ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທາງ​ລົດ​ໄຟ​ທົ່ວ​ປະ​ເທດ​ຈີນ​ຈະ​ປະ​ຕິ​ບັດ​ແຜນ​ການ​ແລ່ນ​ລົດສະ​ບັບ​ໃໝ່​ນັບ​ແຕ່​ວັນ​ທີ 5 ມັງ​ກອນ 2025 ເປັນ​ຕົ້ນ​ໄປ

Dec 23, 2024

​ຕາມ​ຂ່າວ​ຈາກ​ບໍ​ລິ​ສັດທາງ​ລົດ​ໄຟ​ຈີນ ໃຫ້​ຮູ້​ວ່າ: ເລີ່ມ​ແຕ່ ​00:00 ໂມງວັນ​ທີ 5 ມັງ​ກອນ​ປີ 2025 ເປັນ​ຕົ້ນ​ໄປ, ທາງ​ລົດ​ໄຟ​ທົ່ວ​ປະ​ເທດ​ຈີນ​ຈະ​ປະ​ຕິ​ບັດ​ແຜນ​ການ​ແລ່ນ​ລົດສະ​ບັບ​ໃໝ່ ເຊິ່ງ​ຈະ​ມີ​ຂະ​ບວນ​ລົດ​ໄຟ​ໂດຍ​ສານ 13.028 ຂະ​ບວນ, ເພີ່ມ​ຂຶ້ນຫຼາຍກວ່າ​ແຜນ​ການ​ປັດ​ຈຸ​ບັນ 230 ຂະ​ບວນ; ຈະ​ມີ​ຂະ​ບວນ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ 22.859 ຂະ​ບວນ, ເພີ່ມ​ຂຶ້ນ 91 ຂະ​ບວນ, ເນື່ອງ​ຈາກ​ນັ້ນ, ຄວາມ​ສາ​ມາດ​ດ້ານ​ການ​​ຮັບ​ສົ່ງ​ຜູ້​ໂດຍ​ສານ​ແລະ​​ຂົນ​ສົ່ງສິນ​ຄ້າ, ຄຸນ​ນະ​ພາບ​ດ້ານ​ການ​ບໍ​ລິ​ການ ແລະ ປະ​ສິດ​ທິ​ຜົນ​ດ້ານ​ການ​ແລ່ນ​ລົດ​ຂອງ​ທາງ​ລົດ​ໄຟ​​ຈີນຈະ​ຍົກ​ສູງ​ຂຶ້ນ​ຕື່ມ​ອີກ.
ພາກ​ສ່ວນ​ທາງ​ລົດ​ໄຟ​ຈີນ​ແຈ້ງ​ໃຫ້​ຮູ້​ຕື່ມ​ວ່າ: ປີ້​ລົດ​ໄຟ​ຕາມ​ແຜນ​ການ​ສະ​ບັບ​ໃໝ່​ຈະ​ເລີ່ມ​ຂາຍ​ແຕ່​ວັນ​ທີ 22 ທັນ​ວາ​ນີ້​ເປັນ​ຕົ້ນ​ໄປ​, ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ​ແລະ​ຕ່າ​ງ​ປະ​ເທດ​ສາ​ມາດ​ຊອກ​ຮູ້​ຂໍ້​ມູນ​ການ​ແລ່ນ​ລົດ​ແລະ​ການ​ບໍ​ລິ​ການ​ຂອງ​ຂະ​ບວນ​ລົດ​ໄຟ​ຜ່ານ​ທາງ​ເວັບ​ໄຊ, APP ແລະ ວິ​ແຊັດ 12306 ແລະ 95306 ຂອງ​ທາງ​ລົດ​ໄຟ​ຈີນ ເພື່ອວາງ​ແຜນ​ການ​ເດີນ​ທາງ​ແລະ​ການ​ຂົນ​ສົ່ງ​ສິນ​ຄ້າ​ຢ່າງ​ເໝາະ​ສົມ.
ທີ່ມາ: CMG
May be an image of train, railroad and twilight