ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງປະທານປະເທດຢ້ຽມຢາມເມືອງໝອກ

Dec 23, 2024

ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ໂອ້ລົມພະນັກງານຫລັກແຫລ່ງເມືອງໝອກ ແຂວງຊຽງຂວາງ ໃນວັນທີ 21ທັນວາ 2024 ນຳພາຄະນະອອກຕ້ອນຮັບໂດຍ ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຊຽງຂວາງ ພ້ອມດ້ວຍການນຳຂອງແຂວງ ແລະ ເມືອງ ເຂົ້າຮ່ວມ.
ທ່ານ ພັນເອກ ມີສຸກ ຂັນທະຍົງທອງ ເຈົ້າເມືອງໆໝອກ ໄດ້ລາຍງານ ການພັດທະນາເສດຖະກິດ-ສັງຄົມຂອງເມືອງໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນວ່າ: ທົ່ວເມືອງມີ 28 ບ້ານ, ມີ 4 ກຸ່ມ, ມີ 1ຈຸດສຸມພັດທະນາຂອງກະຊວງປ້ອງກັນປະເທດ, ມີ 2.590 ຄອບຄົວ, ມີ 16.430 ຄົນ ຍິງ 7.947 ຄົນ, ລາຍຮັບບັນລຸ 239,59 ຕື້ກີບ, ເສດຖະກິດຂະຫຍາຍຕົວ 5,25%, ທຽບໃສ່ແຜນການຫລຸດຄາດໝາຍ 0,25%, ສະເລ່ຍໄດ້ 14.071.181 ກີບຕໍ່ຄົນຕໍ່ປີ, ທຽບໃສ່ແຜນການປີປະຕິບັດໄດ້ 98,65%.
ໂອກາດນີ້, ທ່ານ ບຸນທອງ ຈິດມະນີ ໄດ້ມີຄຳຄິດເຫັນໂອ້ລົມ ຕໍ່ພະນັກງານຫລັກແຫລ່ງຂອງເມືອງໝອກ ໂດຍທ່ານໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນງານການພັດທະນາເສດຖະກິດ-ສັງຄົມ ໃນໄລຍະຜ່ານມາ, ພ້ອມທັງເນັ້ນໃຫ້ ກວດຄືນບັນດາທ່າແຮງຂອງເມືອງ, ບ້ານ ເພື່ອວາງແຜນການພັດທະນາໃຫ້ຖືກກັບທ່າແຮງ ແລະ ຈຸດພິເສດແຕ່ລະບ້ານ, ເອົາໃຈໃສ່ວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ເປັນບັນຫາສຳຄັນ, ຮູ້ຈຳແນກມິດ ສັດຕູຈະແຈ້ງ, ມີສະຕິລະວັງຕົວຕໍ່ກົນອຸບາຍຕໍ່ກຸ່ມຄົນທີ່ບໍ່ຫວັງດີ, ເອົາໃຈໃສ່ພັດທະນາພື້ນຖານໂຄງລ່າງ, ເສັ້ນທາງ, ຊຸກຍູ້ ສົ່ງເສີມສະຫະກອນ ໃນການທຳການຜະລິດແບບໃໝ່ ທັນສະໄໝ, ຈັດຕັ້ງ ແບ່ງວຽກກຸ່ມສະຫະກອນ, ສົ່ງເສີມ ຊຸກຍູ້ການປູກ-ການລ້ຽງເປັນຟາມ, ເອົາໃຈໃສ່ວຽກງານສຶກສາ ສົ່ງເສີມລູກຫລານເຂົ້າໂຮງຮຽນ ຕາມເກນອາຍຸ, ສຸມໃສ່ແກ້ໄຂບັນຫາທີ່ຝຶດເຄືອງ ແກ່ຍາວ ໃຫ້ວ່ອງໄວ ແລະ ມີຈຸດສຸມ, ການກະກຽມດຳເນີນກອງປະຊຸມໃຫຍ່ຂອງເມືອງ ໃຫ້ເອົາໃຈໃສ່ວຽກງານຂະບວນການ, ວຽກງານເນື້ອໃນ ຕ້ອງຖືກຕາມຕົວຈິງ ແລະ ທ່າແຮງໃນການພັດທະນາຂອງເມືອງ, ວຽກງານບຸກຄະລາກອນ ໃຫ້ປະຕິບັດຕາມຄຳແນະນຳ, ນິຕິກຳຂອງຂັ້ນເທິງ.
ໂອກາດທີ່ມາຢ້ຽມຢາມເມືອງໝອກໃນຄັ້ງນີ້, ການນຳຂັ້ນສູງໄດ້ໄປຢ້ຽມຢາມ ຫ້ອງການຈຸດສຸມພັດທະນາກຸ່ມບ້ານຄັງວຽງ ເມືອງໝອກ ຂອງກະຊວງປ້ອງກັນປະເທດ ແລະ ຢ້ຽມຢາມໂຮງໝໍກຸ່ມບ້ານຄັງວຽງ. ພ້ອມດຽວກັນນີ້, ກໍໄດ້ມອບຜ້າຫົ່ມຈຳນວນ 200 ຜືນ, ເສື້ອກັນໜາວ 200 ຜືນ, ສາດ 50 ຜືນໃຫ້ເມືອງ ແລະ ມອບເງິນຈຳນວນໜຶ່ງໃຫ້ເມືອງ ແລະ ໂຮງໝໍນ້ອຍກຸ່ມບ້ານຄັງວຽງ ເພື່ອໝູນໃຊ້ເຂົ້າໃນວຽກງານ ຕື່ມອີກ.
ຂ່າວ: ບຸນມີ ແສງທຸມມີ