ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການນໍາແຂວງຄຳມ່ວນ ຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງເສັ້ນທາງຢູ່ 3 ເມືອງ

Dec 23, 2024

ວັນທີ 21 ທັນວາ 2024 ຜ່ານມາ ການນໍາແຂວງຄໍາມ່ວນ ນໍາໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ຢູ່ 3 ເມືອງພາຍໃນແຂວງ ຄື : ເມືອງມະຫາໄຊ, ບົວລະພາ ແລະ ເມືອງໄຊບົວທອງ
ການເຄື່ອນໄຫວຕິດຕາມຄວາມຄືບໜ້າການກໍ່ສ້າງສ້ອມແປງເສັ້ນທາງໃນຄັ້ງນີ້ປະກອບມີຄື : ໂຄງການກໍ່ສ້າງເສັ້ນທາງເບຕົງ ທາງຫຼວງແຫ່ງຊາດ 1 F ແຕ່ ກມ5+880 ຫາ ກມ 8+700 ໜ້າໂຮງງານ ບໍລິສັດ ຄໍາມ່ວນຊີມັງ KCL ເມືອງມະຫາໄຊ ມີລວງຍາວ 2.500 ແມັດ, ໜ້າທາງກວ້າງ 8 ແມັດ, ມູນຄ່າໃນການກໍ່ສ້າງທັງໝົດ 19 ຕື້ກວ່າກີບ, ໂດຍແມ່ນບໍລິສັດ ເກດສຸວັນ ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ, ເລີ່ມຈັດຕັ້ງປະຕິບັດແຕ່ກາງເດືອນ ພະຈິກ 2024, ມາຮອດປະຈຸບັນປະຕິບັດໄດ້ 17% ຂອງມູນຄ່າໂຄງການ; ໂຄງການປັບປຸງຍົກລະດັບທາງປູຢາງສອງຊັ້ນທາງຫຼວງແຫ່ງຊາດ1F(ໄລຍະທີ່1) ແຕ່ຂົວຫ້ວຍສາໂທ ຫາ ສີ່ແຍກປ່າໜາມ ເມືອງມະຫາໄຊ, ມີລວງຍາວ 19,8 ກິໂລແມັດ, ກ້ວາງ 8 ແມັດ, ມູນຄ່າສັນຍາກໍ່ສ້າງໂຄງການ 58 ຕື້ກ່ວາກີບ, ເລີ່ມຈັດຕັ້ງປະຕິບັດໃນເດືອນ ມີນາ 2024, ມາຮອດປະຈຸບັນສາມາດຈັດຕັ້ງປະຕິບັດໄດ້ 66,17% ຂອງມູນຄ່າໂຄງການ, ຮັບເໝົາໂດຍ ບໍລິສັດ ແສງຈະເລີນ ກໍ່ສ້າງຂົວທາງ ຈຳກັດຜູ້ດຽວ; ໂຄງການກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ 001F(ຊ່ວງທີ 2) ແຕ່ 4 ແຍກປ່າໜາມເມືອງມະຫາໄຊຫາສໍານັກງານເມືອງໄຊບົວທອງ, ມີຄວາມຍາວ 20 ກິໂລແມັດ, ກວ້າງ 8 ແມັດ, ເລີ່ມຈັດຕັ້ງປະຕິບັດໃນເດືອນ ມີນາ 2024 ປະຈຸບັນມີຄວາມຄືບໜ້າ 63,06% ຂອງມູນຄ່າໂຄງການ, ມູນຄ່າການກໍ່ສ້າງ 59 ຕື້ກວ່າກີບ, ໂດຍແມ່ນບໍລິສັດ ເກດສຸວັນ ຈໍາກັດຜູ້ດຽວ ເປັນຜູ້ຮັບເໜົາ. ທັງສອງໂຄງການນີ້ຄາດວ່າຈະສຳເລັດໃນກາງປີ 2025; ໂຄງການກໍ່ສ້າງເສັ້ນທາງປູຢາງສອງຊັ້ນທາງເບີ 5507 ແຕ່ແຍກປ່າໜາມ ຫາ ເມືອງ ບົວລະພາ, ມູນຄ່າສັນຍາ 145 ຕື້ກວ່າກີບ, ລວງຍາວ 56,5 ກິໂລແມັດ, ກວ້າງ 8 ແມັດ, ປະຈຸບັນແມ່ນຈັດຕັ້ງປະຕິບັດສໍາເລັດ100%; ໂຄງການກໍ່ສ້າງເສັ້ນທາງປູຢາງສອງຊັ້ນແຕ່ແຍກບ້ານນາກະຈັນທົ່ງ ຫາ ເມືອງບົວລະພາ, ມີລວງຍາວ 4,4 ກິໂລ ແມັດ, ກວ້າງ 8 ແມັດ, ເລີ່ມລົງມືປະຕິບັດໃນຕົ້ນເດືອນທັນວານີ້, ປະຈຸບັນສໍາເລັດ 10 % ຂອງມູນຄ່າໂຄງການ, ລວມມູນຄ່າກໍ່ສ້າງ 12 ຕື້ກວ່າກີບ, ໂດຍແມ່ນບໍລິສັດ ພີພີເອັສທີ ກໍ່ສ້າງຂົວທາງ ເປັນຜູ້ຮັບເໝົາກໍ່ສ້າງ, ຄາດວ່າ ຈະໃຫ້ສໍາເລັດໃນເດືອນ ມີນາ ປີ 2025
ທ່ານ ເຈົ້າແຂວງ ຄໍາມ່ວນ ໄດ້ສະເໜີມາຍັງພະແນກການທີ່ກ່ຽວຂ້ອງຂັ້ນແຂວງ ແລະ ເມືອງ ຈົ່ງສືບຕໍ່ໃນການຊຸກຍູ້ສົ່ງເສີມການມີສ່ວນຮ່ວມຂອງສັງຄົມ ເພື່ອອໍາ ນວຍຄວາມສະດວກໃຫ້ແກ່ການກໍ່ສ້າງ ແລະ ປະສານສົມທົບກັບພາກສ່ວນບໍລິສັດ ເພື່ອຕິດຕາມກວດກາດ້ານເຕັກນິກໃຫ້ໄດ້ມາດຕະຖານການກໍ່ສ້າງ, ພ້ອມທັງ ເນັ້ນໃຫ້ບໍລິສັດຜູ້ຮັບເໝົາຈົ່ງສືບຕໍ່ເອົາໃຈໃສ່ໃນການຈັດຕັ້ງປະຕິບັດໃຫ້ມີຄວາມສໍາເລັດໂດຍໄວ, ທັງຮັບປະກັນຄຸນນະພາບ ແລະ ທັນຕາມກໍານົດເວລາ.
ທີ່ມາ: khammouanenews.com