ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮັບຮອງບ້ານໃຫຍ່ສະແຄະ ເປັນຕົວເມືອງນ້ອຍໃນຊົນນະບົດ

Dec 21, 2024

ພິທີປະກາດຮັບຮອງບ້ານໃຫຍ່ສະແຄະ ເມືອງໄຊເຊດຖາ ແຂວງ ອັດຕະປື ເປັນຕົວເມືອງນ້ອຍໃນຊົນນະບົດ ຈັດຂຶ້ນໃນວັນທີ 20 ທັນວາ 2024 ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ພົທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື.
ທ່ານ ເກັດສະໜາ ພັນທະວົງ ເລຂາຄະນະພັກຮາກຖານບ້ານໃຫຍ່ສະແຄະ ໄດ້ລາຍ ງານການສ້າງຈຸດສຸມບ້ານໃຫຍ່ຂອງຕົນເປັນຕົວເມືອງໃນຊົນນະບົດ​ໂດຍສະເພາະແມ່ນຜົນງານການຈັດຕັ້ງປະຕິບັດໃນຕະຫລອດໄລຍະການກະກຽມ, ຜ່ານຈຸດພິເສດ, ສະພາບລວມຂອງບ້ານ ແລະ ແຜນພັດທະນາເສດຖະກິດ- ສັງຄົມໃນຕໍ່ໜ້າ ໂດຍລວມແລ້ວຈຸດສຸມບ້ານໃຫຍ່ ບ້ານສະແຄະ ມີເງື່ອນໄຂຄົບຕາມ 16 ຕົວຊີ້ບອກຂອງການສ້າງບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດ ທີ່ໄດ້ກຳນົດໄວ້ໃນມາດຕາ 9 ຂອງດໍາລັດເລກທີ 348/ລບ ເຊິ່ງອົງການຈັດຕັ້ງກ່ຽວຂ້ອງແຕ່ລະພາກສ່ວນໄດ້ເອົາໃຈໃສ່ຢ່າງໃກ້ຊິດຕິດແທດໃນການນຳພາ-ຊີ້ນຳ ພັດທະນາ​ເສດຖະກິດ-ສັງຄົມ ຕາມແນວທາງປ່ຽນແປງໃໝ່ຂອງພັກ, ຜ່ານການປະເມີນຈາກຄະຮັບຜິດຊອບແມ່ນສາມາດຈັດຕັ້ງປະຕິບັດບັນລຸຕາມມາດຖານ ກວມເປັນສ່ວນໃຫຍ່ ຈຶ່ງໄດ້ຮັບຮອງເອົາບ້ານສະແຄະເປັນຕົວເມືອງນ້ອຍໃນຊົນນະບົດໃນຄັ້ງນີ້ຕາມ​ລະບຽບການ.
ຂ່າວ: ສາຍນ້ຳເຊກອງ