ພິທີເປີດປ້າຍກາໝາຍ ໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງ ຊາດ ຫລື ໂອດ໊ອບ ກຸ່ມຜະລິດຕະພັນ ຈັກສານຫວາຍ ແລະ ທັກຍູກວາດ ເມືອງຜາອຸດົມ ແຂວງບໍ່ແກ້ວ ຈັດຂຶ້ນໃນອາທິດຜ່ານມາ ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ຈັນທອນ ພົນທະລາ ເຈົ້າເມືອງຜາອຸດົມ.
ໃນພິທີຕ່າງໜ້າ ກຸ່ມຜະລິດຕະພັນ ຈັກສານຫວາຍ ແລະ ທັກຍູກວາດ ໄດ້ລາຍງານໃຫ້ຮູ້ວ່າ: ຜະລິດຕະພັນ ຈັກສານຫວາຍ ເຂດຈັດສັນຫາດໝວກ ແລະ ຜະລິດຕະພັນທັກຍູກວາດ ເຂດບ້ານກາງ ເມືອງຜາອຸດົມ ແຂວງບໍ່ແກ້ວ ແມ່ນກຸ່ມຜະລິດຕະພັນໜຶ່ງທີ່ມີທ່າແຮງ ແລະ ທາງສີມື ມາແຕເຊັ່ນພໍ່-ເຊັ່ນແມ່ ທີ່ສືບ ທອດກັນມາຈົນເຖິງປະຈຸບັນ ໄດ້ມີສີມືທາງດ້ານການຈັກສານຫວາຍ ແລະ ທັກຍູກວາດ ຜະລິດແບບທຳມະຊາດໃຊ້ໃນຄົວ ເຮືອນ, ເຫຼືອໃຊ້ກໍ່ຜະລິດຂາຍອອກຈໍານວນໜຶ່ງ.
ຕໍ່ມາມີໂຄງການເຂົ້າ ພ້ອມໄດ້ຮັບການສົ່ງເສີມຈາກໂຄງການຄອນເຊີນ ແລະໂຄງການ MHP ໃຫ້ມີການຜະລິດເປັນສິນຄ້າ.
ຜະລິດຕະພັນຂອງກຸ່ມຈັກສານຫວາຍ ເຂດຈັດສັນຫາດໝວກ ມີ: ຕັ້ງອີ້ມົນຕໍ່າ, ຕັ້ງອີ້ມົນສູງ, ດັ່ງອີ້ມີບ່ອນອີງ, ຊຸດໂຊພາຫວາຍ, ພາເຂົ້າທັງນ້ອຍ-ໃຫຍ່ ແລະ ອື່ນໆ, ສ່ວນຜະລິດຕະພັນທັກຍູກວາດ ເຂດບ້ານກາງ ໄດ້ແກ່ຍູກວາດ ຍາວ 85 ຊັງຕີແມັດ, ຍູກວາດສັ້ນ 60 ຊັງຕີແມັດ ຍູປັດໄຍແມງມູມ ແລະ ອື່ນໆ.






