ຕອນບ່າຍວັນທີ່ 20 ທັນວາ 2024 ທີ່ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ, ຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ມອບເຄື່ອງຊ່ວຍເຫຼືອ ປະເພດ ເສື້ອກັນໜາວ ຈໍານວນ 4,000 ໂຕ ແລະໝາກບານເຕະ ຈໍານວນ 100 ໜ່ວຍມູນຄ່າ 150,000,000 ກີບ ໃຫ້ແຂວງຫຼວງພະບາງ.
ກ່າວມອບໂດຍ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ແລະກ່າວຮັບໂດຍ ທ່ານ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ.
ເສື້ອກັນໜາວ ແລະໝາກບານເຕະ ທີ່ຄະນະບໍລິຫານງານສະ ຫະພັນບານເຕະແຫ່ງຊາດລາວ ໄດ້ມອບໃຫ້ແຂວງຫຼວງພະບາງ ໃນຄັ້ງນີ້ ເປັນການຊ່ວຍບັນເທົາໄພໜາວໃຫ້ກັບນັກຮຽນ ທີ່ຢູ່ເຂດຫ່າງໄກສອກຫຼີກ, ທັງເປັນການຊຸກຍູ້ໃຫ້ນັກຮຽນ ໄດ້ຮ່ວມ ກັນຫຼີ້ນກິລາບານເຕະໃຫ້ຫຼາຍຂື້ນ, ເຊີ່ງຄະນະນຳຂອງພະແນກສຶກສາທິການ ແລະກິລາແຂວງຫຼວງພະບາງ ຈະນຳໄປມອບຕໍ່ໃຫ້ກັບນັກຮຽນຢູ່ເຂດຫ່າງໄກສອກຫຼີກຕາມເປົ້າໝາຍ.
ໂອກາດດຽວກັນ ທ່ານ ວີເພັດ ສີຫາຈັກຣ ສະຫະພັນບານເຕະແຫ່ງຊາດລາວ ໄດ້ຕາງໜ້າ ຄະນະບໍລິຫານງານສະຫະພັນບານ ເຕະແຫ່ງຊາດລາວ ມອບອຸປະກອນການສຶກສາ ຊ່ວຍເຫຼືອບັນດາບ້ານຢູ່ເມືອງວຽງຄຳ ແຂວງຫຼວງພະບາງ ທີ່ຖືກຜົນກະທົບໄພນ້ຳຖ້ວມໃນເດືອນກໍລະກົດຜ່ານມາ ລວມມູນຄ່າ 50,000,000 ກີບ ກ່າວຮັບໂດຍ ທ່ານ ສອນສັກ ສຸລິເສີມ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງວຽງຄຳ.





