ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນກະຊວງ ປກສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

Dec 20, 2024

ວັນທີ 19 ທັນວາ 2024, ທີ່ກະຊວງປ້ອງກັນຄວາມສະ ຫງົບ, ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງ ກັນຄວາມສະຫງົບ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຕ້ອນ ຮັບຄະນະຜູ້ແທນກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ນໍາໂດຍ ທ່ານ ພົນຕີ ຫງວຽນວັນລອງ ຮອງລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຂົ້າ ຮ່ວມກອງປະຊຸມຕີລາຄາຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ “ສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ” ໃນລະຫວ່າງວັນທີ 19-20 ທັນວາ 2024.
ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະ ແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ພົນຕີ ຫງວຽນວັນລອງ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມດັ່ງກ່າວເຊິ່ງເປັນການປະກອບສ່ວນເສີມສ້າງສາຍພົວພັນທີ່ຍິ່ງໃຫຍ່, ການຮ່ວມມືຮອບດ້ານ ແລະ ຄວາມສາ ມັກຄີແບບພິເສດ ລະຫວ່າງ ສອງພັກສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າສະເພາະ ກໍຄື ສອງກະຊວງປ້ອງ ກັນຄວາມສະຫງົບ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ມີມູນເຊື່ອໃຫ້ການຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນແລະກັນຕະ ຫຼອດມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ ພ້ອມທັງອວຍພອນໃຫ້ຄະນະຜູ້ແທນດັ່ງກ່າວຈົ່ງປະສົບຜົນສຳເລັດໃນການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ກໍຄື ເຮັດວຽກຮ່ວມກັບຄະນະຮັບຜິດຊອບໂຄງການດັ່ງກ່າວຢູ່ທີ່ກະຊວງປ້ອງກັນຄວາມສະຫງົບໃນຄັ້ງນີ້.
ໂອກາດດຽວກັນນີ້, ທ່ານ ພົນຕີ ຫງວຽນວັນລອງ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ທ່ານຮອງນາຍົກລັດຖະ ມົນຕີ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງແຈ້ງຈຸດປະ ສົງໃນການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ກໍຄື ກະຊວງປ້ອງກັນຄວາມສະຫງົບ ໃນຄັ້ງນີ້ ໃຫ້ທ່ານຮອງນາຍົກ ລັດຖະມົນຕີໄດ້ຮັບຊາບ ໂດຍສະເພາະ ແຜນການ ກໍຄື ວາລະກອງປະຊຸມທີ່ຈະໄດ້ເຮັດວຽກຮ່ວມກັບຄະນະຮັບຜິດຊອບໂຄງການດັ່ງກ່າວຢູ່ທີ່ກະຊວງປ້ອງກັນຄວາມສະຫງົບໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
ພາບ-ຂ່າວ: ແກ້ວ ອຸເພັດ