ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ຕ້ອນຮັບນັກກີລາ ແລະ ຄູເຝິກ ທີ່ເດີນທາງກັບຈາກການແຂ່ງຂັນກີລານັກຮຽນມັດທະຍົມ ທົ່ວປະເທດ ຄັ້ງທີ VII (ສາລະວັນເກມ) ທີ່ແຂວງສາລະວັນ ເປັນເຈົ້າພາບ ເຊິ່ງພິທີຕ້ອນຮັບໄດ້ຈັດຂຶ້ນໃນຕອນຄໍ່າວັນທີ 20 ທັນວາ 2024 ທີ່ສວນປະຕູໄຊ ມີບັນດາຄູ-ອາຈານ ນັກຮຽນ ແລະ ຜູ້ປົກຄອງໃຫ້ ການຕ້ອນຮັບຢ່າງອົບອຸ່ນ.
ນັກກິລາ ແລະ ຄູເຝິກທີ່ກັບຈາກການແຂ່ງຂັ້ນຄັ້ງນີ້ ມີທັງໝົດ 64 ຄົນ ໃນນີ້ ມີນັກກີລາບານເຕະ ນັກກີລາໜ້າເກັກ ນັກກີລາໝາກເສີກ ນັກກີລາແລ່ນ-ລານ ຄູເຝິກ ແລະ ຫົວໜ້າຝ່າຍເຕັກ ນິກ ສຳລັບ ນັກ ກີລາທີ່ກັບໃນມື້ນີ້ ແມ່ນນັກກີລາຊຸດທຳອິດທີ່ສຳເລັດຈາກການແຂ່ງຂັນ ໃນໂອກາດນີ້ ທ່ານຮອງເຈົ້າຄອງນະ ຄອນຫຼວງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ນັກກີລາແຕ່ຄົນທີ່ໄດ້ສ້າງຜົນງານ ກໍຄືໄດ້ຮັບຫຼຽນລາງ ວັນຕ່າງໆ ທີ່ນະຄອນຫຼວງວຽງຈັນຕັ້ງເປົ້າໄວ້ ພ້ອມດຽວກັນນີ້ ທ່ານຮອງເຈົ້າຄອງນະຄອນຫຼວງ ຍັງໄດ້ພາກສ່ວນທີ່ກ່ຽວຂ້ອງ ໃຫ້ຄັດເລືອກເອົານັກກີລາທີ່ໂດດເດັ່ນຈຳນວນ 5 ນ້ອງ ເພື່ອຮັບຂອງຂວັນພາຍຫຼັງສຳເລັດການແຂ່ງຂັນທີ່ແຂວງສາລະວັນ.
ທີ່ມາ:ວຽງຈັນໃໝ່/VientianeMai






