ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລະດົມແນວຄວາມຄິດເຂົ້າໃນການຈັດຕັ້ງປະຕິບັດໂຄງການ ເວທີນັກການທູດໜຸ່ມ

Dec 21, 2024

ວັນທີ 20 ທັນວາ 2024, ກົມເສດຖະກິດ, ກະຊວງການຕ່າງ ປະເທດ ໄດ້ເປັນເຈົ້າພາບຈັດ ພິທີເປີດໂຄງການ ແລະ ກອງປະຊຸມປຶກສາຫາລືພາຍໃນ ເພື່ອລະດົມແນວຄວາມຄິດເຂົ້າໃນການຈັດ ຕັ້ງປະຕິບັດໂຄງການ ເວທີນັກການທູດໜຸ່ມ ທີ່ ແຂວງ ອຸດົມໄຊ, ໂດຍໄດ້ຮັບການສະໜັບສະໜູນ ຈາກ ກອງທຶນພິເສດຂອບການ ຮ່ວມມືແມ່ນໍ້າຂອງ-ແມ່ນໍ້າ ລ້ານຊ້າງ.
ກອງປະຊຸມນີ້ ໄດ້ຈັດຂຶ້ນໂດຍການເປັນປະທານຂອງ ທ່ານ ສົມບູນ ສີຫານາດ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງ ປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສຂອບການຮ່ວມມືແມ່ ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຂອງ ສປປ ລາວ ແລະ ໄດ້ຮັບກຽດກ່າວເປີດໂຄງການໂດຍ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະ ມົນຕີກະຊວງ ການຕ່າງປະເທດ ຮ່ວມກັບ ທ່ານ ອຸ່ນແກ້ວ ອ່ອນອາລົມ, ຮອງເຈົ້າແຂວງອຸດົມໄຊ ແລະ ທ່ານ ຫລຽງ ຕ້າຈົງ, ທີ່ປຶກ ສາດ້ານການເມືອງ ປະຈໍາສະຖານເອກອັກ ຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ເຊິ່ງມີຜູ້ເຂົ້າຮ່ວມ ຈາກສະຖານທູດ ສປ ຈີນ ປະ ຈຳ ສປປ ລາວ, ບັນດາກະຊວງຂະແໜງການ ຈາກສູນກາງ ແລະ ພະແນກການ ຕ່າງໆພາຍໃນແຂວງອຸດົມໄຊ ຫຼາຍກວ່າ 50 ທ່ານ.
ຈຸດປະສົງຂອງໂຄງການດັ່ງກ່າວ ແມ່ນເພື່ອສ້າງເວທີໃຫ້ນັກການທູດໜຸ່ມໄດ້ແລກປ່ຽນຄວາມຄິດ ແລະ ບົດຮຽນ ກ່ຽວກັບ ການພົວພັນສາກົນ, ນະໂຍບາຍການທູດ ລວມທັງສະພາບພົ້ນເດັ່ນຂອງພາກພື້ນ ແລະ ສາກົນຮ່ວມກັບບັນດານັກການທູດອາວຸໂສ ແລະ ພະນັກງານກະຊວງການຕ່າງປະເທດ ໃນຫົວຂໍ້ຕ່າງໆ ເຊັ່ນ: ນະໂຍບາຍ ການເຊື່ອມໂຍງ ແລະ ເຊື່ອມຈອດເສດຖະກິດພາກພື້ນ ແລະ ສາກົນ, ການທູດເສດຖະກິດ, ການພົວພັນສາກົນ ແລະ ນະໂຍບາຍການທູດ ຂອງ ສປປ ລາວ, ບົດບາດຄວາມສຳຄັນຂອງຊາວໜຸ່ມ ຕໍ່ ວຽກງານການຕ່າງປະ ເທດ ແລະ ພາວະການ ເປັນຜູ້ນຳຂອງຊາວໜຸ່ມ, ລວມທັງ ວິທີນຳສະເໜີບົດໂຄງການ ເພື່ອຂໍທຶນຈາກກອງທຶນພິເສດຂອບການ ຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຈາກນັກວິທະຍາກອນ ຂອງ ກະຊວງການຕ່າງປະເທດແລະ ຄະນະບໍລິຫານງານຊາວໜຸ່ມກະ ຊວງ ການຕ່າງປະເທດ.
ກອງປະຊຸມໄດ້ ປຶກສາຫາລື ແລະ ລະດົມແນວຄວາມຄິດ ເພື່ອຮ່ວມກັນກຳນົດຫົວຂໍ້ໃຫຍ່ ແລະ ຫົວຂໍ້ສະເພາະ ຂອງໂຄງການເວທີນັກການທູດໜຸ່ມ ທີ່ຈະຈັດຂຶ້ນໃນຕົ້ນປີ 2025 ໂດຍຮ່ວມ ກັບບັນ ດາປະເທດສະມາຊິກ (ສປ ຈີນ, ກໍາປູເຈຍ, ສປປ ລາວ, ມຽນມາ, ໄທ ແລະ ຫວຽດນາມ).