາມສາມາຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນ ສອງຊາດລາວ-ຫວຽດນາມ ທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ ໃຫ້ໜັ້ນຄົງທະນົງແກ່ນ ເຕີບໃຫຍ່ຂະຫຍາຍຕົວ ແລະ ນັບມື້ແຕກດອກອອກຜົນຍິ່ງຂຶ້ນ.
ທີ່ມາ: ວຽງຈັນໃໝ່





