ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ-ຈີນ ຮ່ວມກັນຖອດຖອນບົດຮຽນຈາກ ກອງປະຊຸມລັດພາຄີສົນທິສັນຍາວ່າດ້ວຍອາວຸດຊີວະພາບ ທີ່ ເຊີແນວ

Dec 23, 2024

ໃນໂອກາດຈັດກອງປະຊຸມລັດພາຄີສົນທິສັນຍາວ່າດ້ວຍອາ ວຸດຊີວະພາບ ທີ່ ເຊີແນວ, ໃນວັນທີ 16 ທັນວາ 2024, ສປປ ລາວ ແລະສປ. ຈີນ ໄດ້ສໍາເລັດການເປັນເຈົ້າພາບຮ່ວມຈັດກອງປະຊຸມປິ່ນອ້ອມພາຍໃຕ້ຫົວຂໍ້: “ບົດຮຽນທີ່ຖອດຖອນໄດ້ຈາກກອງປະຊຸມສໍາມະນາຄັ້ງທໍາອິດວ່າດ້ວຍການຈັດຕັ້ງປະຕິບັດສົນ ທິສັນຍາອາວຸດຊີວະພາບ ແລະການສົ່ງເສີມຄວາມປອດໄພ ແລະ ຄວາມໝັ້ນຄົງທາງຊີວະພາບສໍາລັບພາກພື້ນອາຊີຕາເວັນອອກ ສ່ຽງໃຕ້ ຫລື ອາຊຽນ” ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ລັດສະໝີ ແກ້ວມະນີ,​ ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ສປຊ ແລະອົງການຈັດຕັ້ງສາກົນອື່ນໆ ທີ່ ເຊີແນວ ແລະ ທ່ານ SHEN Jian, ເອກອັກຄະ ລັດຖະທູດຜູ້ຊີ້ນໍາວຽກຫຼຸດຜ່ອນອາວຸດ, ສປ. ຈີນ ໂດຍມີຜູ້ເຂົ້າຮ່ວມທັງໝົດ 70 ທ່ານ.
ກອງປະຊຸມຄັ້ງນີ້, ໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງກອງປະຊຸມສໍາມະນາ ທີ່ ສປປ ລາວ ແລະ ສປ.ຈີນ ໄດ້ເປັນເຈົ້າພາບຮ່ວມໃນເດືອນ ຕຸລາ 2024 ຜ່ານມາ, ທີ່ ເສິນເຈີ້ນ,​ ສປ.ຈີນ, ເຊີ່ງສະແດງອອກໃນການແລກປ່ຽນບົດຮຽນທີ່ດີ, ການໂຄສະນາ -ເຜີຍແຜ່ ແລະການກໍານົດທິດທາງໃນຕໍ່ໜ້າ ລວມທັງເຫັນໄດ້ສີ່ງທ້າທາຍ ແລະຄວາມຈໍາເປັນຂອງການຮ່ວມມືຂອບສອງຝ່າຍ ແລະ​ການຮ່ວມມືຢູ່ລະດັບພາກພື້ນ ແລະສາກົນ ເພື່ອຈັດຕັ້ງປະ ຕິບັດສົນທິສັນຍາອາວຸດຊີວະພາບ ແລະການສົ່ງເສີມຄວາມໝັ້ນຄົງ ແລະຄວາມປອດໄພທາງຊີວະພາບ.
ກອງປະຊຸມສະແດງຄວາມຂອບໃຈຕໍ່ການເປັນເຈົ້າພາບຮ່ວມຂອງ ສປປ ລາວ ແລະສປ.ຈີນ ແລະຄາດວ່າຈະມີກອງປະຊຸມລັກ ສະນະດັ່ງກ່າວຈັດຂຶ້ນໃນຕໍ່ໜ້າຕື່ມ.