ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມຄົບຄະນະບໍລິຫານງານພັກ ສູນກາງແນວລາວສ້າງຊາດ ເປີດກວ້າງ ປະຈຳປີ 2024

Dec 20, 2024

ສູນກາງແນວລາວສ້າງຊາດ ໄດ້ໄຂກອງປະຊຸມຄົບຄະນະບໍລິຫານງານພັກ ສູນກາງແນວລາວສ້າງຊາດ ເປີດກວ້າງ ປະຈຳປີ 2024 ຂຶ້ນ ຢ່າງເປັນທາງການ ໂດຍການເປັນປະທານ ຂອງສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ປະທານສູນກາງແນວລາວສ້າງຊາດ, ມີບັນດາສະຫາຍຮອງເລຂາຄະນະພັກ, ຄະນະປະຈຳພັກ, ກຳມະການພັກ, ຄະນະໜ່ວຍພັກ ອ້ອມຂ້າງ ສູນກາງແນວລາວສ້າງຊາດ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ, ໃນວັນທີ 20 ທັນວາ 2024 ທີ່ສູນກາງແນວລາວສ້າງຊາດ;
ກອງປະຊຸມຄັ້ງນີ້, ໄດ້ສະຫຼຸບຕີລາຄາຄືນການຊີ້ນຳ-ນຳພາ ຂອງຄະນະບໍລິຫານງານພັກ ສູນກາງແນວລາວສ້າງຊາດ ປະຈຳປີ 2024 ສະໄໝທີ V ເປັນຕົ້ນແມ່ນ ສະພາບການເກັບກຳຫາງສຽງສັງຄົມ, ການນຳພາຈັດຕັ້ງຜັນຂະຫຍາຍບັນດາມະຕິ, ຄຳສັ່ງຂອງພັກ ແລະ ວຽກງານການເມືອງ-ແນວຄິດ, ການນຳພາວຽກງານພັກ-ພະນັກງານ, ການປັບປຸງການຈັດຕັ້ງ, ການກະກຽມດຳເນີນກອງປະຊຸມໃຫຍ່ຂອງອົງຄະນະພັກ ພ້ອມທັງຕີລາຄາຄືນຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ໃນໄລຍະຜ່ານມາ ແລະ ວາງທິດທາງວຽກງານຈຸດສຸມ ປີ 2025;
ວາລະດຳເນີນກອງປະຊຸມ ຈະໄດ້ດຳເນີນໄປເປັນເວລາ 2 ວັນ ຄື: ວັນທີ 20 ແລະ ວັນທີ 23 ທັນວາ 2024 ຈຶ່ງຈະສໍາເລັດ.
May be an image of 2 people and text