ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຕາງໜ້າສະຖານທູດ ສ.ເກົາຫຼີ ຢ້ຽມວິທະຍຸກະຈາຍສຽງແຫ່ງຊາດລາວ.

Dec 20, 2024

ໃນວັນທີ 20 ທັນວາ 2024 ທ່ານ ນາງ ອຶນຮີ ວູ (Eunhye Woo) ເລຂາສອງ ສະຖານທູດ ສ.ເກົາຫຼີ ໄດ້ ຢ້ຽມຢາມ ແລະ ຕິດຕາມໂຄງການທີ່ ລັດຖະບານ ສ.ເກົາຫຼີ ຊ່ວຍເຫຼືອແກ່ວິທະຍຸກະຈາຍສຽງແຫ່ງຊາດລາວ (ວສລ) ໂດຍການຕ້ອນຮັບຂອງ ທ່ານ ວໍຣະສັກ ປຣະວົງວຽງຄຳ ຮອງຜູ້ອຳນວຍການໃຫຍ່ວິທະຍຸແຫ່ງຊາດລາວ ພ້ອມດ້ວຍຄະນະ.
ໃນໂອກາດນີ້, ທ່ານ ວໍຣະສັກ ປຣະວົງວຽງຄຳ ໄດ້ລາຍງານການນໍາໃຊ້ອຸປະກອນ ແລະ ລົດຖ່າຍທອດສົດ ພາບ-ສຽງ ທີ່ ສ.ເກົາຫລີ ໃຫ້ການຊ່ວຍເຫລືອ ເຊິ່ງຊ່ວຍໃຫ້ ການຖ່າຍທອດສົດຂອງ ວສລ ມີຄວາມຫຼາກຫຼາຍ ແລະ ສາມາດເຂົ້າເຖີງຜູ້ຊົມໄດ້ດີກວ່າເກົ່າ ໂດຍສະເພາະການສະໜອງຂໍ້ມູນຂ່າວສານ, ສາລະບັນເທິງ ໂດຍຜ່ານສື່ອອນລາຍທີ່ ວິທະຍຸກະຈາຍສຽງແຫ່ງຊາດລາວ ນໍາໃຊ້ ເຊັ່ນ: Website, Facebook page, Youtube, Tiktok. ພ້ອມນີ້ ຍັໄດ້ລາຍງານກ່ຽວກັບບັນດາຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການນໍາໃຊ້ເຄື່ອງຊ່ວຍເຫລືອດັ່ງກ່າວທີ່ຕ້ອງໄດ້ສືບຕໍ່ປັບປຸງໃຫ້ດີຂຶ້ນກວ່າເກົ່າໃນຕໍ່ໜ້າ.
ຈາກນັ້ນ ຄະນະດັ່ງກ່າວ ຍັງໄດ້ໄປກວດກາຕົວຈິງຫ້ອງສະຕູດີໂອ ແລະ ລົດຖ່າຍທອດສົດພາບ-ສຽງຂອງວິທະຍຸກະຈາຍສຽງແຫ່ງຊາດທີ່ໄດ້ຮັບການຊ່ວຍເຫລືອຈາກ ສ.ເກົາຫລີ.