ພິທີເຊັນສັນຍາສໍາປະທານ (CA) ໂຄງການສໍາປະທານເນື້ອທີ່ດິນ 150 ເຮັກຕາ ເພື່ອປູກໝາກແມັກຄາເດເມຍ ແລະ ຖົ່ວລຽນ ເພື່ອຈໍາໜ່າຍພາຍໃນ ແລະ ສົ່ງອອກ ຢູ່ບ້ານພະໜວນດົງ ເມືອງປາກຊ່ອງ ແຂວງຈໍາປາສັກ ລະຫວ່າງ ອົງການປົກຄອງແຂວງຈໍາປາສັກ ຕາງໜ້າໂດຍພະແນກແຜນການ ແລະ ການ ລົງທຶນແຂວງ ກັບ ບໍລິສັດ ປາຄາເວຍ ບໍລະເວນປາກຊ່ອງ ຈໍາກັດຜູ້ດຽວ ຈັດຂຶ້ນໃນວັນທີ 20 ທັນວາ 2024 ທີ່ພະແນກແຜນການ ແລະ ການລົງທຶນແຂວງ.
ໃນພິທີໄດ້ຜ່ານຂໍ້ຕົກລົງຂອງເຈົ້າແຂວງຈໍາປາສັກ ວ່າດ້ວຍການມອບສິດໃຫ້ພະແນກແຜນການ ແລະ ການລົງທຶນແຂວງ ຕາງໜ້າໃຫ້ອົງການປົກຄອງແຂວງເຊັນສັນຍາສຳປະທານ (CA) ໂຄງການ ສຳປະທານເນື້ອທີ່ດິນ 150 ເຮັກຕາ ເພື່ອປູກໝາກແມັກຄາເດເມຍ ແລະ ຖົ່ວລຽນ ເພື່ອຈຳໜ່າຍພາຍໃນ ແລະ ສົ່ງອອກ, ຢູ່ບ້ານພະໜວນດົງ, ເມືອງປາກຊ່ອງ, ແຂວງຈຳປາສັກ ຂອງບໍລິສັດ ປາຄາເວຍ ບໍລະເວນ ປາກຊ່ອງ ຈຳກັດຜູ້ດຽວ.
ໂດຍເຫັນດີອະນຸມັດໃຫ້ພະແນກແຜນການ ແລະ ການລົງ ທຶນແຂວງ ຕາງໜ້າໃຫ້ອົງການປົກຄອງ ແຂວງຈຳປາສັກ ເຊັນສັນຍາສຳປະທານ (CA) ໂຄງການ ສຳປະທານເນື້ອທີ່ດິນ 150 ເຮັກຕາ ເພື່ອປູກໝາກແມັກຄາເດເມຍ ແລະ ຖົ່ວລຽນ ເພື່ອຈຳໜ່າຍພາຍໃນ ແລະ ສົ່ງອອກ, ຢູ່ບ້ານພະໜວນດົງ, ເມືອງປາກຊ່ອງ, ແຂວງຈຳປາສັກ ຂອງ ບໍລິສັດ ຢາຄາເວຍ ບໍລະເວນ ປາກຊ່ອງ ຈຳກັດຜູ້ດຽວ.
ຮ່ວມລົງນາມໃນພິທີ, ຝ່າຍອົງການປົກຄອງແຂວງ ປະກອບມີ: ທ່ານ ປອ ສຸກສະຫວັນ ວິໄລວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ເຊັນໃນນາມຂອງແຂວງຈຳປາສັກ, ທ່ານ ຄໍາ ນິລະວົງ ວ່າການຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ເຊັນເປັນພະຍານ,ທ່ານ ບຸນລິດ ເທບບຸນສູງ ວ່າການເຈົ້າເມືອງປາກຊ່ອງ ເຊັນເປັນ ພະຍານ ແລະ ຝ່າຍບໍລິສັດ ມີ: ທ່ານ ເລວັນຍາ ອໍານວຍການບໍລິສັດ ປາຄາເວຍ ບໍລະເວນ ປາກຊ່ອງ ຈໍາກັດຜູ້ດຽວ, ທ່ານ ເລວັນເກືອງ ຕາງໜ້າບໍລິສັດ ຂັນໄຊ ພັດທະນາກະສິກໍາ ຈໍາກັດຜູ້ດຽວ.
ໂດຍມີ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈໍາປາສັກ, ພ້ອມດ້ວຍແຂກທັງໝົດ ຮ່ວມເປັນສັກຂີພິຍານ.
ຂ່າວ-ພາບ: ຈັນທະວີສັກ ເຊັນສຸດໃຈ





