ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສີລະປະສະມັກຫລີ້ນ ກອງພັນໃຫຍ່ 202 ສະແດງຜ່ານລາຍການ

Dec 21, 2024

ພາຍຫລັງທີ່ມີການເຝິກຊ້ອມຂອງໜ່ວຍສີລະປະສະໝັກຫລິ້ນ ຂອງກອງພັນໃຫຍ່ 202 ໃນກອງພົນທີ 2 ເຊິ່ງເລີ່ມຈັດຕັ້ງເຝີກຊ້ອມ ມາແຕ່ທ້າຍເດືອນຕຸລາ ເປັນຕົ້ນມາໃນວັນທີ 19 ທັນວາ 2024 ນີ້ ໄດ້ສະແດງຜ່ານລາຍການ ເພື່ອກະກຽມເຄື່ອນ ໄຫວສະແດງຮັບໃຊ້ ຢູ່ກອງພົນທີ 2 ໂດຍມີ ສະຫາຍ ພັນເອກ ສົມໝາຍ ດອນພະຈັນ ຫົວໜ້າການເມືອງ ກອງພັນໃຫຍ່ 202, ມີຄະນະພັກ-ຄະນະບັນຊາຈາກ ພະແນກການ, ກົມກອງ, ຄະນະຊີ້ນຳລວມ, ຄະນະຮັບຜິດຊອບ, ພ້ອມດ້ວຍ ພະນັກງານ-ນັກ ຮົບເຂົ້າຮ່ວມຮັບຊົມ.
ສະຫາຍ ພັນຕີ ສົມມະລີ ການຸກສີ ຫົວໜ້າຂະແໜງໂຄສະນາ ໄດ້ໃຫ້ຮູ້ວ່າ: ການຝຶກຊ້ອມບັນດາລາຍການສະແດງໃນຄັ້ງນີ້ ແມ່ນສະແດງໃຫ້ເຫັນຜົນ ສຳເລັດຂອງການຝຶກຊ້ອມລາຍການສະແດງທີ່ຈະໄປເຄື່ອນໄຫວສະແດງຢູ່ກອງພົນທີ 2 ເນື່ອງໃນໂອກາດກຽມຕ້ອນຮັບ ກອງປະຊຸມໃຫຍ່ຂອງອົງຄະນະ ພັກກອງພົນທີ 2 ຊຸດທີ VI ແລະ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 76 ປີ ທີ່ຈະມາເຖີງ. ເພື່ອເປັນການກວດໂຄງຮ່າງ ເນື້ອໃນລາຍການສະແດງ ແລະ ອຸປະກອນຮັບໃຊ້ການສະແດງທີ່ມີຄວາມ ພ້ອມເພື່ອກຽມພ້ອມເຮັດສໍາເລັດໜ້າທີ່ການເມືອງຕາມຂັ້ນເທິງມອບໝາຍ. ສຳລັບລາຍການສະແດງໃນຄັ້ງນີ້ ລວມບົດຟ້ອນມີ 3 ລາຍການ ໂດຍພາຍໃຕ້ຫົວຂໍ້ “ພັກຄືແກ້ວຕາດວງໃຈ, ຊື່ລາວດັ່ງກ້ອງ, ເທີດທູນບຸນຄຸນພັກ ” ເຊິ່ງເນື້ອໃນຂອງການສະແດງນີ້ລ້ວນແຕ່ຊ່ອງແສງ ໃຫ້ເຫັນຄວາມເຕີບໃຫຍ່ເຂັ້ມແຂງຂອງກອງທັບປະຊາຊົນປະຕິວັດລາວ, ມູນເຊື້ອຄວາມສາມັກຄີ ລະຫວ່າງ ກອງ ທັບກັບປະຊາຊົນແລະຄວາມຮຸ່ງ ເຮື່ອງສີວິໄລຂອງຊາດລາວ
ພ້ອມດຽວກັນນີ້, ຄະນະຊີ້ນຳ ຍັງໄດ້ປະກອບຄຳຄິດເຫັນ ແລະ ໃຫ້ທິດຊີ້ນຳ ວິຊາ ການໃນການປັບປຸງດັດແກ້ລາຍການສະແດງຕື່ມບາງບັນຫາເພື່ອເຮັດໃຫ້ເນື້ອໃນການສະເເດງແຕ່ລະລາຍການໃຫ້ມີເນື້ອໃນເລິກເຊິ່ງຄົບຖ້ວນ ສົມບູນ.
ພາບ-ຂ່າວ: ຄຳຊາຍ ກວ່າງຄຸນສີ