ໃນຕອນຄ່ຳວັນທີ 19 ທັນວານີ້, ທ່ານ ສີຈິ້ນຜິງ ປະທານປະ ເທດຈີນໄດ້ເຂົ້າຮ່ວມງານລ້ຽງອາຫານຄ່ຳຂອງອົງການປົກຄອງເຂດບໍລິຫານພິເສດມາກາວແລະກ່າວຄຳປາໄສ. ທ່ານສີຈິ້ນຜິງກ່າວວ່າ: 5 ປີຜ່ານມາເປັນ 5 ປີທີ່ບໍ່ທຳມະດາໃນປະຫວັດສາດຂອງມາກາວ, ໂດຍປະເຊີນໜ້າກັບສະຖານະການໂລກເລັ່ງການຜັນແປປ່ຽນແປງຢ່າງໃຫຍ່ທີ່ບໍ່ເຄີຍມີໃນຮອບຮ້ອຍປີ ແລະການທົດສອບອັນຂ້ຽວຂາດຈາກການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຮຸນແຮງໃນຮອບສະຕະວັດ, ອົງການປົກຄອງເຂດບໍລິຫານພິເສດຊຸດທີ 5 ໄດ້ນຳພາວົງການຕ່າງໆຂອງມາກາວສູ້ຊົນຜ່ານຜ່າແລະເຮັດແທ້ທຳຈິງ, ຊຸກຍູ້ໃຫ້ເສດຖະກິດມາກາວຟື້ນຕົວຄືນຢ່າງຕໍ່ເນື່ອງ, ພາລະກິດທຸກລາຍການໄດ້ມີຄວາມຄືບໜ້າຢ່າງຮອບດ້ານແລະ ໄດ້ຂຽນປະຫວັດສາດໜ້າໃໝ່ຂອງພຶດຕິກຳສຳເລັດຜົນຂອງນະໂຍບາຍ “ປະເທດດຽວສອງລະບອບ” ທີ່ມີເອກະລັກພິເສດຂອງມາກາວ.
ທ່ານ ສີຈິ້ນຜິງ ໄດ້ສະເໜີຄວາມປາຖະໜາ 3 ຂໍ້ຕໍ່ມາກາວຄື:
– ໜຶ່ງ: ຂຶ້ນບ່ອນສູງຫຼຽວມອງໄປໄກສຸດສາຍຕາ, ຕັ້ງໜ້າເຊື່ອມຕໍ່ກັບຍຸດທະສາດພັດທະນາແຫ່ງຊາດເຊັ່ນ: ການສ້າງເຂດອ່າວໃຫຍ່ກວາງຕຸ້ງ, ຮົງກົງແລະມາກາວຢ່າງຕັ້ງໜ້າກວ່າເກົ່າ, ເປັນເຈົ້າການກວ່າເກົ່າແລະເສີມຂະຫຍາຍບົດບາດໃຫຍ່ກວ່າເກົ່າໃນເວທີສາກົນ.
– ສອງ: ແມ່ນຫຼອມລວມທຸກສິ່ງທຸກຢ່າງ, ເປີດກວ້າງແລະກວມລວມຫຼາຍກວ່າເກົ່າ, ສາມັກຄີກັນຮວມພະລັງທຸກຝ່າຍພາຍໃຕ້ຄັນທຸງຮັກຊາດແລະຮັກມາກາວເພື່ອເຕົ້າໂຮມຜູ້ມີຄວາມຮູ້ຄວາມ ສາມາດທົ່ວໂລກແລະຮ່ວມກັນສ້າງມາກາວໃຫ້ສວຍງາມກວ່າເກົ່າ.
– ສາມ: ແມ່ນບຸກບືນກ້າວໜ້າຢ່າງເດັດດ່ຽວ, ມີຄວາມເດັດຂາດກວ່າເກົ່າ, ກ້າປ່ຽນແປງໃໝ່, ກ້າປະດິດສ້າງໃໝ່ເພື່ອເສີມຂະຫຍາຍຄວາມດີເລີດຂອງນະໂຍບາຍ “ປະເທດດຽວສອງລະບອບ” ໄດ້ດີກວ່າເກົ່າແລະສ້າງສະພາບການໃໝ່ແຫ່ງການພັດທະນາມາກາວ.
ທີ່ມາ: CMG








