ວັນທີ 21 ທັນວາ 2024 ນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງສະຫາຍ ພົນຕີ ອາເລັກຊານເດີ ເຄີຊິມມົບສະກີ ຫົວໜ້າກົມໃຫຍ່ຮ່ວມມືສາກົນດ້ານການທະຫານ ກະຊວງປ້ອງກັນປະເທດ ເເຫ່ງ ສ ຣັດເຊຍ ພ້ອມ ດ້ວຍຄະນະ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດ ວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 19-21 ທັນວາ 2024.
ໂອກາດນີ້, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ເຕັມໄປ ດ້ວຍໄມ້ຕີຈິດມິດຕະພາບ ແລະ ຕີລາຄາສູງ ຕໍ່ ສະຫາຍ ພົນຕີ ອາເລັກຊານເດີ ເຄີຊິມມົບສະກີ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມ ຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນ ການປະກອບສ່ວນເສີມສ້າງສາຍພົວພັນ ການຮ່ວມມືລະຫວ່າງສອງຊາດ, ສອງກອງທັບ ລາວ-ຣັດເຊຍ ທີ່ມີມາແຕ່ດົນນານໄດ້ ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ.
ສະຫາຍ ພົນຕີ ອາເລັກຊານເດີ ເຄີຊິມມົບສະກີ ໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນເຕັມໄປດ້ວຍໄມຕີ ຈິດມິດຕະພາບ ພ້ອມທັງ ລາຍງານເຖິງຈຸດປະສົງ ຂອງການເດີນມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປລ ລາວຂອງຄະນະໃນຄັ້ງນີ້ ແລະ ໄດ້ລາຍງານສະພາບ ຂອງການພົບປະສອງຝ່າຍ ລະຫວ່າງ ຄະນະຜູ້ແທນຝ່າຍລາວ ແລະ ຝ່າຍຣັດເຊຍ ທັງນີ້, ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍໝາກຜົນ ແຫ່ງການພົວພັນຮ່ວມມື ຂອງສອງກອງທັບໃຫ້ປະກົດຜົນເປັນຈິງ.
ຂ່າວ: ນ ວິໄລພອນ





