ເມື່ອບໍ່ດົນມານີ້ ທາງ Lonely Planet ເຊິ່ງເປັນ Website ທີ່ມີຊື່ສຽງລະດັບໂລກ ໃນດ້ານການໃຫ້ຂໍ້ມູນກ່ຽວກັບການທ່ອງທ່ຽວ ທີ່ຄອບຄຸມທຸກເລື່ອງຂອງການເດີນທາງ, ເປັນທີ່ຮູ້ຈັກໃນຖານະໜຶ່ງໃນແຫຼ່ງຂໍ້ມູນທ່ອງທ່ຽວ ທີ່ໄດ້ຮັບຄວາມໄວ້ວາງໃຈທີ່ສຸດ. ໄດ້ມີການເປີດເຜີຍລາຍຊື່ 22 ສະຖານທີ່ເມືອງທີ່ໜ້າໄປຢ້ຽມຢາມທີ່ສຸດໃນອາຊີ ເຊິ່ງຫຼວງພະບາງ ກໍຕິດໜຶ່ງໃນນັ້ນອີກດ້ວຍ.
ໂດຍທາງ Lonely Planet ໄດ້ກ່າວກ່ຽວກັບເມືອງຫຼວງພະບາງ ໃນບົດລາຍງານໄວ້ວ່າ:
– ເມືອງຫຼວງພະບາງ ເປັນເມືອງທີ່ຕັ້ງຢູ່ແຄມແມ່ນ້ຳຂອງ ແລະນ້ຳຄານ, ເປັນເມືອງທີ່ເຕັມໄປດ້ວຍກິ່ນອາຍທາງວັດທະນະທຳ ທັງຈາກສາສະນາພຸດ, ລາຊະວົງທ້ອງຖິ່ນ, ອິດທິພົນຈາກຝຣັ່ງ ແລະ ສະຖາປັດຕະຍະກຳທ້ອງຖິ່ນ.
– ນັກທ່ອງທ່ຽວສາມາດສຳພັດກັບກິ່ນອາຍຂອງວັດທະນະທຳ ເຊັ່ນ: ການເຮັດບຸນໃສ່ບາດຍາມເຊົ້າ, ການຢ້ຽມຊົມວັດ ແລະ ພິພິຕະພັນພະລາຊະວັງ.
– ມີກິດຈະກຳຫຼາກຫຼາຍແນະນຳ ເຊັ່ນ: ຊິມອາຫານລາວ, ເບິ່ງຕາເວັນຕົກແຄມແມ່ນ້ຳຂອງ, ຮຽນຮູ້ການຕ່ຳຜ້າທີ່ສູນສິລະປະພື້ນບ້ານ ແລະທ່ຽວຊົມນ້ຳຕົກຕາດກວາງຊີ.
ຈຸດປະສົງຂອງການຈັດອັນດັບໃນຄັ້ງນີ້ ຂອງທາງ Lonely Planet ກໍເພື່ອເປັນການກະຕຸ້ນໃຫ້ມີການທ່ອງທ່ຽວໃນທະວີບອາຊີ ທີ່ມີພື້ນທີ່ກວມເອົາ 1 ໃນ 3 ຂອງພື້ນທີ່ດິນໂລກ ໃຫ້ມີຄວາມຄຶກຄື້ນ ແລະເພື່ອເປັນການແນະນຳໃຫ້ນັກທ່ອງທ່ຽວ ມີປະສົບການທ່ອງທ່ຽວແບບໃໝ່ໆ ໂດຍເນັ້ນທີ່ວິຖີຊີວິດແບບຊຸມຊົນ ແລະສຳພັດວັດທະນະທຳ ທຳມະຊາດໃນພື້ນທີ່.
1.
Luang Prabang, Laos: ເມືອງແຫ່ງຄວາມຊົງຈຳແຄມແມ່ນ້ຳຂອງ
2.
Bangkok, Thailand: ໜຶ່ງໃນເມືອງທີ່ມີບັນຍາກາດໜ້າຫຼົງໄຫຼທີ່ສຸດໃນໂລກ
3.
Angkor, Siem Reap, Cambodia: ໃກ້ຊິດກັບລາຊະວົງຂະແມ
4.
Hoi An, Vietnam: ເມືອງມະຫັດສະຈັນທີ່ໄດ້ຮັບການຂຶ້ນທະບຽນມໍລະດົກໂລກ
5.
Hunza Valley, Pakistan: ທິວທັດພູເຂົາທີ່ງົດງາມ ພ້ອມແມ່ນ້ຳຈາກລຳທານນ້ຳກ້ອນ
6.
Jaipur, India: ເມືອງເກົ່າແກ່ທີ່ເຕັມໄປດ້ວຍ ສະຖາປັດຕະຍະກຳທາງປະຫວັດສາດ
7.
Pokhara, Nepal: ເມືອງທີ່ອົບອຸ່ນ ແລະມີວິວທິວທັດທີ່ໜ້າປະທັບໃຈ
8.
Ella, Sri Lanka: ສູນກາງຂອງການຜະຈົນໄພເທິງເກາະ
9.
Singapore: ເມືອງທັນສະໄໝທີ່ເຕັມໄປດ້ວຍວັດທະນະທຳ
10.
Kerala Backwaters, India: ທຸກສິ່ງທີ່ຂຽວຂະຈີ, ມີຊີວິດຊີວາ ແລະເຕັມໄປດ້ວຍຈິດວິນຍານ
11.
Petra, Jordan: ໃກ້ຊິດກັບສິ່ງມະຫັດສະຈັນຂອງໂລກ
12.
The Maldives: ເກາະທ້ອງຖິ່ນທີ່ມີລາຄາທີ່ພັກບໍ່ແພງ
13.
Penang, Malaysia: ສຳພັດວັດທະນະທຳການຍ່າງປ່າ ແລະ ລອງຊິມອາຫານແຊບ
14.
Paro, Bhutan: ຫຸບເຂົາທີ່ໜ້າຫຼົງໄຫຼ ໃນອະນາຈັກທີ່ງຽບສະຫງົບ
15.
Setouchi, Japan: ແສງແດດ, ເລມອນ ແລະການປັ່ນລົດຖີບໃນໝູ່ເກາະຍີ່ປຸ່ນ
16.
Seoul, South Korea: ເມືອງແຫ່ງຄວາມລ້ຳສະໄໝ ແລະຄວາມເທ້
17.
Siargao, Philippines: ໄລ່ລ້າຄື່ນທະເລ ໃນໝູ່ເກາະທີ່ເຕັມໄປດ້ວຍຕົ້ນປາມ
18.
Bali, Indonesia: ເກາະເຂດຮ້ອນສຸດຮັກຂອງເອເຊຍ
19.
Samarkand, Uzbekistan: ເມືອງສີສັນເທິງເສັ້ນທາງສາຍໄໝ
20.
Yunnan, China: ດິນແດນແຫ່ງທຳມະຊາດ ແລະວັດທະນະທຳທີ່ມີຊີວິດຊີວາ
21.
Tokyo, Japan: ເມືອງໃຫຍ່ທັນສະໄໝ ທີ່ເຕັມໄປດ້ວຍກິດຈະກຳ
22.
Hong Kong: ຈຸດບັນຈົບຂອງວັດທະນະທຳທີ່ຫຼາກຫຼາຍ
ທີ່ມາ: Lonely Planet



