ວັນທີ 20 ທັນວາ 2024 ນີ້ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງຄຳເກີດ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມສະຫຼຸບວຽກງານສະກັດກັ້ນການຖາງປ່າເຮັດໄຮ່ ແລະ ຕ້ານໄຟໄໝ້ລາມປ່າ ໂດຍການເປັນປະທານຂອງ ທ່ານ ເພັດສະໃໝ ໄຊຍະທິຈັກ, ເຈົ້າເມືອງຄຳເກີດ.
ທ່ານ ສົມພົນເພັງ ລາດສະສົມບັດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງຄຳເກີດໄດ້ຂື້ນຜ່ານສະຫຼູບຈັດຕັ້ງຜັນຂະຫຍາຍ ຄຳສັ່ງ 11/ນຍ, ລົງວັນທີ 21 ກໍລະກົດ 2023, ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ປົກປັກຮັກສາ, ການພັດທະນາ ແລະ ນຳໃຊ້ປ່າໄມ້, ຕ້ານ ແລະ ສະກັດກັ້ນການບຸກລຸກທຳລາຍປ່າໄມ້ ແລະ ໄຟໄໝ້ລາມປ່າ ແລະ ຍັງໄດ້ຜ່ານບົດສະຫຼູບການຈັດຕັ້ປະຕິບັດວຽກງານສະກັດກັ້ນຖາງປ່າເຮັດໄຮ່ ແລະ ຕ້ານໄຟໄໝລາມປ່າ 2024 ແລະ ແຜນການ 2025 ທ່ານໃຫ້ຮູ້ວ່າ: ສະຫຼູບການຈັດຕັ້ງປະຕິບັດການລັກລອບຖາງປ່າ 2024 ມີ 88 ຄອບຄົວ. ມີ 104 ຕອນ, ເນື້ອທີ່ 87,75 ເຮັກຕາ, ເນື້ອທີ່ໄຟໄໝລາມປ່າມີທັງໝົດ 649,26 ເຮັກຕາ, ການລັກລອບຖາງປ່າ ປີ 2023 ເນື້ອທີ່ 258,78 ເຮັກຕາ ແລະ ລັກລອບຖາງປ່າປີ 2024 ມີເນື້ອທີ່ 87,75 ເຮັກຕາ. ເນື້ອທີ່ການລັກລອບຖາງປ່າ ປີ 2024 ຖືວ່າລຸດລົງ 171,03 ເຮັກຕາ.
ກອງປະຊຸມໃນຄັ້ງນີ້, ໄດ້ສົນທະນາແລກປ່ຽນບົດຮຽນ, ຖອດຖອນບົດຮຽນ ຈາກພຶດຕິກໍາຕົວຈີງ ໃນການຈັດຕັ້ງປະຕິບັດໃນໄລຍະໜຶ່ງປີຜ່ານມາ, ເພື່ອເປັນບ່ອນອີງໃນການນໍາໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ເກີດຜົນປະໂຫຍດສູງສຸດໃນວຽກງານດັ່ງກ່າວ, ວ່າດ້ວຍການປັບໃໝຕາມ ດໍາລັດວ່າດ້ວຍການປັບໃໝ ແລະ ມາດຕະການອື່ນໆ ຕໍ່ຜູ້ລະເມີດກົດໝາຍ, ລະບຽບການກ່ຽວກັບປ່າໄມ້ ສະບັບເລກທີ 365/ລບ, ລົງວັນທີ 21 ສິງຫາ 2024.
ພາບ-ຂ່າວ: ສີວັນ




