ໃນວັນທີ 20 ທັນວາ ນີ້. ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນ ປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ (22 ທັນວາ 1944 – 22 ທັນວາ 2024) ແລະ 35 ປີ ແຫ່ງວັນປ້ອງກັນຊາດທົ່ວປວງຊົນ (22ທັນວາ 1989- 22 ທັນວາ 2024) ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ. ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ໂຕເລີມ ເລຂາທິການໃຫຍ່ສູນກາງພັກກອມມູນິດຫວຽດນາມ, ສະຫາຍ ເລືອງເກື່ອງ ປະທານປະເທດ ແຫ່ງ ສສ ຫວຽດນາມ, ມີສະຫາຍ ຟ້າມມິງຈິງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ, ມີບັນດາອະດີດການນຳພັກ-ລັດຂັ້ນສູງ, ອະດີດການນຳກະຊວງ ປ້ອງກັນປະເທດແຫ່ງ ສສ ຫວຽດນາມ, ມີສະຫາຍ ພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ມີບັນດາຜູ້ແທນສາກົນ, ບັນດາລັດຖະມົນຕີກະຊວງປ້ອງກັນ ປະເທດຕ່າງໆ, ຜູ້ຕາງໜ້າອົງການຈັດຕັ້ງສາກົນຢູ່ຫວຽດນາມ, ຕະຫຼອດຮອດນາຍ ແລະ ພົນທະຫານກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມ.
ໃນພິທີ, ສະຫາຍ ໂຕເລີມ ໄດ້ກ່າວຄຳປາໄສລະນຶກເຖິງມູນເຊື້ອຕະຫຼອດໄລຍະ 80 ປີ ແຫ່ງການກໍາເນີດເຕີບໃຫຍ່ຂະຫຍາຍຕົວສູ້ຮົບມີໄຊຂອງກອງທັບປະຊາຊົນຫວຽດນາມ ໄດ້ຕິດພັນຢ່າງເລິກເຊິ່ງກັບການເຮັດສໍາເລັດໜ້າທີ່ອັນມີກຽດສະຫງ່າຂອງກອງ ທັບປະຊາຊົນຫວຽດນາມໃນພາລະກິດຕໍ່ສູ້ປົດປ່ອຍຊາດຕ້ານກັບພວກລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ໃຫ້ປະລາ ໄຊຢ່າງເຈັບແສບສາມາດປົດປ່ອຍປະເທດຊາດຫວຽດນາມໄດ້ຢ່າງສົມບູນ ພາຍໃຕ້ການນໍາພາເດັດຂາດໂດຍກົງຮອບດ້ານສະຫຼາດສ່ອງໃສຂອງພັກກອມມູນນິດຫວຽດນາມ ແລະ ປະທານ ໂຮ່ຈິມິນ ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນຫວຽດນາມ ໄດ້ເຮັດໃຫ້ກອງທັບປະຊາຊົນຫວຽດນາມຍາດໄດ້ໄຊຊະນະອັນໃຫຍ່ຫຼວງມາໃຫ້ປະເທດຊາດກໍຄືປະຊາຊົນຫວຽດນາມຢ່າງສະຫງ່າລາສີຕະຫຼອດມາ. ກອງທັບປະຊາຊົນຫວຽດນາມ ໄດ້ພັດທະນາຢ່າງວ່ອງໄວ, ໄດ້ເຮັດຄໍາເລັດຜົນຢ່າງຕໍ່ເນື່ອງ. ຈາກກອງທັບອາວຸໂສໃນຕອນຕົ້ນ ທີ່ມີທະຫານ 34 ຄົນ, ໄດ້ພັດທະ ນາເປັນ 6 ກຸ່ມທະຫານ, ມີກອງທັບປືນ ແລະ ກອງທະຫານສໍາຄັນຈໍານວນໜຶ່ງ, ມີທະຫານຫຼາຍສິບພັນຄົນ, ໄດ້ຮັບໄຊຊະນະຢ່າງຕໍ່ເນື່ອງໃນການສູ້ຮົບອັນໃຫຍ່ຫຼວງຈົນເຖິງທີ່ສຸດໄດ້ຮັບໄຊຊະນະເໜືອດຽນບ້ຽນຟູໄດ້ບັງຄັບໃຫ້ຝຣັ່ງຍອມຈຳນົນ. ກອງທັບທີ່ຫາກໍມີອາຍຸໄດ້ 10 ປີ ໄດ້ເອົາຊະນະກອງທັບທີ່ມີປະສົບການມືອາຊີບທີ່ຖືກຈັດຕັ້ງຂຶ້ນໃນສະຕະວັດທີ 15. ນັ້ນຢືນຢັນເຖິງຄວາມສູງສົ່ງທາງສະຕິປັນຍາຂອງກອງທັບປະຊາຊົນຫວຽດນາມ ແລະ ເປັນການພັດທະນາທີ່ໂດດເດັ່ນ ແລະ ກ້າວກະໂດດຂອງກອງ ທັບປະຊາຊົນຫວຽດນາມ.
ໃນການຈັດຕັ້ງພິທີສະເຫຼີມສະຫຼອງວັນມູນເຊື້ອກອງທັບປະຊາ ຊົນຫວຽດນາມ ຄົບຮອບ 80 ປີ ຄັ້ງນີ້ ສຸດທີ່ມີຄວາມໝາຍ-ຄວາມສໍາຄັນເປັນຢ່າງຍິ່ງຕໍ່ກອງທັບປະຊາຊົນຫວຽດນາມ ເປັນ ການເອກອ້າງທະນົງໃຈຕໍ່ຜົນງານອັນໃຫຍ່ຫຼວງ, ນໍາໃຈເສຍສະຫຼະອັນສູງສົ່ງ ແລະ ການຕໍ່ສູ້ອັນພິລະອາດຫານບໍ່ຍອມຈໍານົນ ຂອງພະນັກງານ-ນັກຮົບ ເຫຼົ່າຮົບຂອງກອງທັບປະຊາຊົນຫວຽດນາມ ເພື່ອຄວາມຢູ່ເຢັນເປັນສຸກຂອງປະຊາຊົນ ແລະ ຄວາມຈະເລີນ ຮຸ່ງເຮືອງຂອງປະເທດຊາດຫວຽດນາມ.
ໃນຕອນທ້າຍພິທີ ສະຫາຍ ໂຕເລີມ ໄດ້ຕາງໜ້າໃຫ້ພັກ-ລັດຖະບານ ແຫ່ງ ສສ ຫວຽດນາມ ປະດັບຫຼຽນໄຊໂຮ່ຈິມິນ ໃຫ້ແກ່ກອງທັບປະຊາຊົນຫວຽດນາມ ຕື່ມອີກ.
ຂ່າວ-ພາບ: ທອງມາ.





