ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເອກະຊົນສຳປະທານ ຕັດໄມ້ປ່ອງທຳມະຊາດ ແລະ ສົ່ງເສີມປະຊາຊົນປູກຢູ່ແຂວງອຸດົມໄຊ

Dec 23, 2024

ພິທີເຊັນສັນຍາ ໂຄງການລົງທຶນສໍາປະທານ ຕັດໄມ້ປ່ອງທຳ ມະຊາດ ແລະ ສົ່ງເສີມປະຊາຊົນປູກ, ເກັບຊື້ໄມ້ປ່ອງ ແລະ ສ້າງຕັ້ງໂຮງານແປ ຮູບຜະລິດຕະພັນໄມ້ປ່ອງ ມາເປັນເຄື່ອງໃຊ້ສອຍປະຈໍາວັນ ຢູ່ແຂວງອຸດົມໄຊ ລະຫວ່າງ ບໍລິສັດ ອຳມະຕະລາວລ້ານຊ້າງ ຈໍາກັດຜູ້ດຽວ ກັບອົງການປົກຄອງແຂວງອຸດົມໄຊ ຈັດຂຶ້ນໃນວັນທີ 20 ທັນວາ 2024 ທີ່ພະແນກແຜນການ ແລະ ການລົງ ທຶນ ແຂວງອຸດົມໄຊ ໂດຍມີທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້້າແຂວງໆອຸດົມໄຊ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້້າຮ່ວມ.
ການເຊັນສັນຍາຄັ້ງນີ້, ເພື່ອຊຸກຍູ້ສົ່ງເສີມ ແລະ ຄຸ້ມຄອງ ການ ລົງທຶນສຳປະທານຕັດໄມ້ປ່ອງທຳມະຊາດ ແລະ ສົ່ງເສີມປະຊາຊົນປູກ, ເກັບຊື້ໄມ້ປ່ອງ ແລະ ສ້າງຕັ້ງໂຮງງານແປຮູບຜະລິດຕະພັນໄມ້ປ່ອງ ມາເປັນເຄື່ອງໃຊ້ສອຍປະຈຳວັນ ເປັນຕົ້ນ ແປຮູບເປັນເຈ້ຍ, ຖ່ານຂາວອັດແທ່ງ, ກະຕ່າໃສ່ເຄື່ອງ, ຂອງທີ່ລະນຶກ, ໄມ້ຈີ້ມແຂ້ວ, ໄມ້ຖູ່ ແລະ ໄມ້ສຽບເອັນ ຢູ່ແຂວງອຸດົມໄຊ ໃຫ້ມີປະສິດທິຜົນສູງ ແລະ ຮັບປະກັນຕ່າງຝ່າຍຕ່າງມີຜົນປະໂຫຍດ.
ແຂວງອຸດົມໄຊ ເຫັນດີອະນຸຍາດໃຫ້ ບໍລິສັດ ລົງທຶນສຳປະ ທານຕັດໄມ້ປ່ອງທຳມະຊາດ ໃນເນື້ອທີ່ທັງໝົດ 150 ເຮັກຕາ ຂອງ 7 ເມືອງ ໃນນັ້ນ:
– ເມືອງໄຊ ກວມເອົາ 2 ບ້ານ ມີເນື້ອທີ່ 26 ເຮັກຕາ.
– ເມືອງຫລາ ກວມເອົາ 2 ບ້ານ ມີເນື້ອທີ່ 30 ເຮັກຕາ.
– ເມືອງນາໝໍ້ ກວມເອົາ 2 ບ້ານ ມີເນື້ອທີ່ 23 ເຮັກຕາ.
– ເມືອງງາ ກວມເອົາ 2 ບ້ານ ມີເນື້ອທີ່ 13 ເຮັກຕາ.
– ເມືອງແບງ ກວມເອົາ 2 ບ້ານ ມີເນື້ອທີ່ 24 ເຮັກຕາ.
– ເມືອງຮຸນ ກວມເອົາ 2 ບ້ານ ມີເນື້ອທີ່ 20 ເຮັກຕາ.
– ເມືອງປາກແບງ ກວມເອົາ 2 ບ້ານ ມີເນື້ອທີ່ 14 ເຮັກຕາ.
ການສຳປະທານຕັດໄມ້ປ່ອງທຳມະຊາດ ບໍລິສັດ ຕ້ອງດຳເນີນສະເພາະໃນຂອບເຂດທີ່ໄດ້ກຳນົດມາຂ້າງເທິງ ແລະ ຕ້ອງດຳເນີນໃນເຂດປ່າຜະລິດທີ່ແຂວງອຸດົມໄຊໄດ້ຈັດສັນໃຫ້ເທົ່ານັ້ນ ແລະ ໃນການຕັດໄມ້ປ່ອງທຳມະຊາດແຕ່ລະຄັ້ງ ບໍລິສັດ ຕ້ອງສ້າງແຜນ ການຂຸດຄົ້ນປະຈຳປີ ບົນພື້ນຖານການສໍາຫລວດ ແລ້ວຍື່ນຕໍ່ພະ ແນກກະສິກຳ ແລະ ປ່າໄມ້ ເພື່ອສັງລວມ ແລະ ສະເໜີຕໍ່ກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ ເພື່ອອະນຸມັດແຜນການຂຸດຄົ້ນປະ ຈຳປີ.
ພ້ອມນີ້, ບໍລິສັດ ຍັງຕ້ອງສົ່ງເສີມປະຊາຊົນປູກໄມ້ປ່ອງ ໃນເນື້ອທີ່ 547 ເຮັກຕາ ໃນ 7 ເມືອງ ຂອງແຂວງອຸດົມໄຊ ຕື່ມອີກ.
ຂ່າວ: ຄຳພັນ ແກ້ວມະນີ
May be an image of text