ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນະຄອນຫຼວງວຽງຈັນ ເຫລືອພຽງ 899 ຄອບຄົວທີ່ຍັງທຸກຍາກ

Dec 21, 2024

ທ່ານ ແສງອາລຸນ ສຸລິຍະວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ (ນວ) ໄດ້ໃຫ້ຮູ້ກ່ຽວກັບຜົນການຈັດຕັ້ງປະຕິບັດບັນດາຄາດໝາຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ປະຈຳປີ 2024 ໃນໂອກາດລາຍງານຕໍ່ກອງປະຊູມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນນະຄອນ ຫຼວງວຽງຈັນ ຊຸດທີ II ໃນວັນທີ 18 ທັນວາ 2024 ວ່າ: ນະ ຄອນຫຼວງວຽງຈັນ ປະກອບມີ 9 ເມືອງ, 481 ບ້ານ, 13,137 ໜ່ວຍ, ມີທັງໝົດ 156,392 ຄອບຄົວ, ພົນລະເມືອງທັງໝົດ 752,387 ຄົນ, ຍິງ 387,755 ຄົນ, ໃນນີ້ມີຄອບຄົວພົ້ນທຸກ 155.493 ຄອບຄົວ, ເທົ່າກັບ 99,43%, ຄອບຄົວທຸກຍາກຍັງເຫລືອ 899 ຄອບຄົວ, ເທົ່າກັບ 0,57%, ມີຄອບ ຄົວພັດທະນາ 142.698 ຄອບຄົວ, ເທົ່າກັບ 91,24 %, ຄອບ ຄົວບໍ່ພັດທະ ນາ 10,268 ຄອບຄົວ, ເທົ່າກັບ 6,57%, ບ້ານພັດທະນາ 379 ບ້ານ, ເທົ່າກັບ 78,79% , ຍັງບໍ່ທັນບັນລຸ 102 ບ້ານ, ເທົ່າກັບ 21,21%.
ໃນຈໍານວນ 481 ບ້ານທີ່ມີທັງໝົດໃນນະຄອນຫລວງວຽງ ຈັນ ແມ່ນພົ້ນທຸກແລ້ວ 100%, ສ່ວນບ້ານາພັດທະນາສ້າງໄດ້ 379 ບ້ານ, ເທົ່າກັບ 78,79%. ນອກຈາກນີ້ ຍັງສາມາດສ້າງບ້ານໃຫຍ່ເປັນຕົວເມືອງ ນ້ອຍໃນຊົນນະບົດ ບັນລູ 16 ມາດຕະຖານ ຈໍານວນ 2 ບ້ານຢູ່ ເມືອງສັງທອງ ຄື: ບ້ານໃຫຍ່ນາຈະເລີນ ແລະ ບ້ານຊໍ້, ເມືອງພົ້ນທຸກໄດ້ຮັບໃບຢັ້ງຈາກລັດຖະບານ ຈຳນວນ 9 ເມືອງ, ເມືອງເຂັ້ມແຂງຮອບດ້ານ ບັນລຸ 7 ເມືອງ,ໄດ້ຮັບໃຍຢັ້ງຈາກລັດຖະບານ ຈຳນວນ 5 ເມືອງ, ຍັງຢູ່ໃນຂັ້ນຕອນນຳສະເໜີ 2 ເມືອງ ແລະ ຍັງບໍ່ບັນລຸ 2 ເມືອງ ຄື: ເມືອງໄຊທານີ ແລະ ເມືອງປາກງື່ມ.
May be an image of 1 person and dais