ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນະຄອນຫລວງວຽງຈັນ ເປັນເຈົ້າຫລຽນຄໍາ ກິລານັກຮຽນມັດທະຍົມທົ່ວປະເທດ ຄັ້ງທີ VII ສ່ວນຄັ້ງຕໍ່ໄປ ແຂວງເຊກອງ ເປັນເຈົ້າພາບ

Dec 23, 2024

ພິທີອັດງານມະຫາກໍາກິລານັກຮຽນມັດທະຍົມທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນຕອນແລງວັນທີ 22 ທັນວາ 2024 ທີ່ສະໜາມກິລາແຂວງ ໂດຍມີ ທ່ານ ດາວວົງ ພອນແກ້ວ, ເຈົ້າແຂວງສາລະວັນ, ທ່ານ ພຸດ ສິມມາລາວົງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ເຫຼັກໄຫຼ ສີວິ ໄລ ເຈົ້າແຂວງເຊກອງ, ພ້ອມດ້ວຍແຂກຮັບເຊີນ ແລະ ມວນຊົນຊາວແຂວງສາລະວັນ ເຂົ້າຮ່ວມຢ່າງຫລວງຫລາຍ.
ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ໄດ້ຂຶ້ນລາຍ ງານຜົນສໍາເລັດການຈັດງານຄັ້ງນີ້ວ່າ: ງານມະຫາກຳກິລານັກຮຽນມັດທະຍົມທົ່ວປະເທດ ຄັ້ງທີ VII ແຂ່ງ ຂັນທັງໝົດ 12 ປະເພດກິລາ, ຕິດພັນກັບນະໂຍບາຍການພັດທະນາຊັບພະຍາກອນມະ ນຸດຮອບດ້ານ ເປັນຕົ້ນແມ່ນ ການສົ່ງເສີມໃຫ້ນັກຮຽນໄດ້ຮັບການພັດທະນາທາງດ້ານຮ່າງກາຍ ແລະ ປັນຍາ ຕາມ 5 ຫລັກມູນຂອງການສຶກສາ; ພ້ອມນີ້ ກໍ່ເປັນການບົ່ມສອນສ້າງໃຫ້ນັກກິລາທີ່ຢູ່ໃນກຸ່ມເຍົາວະຊົນ, ຊາວໜຸ່ມ ໄດ້ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ, ມີຄຸນສົມບັດ, ມີຄວາມສາມັກຄີມິດຕະພາບ ແລະ ແລກປ່ຽນປະສົບ ການດ້ານກິລາ ເຊີ່ງເປັນເງື່ອນໄຂສົ່ງເສີມໃຫ້ເຂົາເຈົ້າສາມາດເກັບກຳເອົາບົດຮຽນ ປະສົບການ ທີ່ໄດ້ຮັບໃນຄັ້ງນີ້ໄປພັດທະນາສົ່ງເສີມຕົນເອງໃຫ້ສູງຂື້ນ.
ການຈັດງານຄັ້ງນີ້ ໄດ້ຮັບຜົນສຳເລັດຢ່າງຈົບງາມຕາມທີ່ຄາດຫວັງໄວ້ທຸກປະການ ຄື: ທາງດ້ານການເມືອງ, ຄວາມສະຫງົບ, ເສດຖະກິດ, ວັດທະນະທຳ-ສັງຄົມຂອງແຂວງ ຕະຫຼອດຮອດດ້ານວິຊາສະເພາະ, ພ້ອມນີ້ ຍັງເຫັນໄດ້ຄວາມສາມັກຄີ ເປັນຈິດໜຶ່ງໃນດຽວ, ການພັດທະນາກິລາລະດັບນັກຮຽນຂອງແຕ່ລະແຂວງ, ພ້ອມທັງພື້ນຖານໂຄງລ່າງໄວ້ເປັນອັນສືບທອດໃຫ້ແກ່ແຂວງ ໃນການພັດທະນາຂົງເຂດກິລາ-ກາຍຍະກຳ ກໍ່ຄື ເປັນສະຖານທີ່ອອກກຳລັງກາຍ ແລະ ອື່ນໆ. ຜ່ານການແຂ່ງຂັນໃຊ້ເວລາ 10 ກວ່າວັນຜ່ານມາ ແມ່ນນະຄອນຫລວງວຽງຈັນ ໄດ້ເປັນເຈົ້າຫລຽນຄໍາ ໂດຍສາມາດຍາດໄດ 26 ຫຼຽນຄຳ, 21ຫຼຽນເງິນ ແລະ 29 ຫຼຽນທອງ; ລວມທັງໝົດ 76 ຫຼຽນ.
ຈາກນັ້ນ, ທ່ານ ດາວວົງ ພອນແກ້ວ, ເຈົ້າແຂວງສາລະວັນ ໄດ້ກ່າວອັດງານມະຫາກຳກິລານັກຮຽນມັດທະຍົມທົ່ວປະ ເທດ ຄັ້ງທີ VII ຢ່າງເປັນທາງການ. ຕໍ່ມາໄດ້ມີພິທີມອບທຸງກິລາຕໍ່ໃຫ້ແຂວງເຊກອງ ເພື່ອເປັນເຈົ້າພາບຈັດງານມະຫາກຳກິລານັກ ຮຽນມັດທະຍົມທົ່ວປະເທດ ຄັ້ງທີ VIII ໃນປີ 2027.
ໃນໂອກາດກ່າວຮັບທຸງກິລາໃນຄັ້ງນີ້, ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ໃຫ້ຮູ້ວ່າ: ແຂວງເຊກອງ ໄດ້ຮັບກຽດເປັນເຈົ້າພາບຈັດງານມະຫາກຳກິລານັກຮຽນມັດ ທະຍົມທົ່ວປະເທດ ຄັ້ງທີ VIII ປີ 2027 ເຊິ່ງເປັນຄັ້ງທີ 2 ຂອງແຂວງທີ່ໄດ້ຮັບກຽດເປັນເຈົ້າພາບຈັດງານແຂ່ງຂັນໃນລະດັບຊາດຕໍ່ຈາກງານກິລາພື້ນເມືອງທົ່ວປະເທດ ຄັ້ງທີ XII ໃນປີ 2012 ເທີງດິນແດນວິລະຊົນຄົນອາດຫານ, ເຂດທີ່ໝັ້ນການປະຕິວັດລາວໃຕ້. ໂດຍພື້ນຖານແລ້ວ, ແຂວງເຊກອງ ມີຄວາມພ້ອມສະໜາມພິທີເປີດ-ປິດທີ່ສາມາດຮອງຮັບແຂກຖືກເຊີນ, ມວນຊົນ ຈໍານວນ 1.500 ທີ່ນັ່ງ, ມີສະໜາມກິລາໃນຮົ່ມອະເນກປະສົງ, ສະໜາມກິລາເປຕັງໃນຮົ່ມ, ສະໜາມກິລາບານບ້ວງ, ບານສົ່ງ, ກະຕໍ້ ແລະ ບັນດາສະໜາມກິລາປະເພດຕ່າງໆ ໃນສະຖານການສຶກສາໃນເທດສະ ບານເມືອງລະມາມ ແລະ ເມືອງດາກຈຶງ ແລະ ອື່ນໆ.
ສໍາລັບງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VIII ປີ 2027 ໄດ້ກໍານົດເອົາ “ໄຟຟ້າພະລັງງານລົມ” ທີ່ເມືອງດາກຈຶງ ເຊິ່ງເປັນໂຄງການແຫ່ງທໍາອິດຂອງປະເທດລາວ ແລະ ເປັນໂຄງການທີ່ໃຫຍ່ທີ່ສຸດໃນຂົງເຂດອາຊີຕາ ເວັນອອກສ່ຽງໃຕ້ ເປັນສັນຍາລັກໂລໂກ້ ແລະ “ປາຫວ່າຄໍາ” ເປັນສັດນໍາໂຊກ. ຢ່າງໃດກໍຕາມ, ປັດຈຸບັນ ຍັງບໍ່ທັນໄດ້ກໍານົດຢ່າງເປັນທາງການເທື່ອວ່າ ງານມະຫະກໍາກິລານັກຮຽນມັດທະຍົມທົ່ວປະເທດ ຄັ້ງທີ VIII ຈະແຂ່ງຂັນຈັກປະເພດກິລາ ແລະ ຈະມີຊີງໄຊເທົ່າໃດຫລຽນຄໍາ, ຫລຽນເງິນ ແລະ ຫລຽນທອງ.
ສຳລັບພິທີອັດງານມະຫາກໍາກິລານັກຮຽນມັດທະຍົມທົ່ວປະ ເທດ ຄັ້ງທີ VII ໄດ້ມີການສະແດງສິລະປະທັງໝົດ 4 ລາຍການ ຄື: ສຽງແຄນແດນສາລະວັນ, ໄວໜຸ່ມຍຸກສະໄໝ ໃສ່ໃຈສຸຂະ ພາບ, ເຊກອງ ຍິນດີຕ້ອນຮັບ ແລະ ມ່ວນຊືນສະຫຼອງໄຊກິລາສາລະວັນ.
อาจเป็นรูปภาพของ 1 คน, แคลริเน็ต และ ฝูงชน
อาจเป็นรูปภาพของ 3 คน
อาจเป็นรูปภาพของ 14 คน และ ฝูงชน
อาจเป็นรูปภาพของ ไฟ, ฝูงชน และ ดอกไม้ไฟ
อาจเป็นรูปภาพของ ข้อความ