ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການນຳແຂວງຫົວພັນ ເຂົ້້າຮ່ວມການພົບປະແລກປ່ຽນມິດຕະພາບ ປ້ອງກັນຊາດ ຫົວພັນ – ແທັງຮວ່າ

Dec 23, 2024

ຄະນະຜູ້ແທນ ແຂວງຫົວພັນ ນຳພາໂດຍ ສະຫາຍ ພຸດພັນ ແກ້ວວົງໄຊ ຮອງເຈົ້າແຂວງໆ ໄດ້ເດີນທາງເຂົ້າຮ່ວມການພົບປະແລກປ່ຽນມິດຕະພາບປ້ອງກັນຊາດ ລະຫວ່າງ ແຂວງຫົວພັນ ສປປ ລາວ ແລະ ແຂວງ ແທັງຮ່ວາ ສສ ຫວຽດນາມ, ສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 80 ປີ ໃນອາທິດຜ່ານມາ ຢູ່ທີ່ດ່ານສາກົນນ້ຳໂສຍ – ນາແມວ, ໂດຍໄດ້ຮັບການຕ້ອນຮັບ ຈາກ ສະຫາຍ ຫວງຽນ ກວາງ ຮາຍ ຮອງປະທານສະພາປະຊາຊົນແຂວງແທັງຮ່ວາ ພ້ອມດ້ວຍຄະນະ ຢ່າງອົບອຸ່ນ.
ກອງປະຊຸມ, ຜູ້ແທນທັງສອງແຂວງໄດ້ຜັດປ່ຽນກັນ ລາຍ ງານຫຍໍ້ສະພາບລວມ, ສະພາບພົ້ນເດັ່ນຂອງແຂວງ, ເວົ້າສະເພາະແມ່ນວຽກງານປ້ອງກັນຊາດໃນໄລຍະຜ່ານມາໃຫ້ກັນໄດ້ຮັບຊາບ, ພ້ອມກັນປະກອບຄຳຄິດຄຳເຫັນໃນວຽກງານທີ່ທັງສອງລັດຖະບານ ກໍຄືສອງແຂວງຫົວພັນ – ແທັງຮ່ວາ ໄດ້ເຊັນສັນຍາຮ່ວມມືຮອບດ້ານນໍາກັນ ໃນ 1 ປີຜ່ານ ເຊີ່ງແຂວງແທັງຮ່ວາໄດ້ໃຫ້ການຊ່ວຍເຫຼືອແຂວງຫົວພັນ ຫຼາຍດ້ານ, ໃນນີ້ ໄດ້ຊ່ວຍເຫຼືອ ການກໍ່ສ້າງພື້ນຖານໂຄງລ່າງ ຈຳນວນ 114 ກວ່າລ້ານດົງ, ຊ່ວຍເຫຼືອນັກສຶກສາລາວ 14 ກວ່າລ້ານດົງ, ຊື້ຕຽງນອນຄົນເຈັບ 200 ຕຽງ ແລະ ປະກອບລະບົບອື່ນໆເຂົ້າໃນຕຶກໂຮງໝໍແຂວງ ຫຼັງໃໝ່ລວມມູນຄ່າ 518 ຕື້ດົງ, ກໍາລັງປະກອບອາວຸດທັງສອງແຂວງໄດ້ແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນກວດກາ ແລະ ຄວບຄຸມການເຄື່ອນໄຫວນຳເຂົ້າ – ສົ່ງອອກສິນຄ້າ, ກວດຄົນເຂົ້າ – ອອກເມືອງ, ຕ້ານທຸກເລ່ລ່ຽມກົນອຸບາຍຂອງກຸ່ມຄົນບໍ່ຫວັງດີ, ຕ້ານ ແລະ ສະກັດກັ້ນອາຊະຍາກຳທຸກປະເພດບໍ່ໃຫ້ເກີດຂຶ້ນ, ຈັດຕັ້ງລາດຕະເວນກວດກາ, ປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍຕາມຂອບເຂດຊາຍແດນຫົວພັນ-ແທັງຮ່ວາ ໃຫ້ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.
ພ້ອມນີ້, ທັງສອງຝ່າຍຍັງເປັນເອກະພາບໃນການຮ່ວມມືວຽກງານປ້ອງກັນຊາດ ນຳກັນໂດຍຈະສືບຕໍ່ເພີ່ມທະວີສຶກສາອົບຮົມປະຊາຊົນລະຫວ່າງ ເຂດຊາຍແດນໃຫ້ເຂົາເຈົ້າຮັບຮູ້, ເຊື່ອມຊຶມ ແລະ ປະຕິບັດບັນດາກົດລະບຽບ, ກົດໝາຍຊາຍແດນ ແລະ ບົດບັນທຶກຕ່າງໆ ລະຫວ່າງລັດຖະບານ ກໍຄືສອງແຂວງຕິດຈອດໄດ້ຕົກລົງກັນ, ສືບຕໍ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນຢູ່ລຽບຕາມຊາຍແດນໃຫ້ຫຼຸດລົງເທື່ອລະກ້າວ, ສືບຕໍ່ແກ້ໄຂບັນຫາຜູ້ຍົກຍ້າຍຕັ້ງພູມລຳເນົາຕາມລຳພັງໃຈ ແລະ ສ້າງຄອບຄົວບໍ່ຖືກຕ້ອງຕາມລະບຽບການໃນບໍລິເວນຊາຍແດນ ຫົວພັນ-ແທັງຮ່ວາ ໃຫ້ສໍາເລັດຕາມແຜນການທີ່ສອງພັກສອງລັດຖະບານ ກໍຄືສອງແຂວງໄດ້ວາງໄວ້.
ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 80 ປີ ໂດຍປະຕິບັດຕາມນະໂຍບາຍຂອງກະຊວງປ້ອງກັນປະເທດ, ທະຫານເຂດ 4 ສອງແຂວງ ແທັງຮ່ວາ ແລະ ຫົວພັນ ໄດ້ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດທີ່ມີຄວາມໝາຍຫຼາຍຢ່າງຄື: ພົບປະແລກປ່ຽນປະຊາຊົນ, ກວດກາ ແລະ ປິ່ນປົວພະຍາດ, ມອບຢາປົວພະຍາດໃຫ້ແກ່ປະຊາຊົນ; ມອບຂອງຂວັນໃຫ້ບັນດາຄອບຄົວນະໂຍບາຍ ແລະ ຜູ້ທຸກຍາກ, ມອບທຶນສຶກສາໃຫ້ນັກຮຽນເກັ່ງ, ຈັດຕັ້ງການລາດຕະເວນຮ່ວມ, ປູກຕົ້ນໄມ້ມິດຕະພາບ, ແຕ້ມໜັງສືຫຼັກໝາຍ ແລະອື່ນໆ. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍຄວາມສຳຄັນ ເພື່ອເພີ່ມທະວີຮັດແໜ້ນສາຍພົວພັນ ມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງພັກ, ລັດ ແລະ ກອງທັບສອງປະເທດ ຫວຽດນາມ-ລາວ ແລະ ສອງແຂວງແທັງຮ່ວາ-ຫົວພັນ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
———-
ພາບ-ຂ່າວ: ຮທ ຕຸກ ແກ້ວພະຍົງ ປກສ ແຂວງຫົວພັນ