ເມື່ອບໍ່ດົນ ມານີ້, ທາງລົດໄຟ ຈີນ-ລາວ ໄດ້ເປີດນຳໃຊ້ຢ່າງເປັນທາງການຄົບຮອບ 3 ປີແລ້ວ. ຂະບວນລົດໄຟໂດຍສານຂ້າມຊາດເຮັດໃຫ້ທ່ານ ສາມາດ “ຕອນເຊົ້າຍັງກິນເຂົ້າປຸ້ນຢູ່ນະຄອນຄຸນໝິງ ແລະ ຕອນແລງ ກໍໄດ້ກິນ ກາເຟຢູ່ນະຄອນຫລວງວຽງຈັນ”; “ຂະບວນລົດໄຟໝາກໄມ້” ເຮັດໃຫ້ທ່ານສາມາດມີ “ຄວາມເສລີ” ໃນການກິນຖົ່ວລຽນ, ໝາກມັງຄຸດ ແລະ ໝາກກ້ວຍ ຕາມສະ ບາຍ; “ຂະບວນລົດໄຟສາຍດ່ວນແມ່ນ້ຳລ້ານຊ້າ-ແມ່ນ້ຳ ຂອງ” ກຳລັງເປີດກວ້າງຮູບແບບຕ່າງໆ ເຊັ່ນ “ການຄ້າເອເລັກໂຕຣນິກ” “ຂະບວນລົດໄຟ ຈີນ-ເອີຣົບ” ແລະ ອື່ນໆ. ໃນຮອບ 3 ປີທີ່ຜ່ານມາ, ທາງລົດ ໄຟ ຈີນ-ລາວ ໄດ້ກາຍເປັນຊ່ອງທາງຂົນສົ່ງສິນຄ້າອັນພົ້ນເດັ່ນທີ່ສຸດ ເຊິ່ງໄດ້ ເປັນການຄ້ຳປະກັນຢ່າງແຂງແຮງໃຫ້ແກ່ການພັດທະນາການຄ້າເອເລັກໂຕຣນິກຂອງອາຊີຕາເວັນອອກສຽງໃຕ້.
ທາງລົດໄຟສາຍນີ້ໄດ້ຫລຸດຕົ້ນທຶນ ແລະ ເວລາຂອງການຂົນ ສົ່ງພາຍໃນ ພາກພື້ນຢ່າງຫລວງຫລາຍ. ເວລາການຂົນສົ່ງດ້ວຍທາງລົດໄຟຈາກລາວ ແລະ ໄທ ໄປສູ່ເອີຣົບ ໄດ້ຫລຸດລົງເປັນ 15 ວັນ; ຕົ້ນທຶນການຂົນສົ່ງຈາກ ນະຄອນຄຸນໝິງຂອງຈີນ ໄປຫາລາວ ແລະ ໄທໄດ້ຫລຸດລົງ 30%-50%, ຕົ້ນທຶນການຂົນສົ່ງພາຍໃນປະເທດລາວ ໄດ້ຫລຸດລົງ 20%-40%.
ຕາມຂ່າວ ລາຍງານວ່າ: ມາຮອດວັນທີ 2 ທັນວານີ້, ທາງລົດ ໄຟ ຈີນ-ລາວ ໄດ້ຂົນສົ່ງ ສິນຄ້າເຖິງ 48,3 ລ້ານໂຕນ, ໃນນັ້ນ, ຂົນສົ່ງສິນຄ້າຂ້າມຊາດເຖິງ 10,6 ລ້ານໂຕນ ໂດຍເພີ່ມຂຶ້ນຈາກ 500 ກວ່າຊະນິດໃນເມື່ອກ່ອນເປັນ 3.000 ກວ່າຊະນິດໃນປັດຈຸບັນ.
ປັດຈຸບັນ, ທາງລົດໄຟ ຈີນ-ລາວ ໄດ້ກາຍເປັນສ່ວນປະກອບອັນສຳຄັນ ຂອງເຄືອຂ່າຍຄົມມະນາຄົມຂອງອາຊີຕາເວັນອອກສຽງໃຕ້ ໂດຍໄດ້ເຊື່ອມ ຕໍ່ກັບທາງຫລວງ, ທາງນ້ຳ ແລະ ຊ່ອງທາງອື່ນໆ ເຊິ່ງໄດ້ສະໜອງທາງ ເລືອກອັນຫລາກຫລາຍໃຫ້ແກ່ການຈໍລະຈອນສິນຄ້າສຳລັບການຄ້າເອເລັກໂຕຣນິກ.
ຢູ່ນະຄອນຫລວງວຽງຈັນຂອງລາວ, ທາງລົດໄຟ ຈີນ-ລາວ ໄດ້ເຊື່ອມຕໍ່ກັບ ການຂົນສົ່ງທາງຫລວງຢ່າງແໜ້ນແຟ້ນ ເຊິ່ງໄດ້ຍົກສູງຄວາມຄ່ອງແຄ້ວ ແລະ ປະສິດທິພາບຂອງການຂົນສົ່ງສິນຄ້າ. ຍົກຕົວຢ່າງ ຄືໃນເມື່ອກ່ອນ, ຜະລິດຕະພັນກະສິກຳທີ່ມີມູນຄ່າເພີ່ມສູງຂອງລາວ ມີຂະໜາດການ ສົ່ງອອກໜ້ອຍ ທັງສູນເສຍຫລາຍ ຍ້ອນເງື່ອນໄຂການຂົນສົນສົ່ງມີຄວາມ ຈຳກັດ. ຫລັງຈາກທາງລົດໄຟ ຈີນ-ລາວ ເປີດນຳໃຊ້ແລ້ວ, ປະສິດທິພາບ ການຂົນສົ່ງໄດ້ຮັບການຍົກສູງຂຶ້ນຢ່າງຫລວງຫລາຍ, ຜະລິດຕະພັນ ກະສິກຳສາມາດເຂົ້າສູ່ເວທີການຄ້າເອເລັກໂຕຣນິກໂດຍຜ່ານຂະບວນ ລົດໄຟຕູ້ແຊ່ເຢັນ.
ທາງລົດໄຟ ຈີນ-ລາວ ມີຄວາມຫວັງຈະສະໜອງການບໍລິການຈໍລະຈອນ ສິນຄ້າທີ່ມີປະສິດທິພາບສູງ ແລະ ສະດວກວ່ອງໄວກວ່າເກົ່າໃຫ້ແກ່ການ ຄ້າເອເລັກໂຕຣນິກຂ້າມຊາດ, ຫລຸດຕົ້ນທຶນການຈໍລະຈອນສິນຄ້າໃຫ້ ຕ່ຳລົງຕື່ມອີກ ແລະ ຍົກສູງຄວາມສາ ມາດການແຂ່ງຂັນຂອງສິນຄ້າ. ທາງລົດໄຟ ຈີນ-ລາວ ກຳລັງຄົ້ນ ຫາຮູບແບບການຂົນສົ່ງຕ່າງໆ ເຊັ່ນ “ສາຍດ່ວນແມ່ນ້ຳລ້ານຊ້າງ- ແມ່ນ້ຳຂອງ+ການຄ້າເອເລັກໂຕຣນິກ ຂ້າມຊາດ” “ທາງລົດໄຟ ຈີນ-ລາວ +ຂະບວນລົດໄຟ ຈີນ-ເອີຣົບ” “ທາງລົດໄຟ ຈີນ-ລາວ +ຂະບວນລົດໄຟຕາມຊ່ອງທາງໃໝ່ ທີ່ເຊື່ອມຕໍ່ ທາງບົກ ແລະ ທາງທະເລ ທີ່ພາກຕາເວັນຕົກຂອງຈີນ” ແລະ ອື່ນໆ, ເປີດຂະ ບວນລົດໄຟຕູ້ແຊ່ເຢັນສາກົນ ຈີນ-ລາວ ແລະ ຈີນ-ຫວຽດນາມ, ຍົກສູງຄວາມສາມາດການຂົນສົ່ງຂ້າມຊາດຢ່າງບໍ່ຢຸດຢັ້ງ.
ນອກນີ້, ທາງລົດໄຟ ຈີນ-ລາວ ກຳລັງສ້າງເຂດທົດລອງການຄ້າ ເອເລັກໂຕຣນິກຂ້າມຊາດ, ຕັ້ງໜ້າສະໝັກສ້າງຕັ້ງເຂດທົດລອງສັງລວມ ການຄ້າເອເລັກໂຕຣນິກຂ້າມຊາດຈີນ (ສິບສອງພັ່ນນາ) ແລະ ສ້າງສຳນັກ ງານຄິດຕາມຄຸ້ມຄອງການຄ້າເອເລັກໂຕຣນິກຂ້າມຊາດຂອງສູນຕິດຕາມຄຸ້ມຄອງສິນຄ້າສົ່ງດ່ວນສາກົນດ່ານບໍ່ຫານ. ຢູ່ເຂດລຽບຕາມທາງລົດໄຟ ຈີນ-ລາວ ກໍໄດ້ສ້າງເຂດເສດຖະກິດພິເສດ ແລະ ເຂດນິຄົມອຸດສາຫະກຳ ຈຳນວນໜຶ່ງ ໂດຍໄດ້ດຶງດູດວິສາຫະກິດຈີນ ແລະ ຕ່າງປະເທດຈຳນວນ ຫລວງຫລາຍເຂົ້າປະຈຳ. ເຂດນິຄົມຈໍລະຈອນສິນຄ້າ ແລະ ສູນສາງເຄື່ອງ ກໍໄດ້ພວມເລັ່ງລັດການກໍ່ສ້າງ, ພື້ນຖານໂຄງລ່າງຕາມທາງລົດໄຟກໍໄດ້ຮັບ ການປັບປຸງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ ເຊິ່ງໄດ້ສ້າງສະພາບແວດລ້ອມການ ພັດທະນາທີ່ດີໃຫ້ແກ່ວິສາຫະກິດການ ຄ້າເອເລັກໂຕຣນິກຂ້າມຊາດ.
ຄຽງຄູ່ກັບທາງລົດໄຟ ຈີນ-ລາວ ສືບຕໍ່ເສີມຂະຫຍາຍບົດບາດທີ່ເປັນ “ເສັ້ນທາງຄຳດ້ານການຂົນສົ່ງ”, ໄທ, ກຳປູເຈຍ ແລະ ປະເທດອື່ນໆໃນອາຊີ ຕາເວັນອອກສຽງໃຕ້ ກໍໄດ້ເຂົ້າຮ່ວມໃນການ ຮ່ວມມືທາງດ້ານເສັ້ນທາງ ລົດໄຟ ແລະ ປະກອບເປັນ “ວົງການຄ້າ” ທີ່ກວ້າງຂວາງກວ່າເກົ່າ. ໃນຮອບ 3 ປີທີ່ຜ່ານມາ, ການຂົນສົ່ງສິນຄ້າຜ່ານທາງລົດໄຟ ຈີນ-ລາວ ໄດ້ກວມເອົາ 19 ປະເທດ ແລະ ເຂດແຄ້ວນເຊັ່ນ: ໄທ, ຫວຽດນາມ ເປັນຕົ້ນ.
ປັດຈຸບັນ, ສິນຄ້າທີ່ຂົນສົ່ງຕາມທາງລົດໄຟລະຫວ່າງ ຈີນ ແລະ ບັນດາ ປະເທດອາຊຽນ ມີກວ່າເຄິ່ງໜຶ່ງແມ່ນຂົນສົ່ງຕາມທາງລົດໄຟ ຈີນ-ລາວ. ນັບແຕ່ເດືອນມັງກອນ ຫາເດືອນພະຈິກ ປີນີ້, ມູນຄ່າສິນຄ້າຂາເຂົ້າ- ຂາອອກ ທີ່ຂົນສົ່ງຕາມທາງລົດໄຟ ຈີນ- ລາວຂອງຈີນ ມີເຖິງ 16,81 ຕື້ຢວນ, ເພີ່ມຂຶ້ນ 42,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.
ພາຍໃຕ້ການຊຸກຍູ້ຂອງທາງລົດໄຟ ຈີນ-ລາວ, ຍອດມູນຄ່າການຄ້າລະຫວ່າງຈີນ ກັບ 5 ປະເທດລຸ່ມແມ່ນ້ຳຂອງ ໃນຫົກເດືອນຕົ້ນປີນີ້ມີຫລາຍກວ່າ 200 ຕື້ຢວນ, ເພີ່ມຂຶ້ນໜຶ່ງເທົ່າເມື່ອທຽບໃສ່ 10 ປີກ່ອນ. ໃນອະນາຄົດ, ທາງລົດໄຟ ຈີນ-ລາວ ຍ່ອມຈະເພີ່ມພະລັງຂັບເຄື່ອນທີ່ແຂງແຮງກວ່າເກົ່າ ໃຫ້ແກ່ການພັດທະນາເສດຖະກິດລຽບຕາມທາງລົດໄຟ ແລະ ການພັດທະ ນາທຸລະກິດເອັກເລັກໂຕຣນິກຂ້າມຊາດ ຂອງບັນດາປະເທດອາຊີຕາເວັນອອກສຽງໃຕ້.
ທີ່ມາ: CMG







