ວັນທີ 19 ທັນວາ ຜ່ານມານີ້, ອະນຸກຳມະການໂຄສະນາ ຂະບວນການ, ແຂ່ງຂັນ ແລະ ຍ້ອງຍໍ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ສະເຫຼີມສະຫຼອງ 3 ວັນປະ ຫວັດສາດ ຮ່ວມກັບ ບັນດານັກໄອທີ, ນັກປັນຍາປະດິດ, ຊ່ຽວຊານດ້ານ AI, ນັກສິລະ ປະ, ນັກສະແດງ ໄດ້ປຶກສາຫາລືກ່ຽວກັບການນໍາໃຊ້ AI ເຂົ້າໃນການສະແດງບັນດາກິດຈະກໍາຕ່າງໆ ເພື່ອສະເຫຼີມ ສະຫຼອງ 3 ວັນປະຫວັດສາດ ທີ່ສູນກາງແນວລາວສ້າງຊາດ ຊຶ່ງໃຫ້ກຽດເຂົ້າຮ່ວມໂດຍທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກປະທານສູນກາງແນວລາວສ້າງຊາດ ຫົວໜ້າອະນຸກຳມະການໂຄສະນາ, ຂະບວນການ, ແຂ່ງຂັນ ແລະ ຍ້ອງຍໍ.
ໃນນັ້ນ, ຫຼາຍທ່ານໄດ້ປະກອບຄໍາຄິດ-ຄໍາເຫັນຢ່າງກົງໄປກົງມາ ແລະ ສ້າງສັນ. ພ້ອມກັນນີ້, ທ່ານປະທານກອງປະຊຸມໄດ້ຊຸກຍູ້ໃຫ້ບັນດາທ່ານຈົ່ງໃຫ້ການຮ່ວມມືປະກອບສ່ວນຕໍ່ກິດຈະກໍາຕ່າງໆ ເນື່ອງໃນໂອກາດສະເຫຼີມສະຫຼອງ 3 ວັນປະຫວັດ ສາດທີ່ສໍາຄັນຂອງຊາດ-ຂອງພັກ ເພື່ອໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ.
ຂ່າວ-ພາບ: ລີ




