ວັນທີ 18 ທັນວາ 2024 ທີ່ສູນການຄ້າສະຫວັນ-ໄອເຕັກ ພະແນກອຸດສາຫະກໍາ ແລະການຄ້າແຂວງສະຫວັນນະເຂດ ໄດ້ຈັດພິທີເປີດງານວາສະແດງສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ຫຼື ໂອດ໋ອບ ແຫ່ງຊາດ ຄັ້ງທີ 5 ໂດຍການເປັນປະທານໃນພິທີມີ ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນ ໄກສອນພົມວິຫານ, ທ່ານ ປອ ວັນແສງ ແກ້ວບຸນພັນ ຫົວໜ້າພະແນກອຸດສາຫະກໍາ ແລະການຄ້າແຂວງ, ທ່ານ ຄໍາເຜົ້າ ພັນທຸລັກ ຮອງປະທານສະພາການຄ້າ ແລະອຸດສາຫະກໍາແຂວງ, ເຂົ້າຮ່ວມມີທ່ານກົງສຸນໃຫຍ່ ແຫ່ງ ຣາຊາອາຈັກໄທ ປະຈໍາແຂວງສະຫວັນນະເຂດ, ທ່ານຮອງກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາແຂວງສະຫວັນນະເຂດ, ບັນດາທ່ານເຈົ້າເມືອງ, ຮອງເຈົ້າເມືອງ, ທ່ານຫົວໜ້າພະແນກ, ຮອງພະແນກການຕ່າງໆອ້ອມຂ້າງແຂວງ, ນັກທຸລະກິດທຸກພາກສ່ວນ, ຜູ້ປະກອບການ, ຜູ້ຜະລິດສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ຫຼື ໂອດອບ ພາຍໃນແຂວງ ແລະຕ່າງແຂວງ.
ໂອກາດນີ້ ທ່ານຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງສະຫວັນນະເຂດ ໄດ້ລາຍງານໃຫ້ຮູ້ວ່າ: ການຈັດງານວາງສະແດງສິນຄ້າ “ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ແຫ່ງຊາດ “ ກໍ່ເປັນວຽກໜຶ່ງທີ່ນອນໃນແຜນປະຈໍາແຕ່ລະປີສໍາລັບງານດັ່ງກ່າວ ໄດ້ຈັດຕັ້ງປະຕິບັດມາແຕ່ຊຸມປີ 2018 ມາຮອດປັດຈຸບັນ ພວກເຮົາຈັດເປັນຄັ້ງທີ 5 ແຕ່ການຈັດຕົວຈິງໃນແຕ່ລະຄັ້ງ ກໍ່ອີງໃສ່ຄວາມພ້ອມດ້ານຕ່າງໆ ທັງພາຍໃນ ແລະພາຍນອກ ບາງປີກໍ່ບໍ່ສາມາດຈັດຕັ້ງປະຕິບັດໄດ້, ໃນປີ 2024 ການນຳຂອງພະແນກ ອຸດສາຫະກຳ ແລະການຄ້າ ມີຄວາມເປັນເອກະພາບສູງ ແລະຮ່ວມກັບຫຼາຍພາກສ່ວນ ເປັນຕົ້ນ ບໍລິສັດ ສະຫວັນລາວເວີນ ຈຳກັດ ຈັດງານວາງສະແດງ ສິນຄ້າ “ ໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ “ ຄັ້ງທີ 5 ນີ້ຂຶ້ນ, ທີ່ສູນການຄ້າ ສະຫວັນ – ໄອເຕັກ ( SAVAN-ITECC) ໃນລະຫວ່າງວັນທີ 18 – 22 ທັນວາ 2024, ມາຮອດປັດຈຸບັນ ມີບຸກຄົນ, ນິຕິບຸກຄົນ, ກຸ່ມການຜະລິດຊາວບ້ານ ສາມາດຜະລິດ ແລະ ພັດທະນາສິນຄ້າຂອງຕົນ ຈົນສິນຄ້າດັ່ງກ່າວໄດ້ຮັບການຢັ້ງຢືນ ການນຳໃຊ້ກາໝາຍສິນຄ້າ “ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ແຫ່ງຊາດ “ ມີທັງໝົດ 24 ຫົວໜ່ວຍ, ມີ 109 ຜະລິດຕະພັນ, ມີ 9 ເມືອງ ກັບ 1 ນະຄອນ ແລະພາຍໃນງານມີທັງໝົດ 60 ຫ້າງຮ້ານ, ໃນນັ້ນ ມີ 20 ຫ້າງຮ້ານທີ່ເປັນສິນຄ້າໂອດອບ, ໃນນັ້ນມີສິນຄ້າໂອດອບຕ່າງແຂວງ 5 ຫ້າງຮ້ານ, ມີ ນະຄອນຫຼວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ຫຼວງພະບາງ ສ່ວນທີ່ເຫຼືອແມ່ນບັນດາຫ້າງຮ້ານ ສິນຄ້າອຸດສາຫະກຳ, ຫັດຖະກຳ, ກະສິກຳ ແລະອື່ນໆພາຍໃນແຂວງ ແລະຕ່າງແຂວງ, ພິເສດ ພາຍໃນງານ ພະແນກ ອຸດສາຫະກຳ ແລະ ການຄ້າພວກເຮົາກໍ່ຍັງໄດ້ສ້າງຂະບວນການ ຈັດການຂາຍສິນຄ້າຫຼຸດລາຄາ ເພື່ອຊ່ວຍບັນເທົາ ຄວາມເດືອດຮ້ອນ ໃນການດຳລົງຊີວິດ ຂອງປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ ແລະພາກສ່ວນອື່ນໆ.






