ໃນລະຫວ່າງວັນທີ 17-18 ທັນວາ 2024 ໄດ້ຈັດກອງປະ ຊຸມຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານກາງ ອາຊຽນ+3 ທີ່ ພຽງຈ່າງ, ສ.ເກົາຫຼີ, ພາຍໃຕ້ການເປັນປະ ທານຮ່ວມກັນລະຫວ່າງ ກະຊວງການເງິນ ແລະ ທະນາຄານແຫ່ງ ສປປ ລາວ ຂອງ ສປປ ລາວ ຮ່ວມກັບ ກະຊວງເສດຖະກິດ ແລະ ການເງິນ ແລະ ທະນາຄານກາງ ຂອງ ສ. ເກົາຫຼີ ເຊິ່ງເປັນກອງປະຊຸມຄັ້ງສຸດທ້າຍຂອງຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ພາຍໃຕ້ການເປັນປະທານກອງປະຊຸມອາຊຽນ ປະຈຳປີ 2024.
ໃນນີ້, ຕາງໜ້າກະຊວງການເງິນຂອງລາວ ນໍາພາໂດຍ ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີ ແລະ ຕາງໜ້າທະນາຄານແຫ່ງ ສປປ ລາວ ນຳພາໂດຍ ທ່ານ ສຸລິສັກ ທຳນຸວົງ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ.
ກອງປະຊຸມຄັ້ງນີ້ ແນໃສ່ການຮັບຮອງ ແລະ ປຶກສາຫາລື ເພື່ອຄວາມເປັນເອກະພາບໜ້າວຽກຕ່າງໆທີ່ຕິດພັນກັບການພັດທະ ນາຄວາມໝັ້ນຄົງດ້ານການເງິນຂອງພາກພື້ນ ອາຊຽນ+3 ໂດຍສະເພາະແມ່ນການແກ້ໄຂບັນຫາສະພາບຄ່ອງ ແລະ ການສະ ໜອງທຶນ ເພື່ອໃຫ້ສາມາດຮອງຮັບ ແລະ ແກ້ໄຂ ການເກີດວິກິດການຈາກສະຖານະການຕ່າງໆໃຫ້ແກ່ພາກພື້ນ ໂດຍສະເພາະການກໍານົດເຄື່ອງມືສະໜອງທຶນແບບຮີບດ່ວນ, ການກໍານົດໂຄງສ້າງການສະໜອງທຶນ; ພ້ອມນີ້, ສະມາຊິກໄດ້ຮັບຮອງບັນຫາທີ່ຈະກໍານົດເຂົ້າໃນສັນຍາ CMIM ສະບັບປັບປຸງ ແລະ ຜົນການ ເຮັດທົດລອງກູ້ຢືມກອງທຶນ CMIM ຄັ້ງທີ 15 ທີ່ ທຫລ ໄດ້ເປັນປະທານ ແລະ ດຳເນີນໜ້າທີ່ເປັນຜູ້ປະສານງານໂດຍສາມາດກໍານົດບັນຫາທີ່ຈະກໍານົດເຂົ້າໃນຄູ່ມືການຈັດຕັ້ງປະຕິບັດສັນຍາ CMIM ສະບັບປັບປຸງ ແລະ ໄດ້ຊຸກຍູ້ໃຫ້ບັນຫາອື່ນໆພາຍໃຕ້ກອງທຶນ CMIM ສໍາເລັດຕາມລະດັບຄາດໝາຍ. ນອກຈາກນັ້ນ, ກໍ່ໄດ້ຮັບຊາບຄວາມຄືບໜ້າບັນດາໜ້າວຽກປິ່ນອ້ອມເປັນຕົ້ນແມ່ນວຽກງານການສະໜອງທຶນໃຫ້ພາກພື້ນອາຊຽນ+3 (RFA), ຜົນການຈັດຕັ້ງປະຕິບັດງານຂອງ AMRO ໃນນາມເປັນກອງເລຂາຊຸກຍູ້ວຽກງານການເງິນອາຊຽນ+3; ຄວາມຄືບໜ້າວຽກງານການພັດທະນາຕະຫຼາດພັນທະບັດ ອາຊີ (ABMI) ແລະ ຄວາມຄືບໜ້າວຽກງານການສະໜອງທຶນເພື່ອປ້ອງກັນຄວາມສ່ຽງຈາກການເກີດໄພພິບັດ (DRF).
ກອງປະຊຸມຄັ້ງນີ້ ບັນດາຜູ້ແທນສາມາດເປັນເອກະພາບຕໍ່ກັບບັນຫາສຳຄັນຫຼາຍຢ່າງ ແລະ ຈະສືບຕໍ່ໃຫ້ການຮ່ວມມືຕໍ່ກັບແຜນການຈັດຕັ້ງປະຕິບັດ ເພື່ອສາມາດດໍາເນີນການຈັດຕັ້ງປະຕິບັດໃນຕໍ່ໜ້າ ແລະ ເສີມສ້າງຄວາມເຂັ້ມແຂງ ໃນການເປັນຕາໜ່າງປ້ອງກັນການເກີດວິກິດການທາງການເງິນໃຫ້ພາກພື້ນອາຊຽນ+3.
# ຂ່າວ ແລະ ພາບ: ກົມຮ່ວມມືສາກົນ, ທະນາຄານ ແຫ່ງ ສປປ ລາວ





