ຄຳມ່ວນ ປະກາດອະໄພຍະໂທດໃຫ້ນັກໂທດ 195 ຄົນ
ວັນທີ 23 ທັນວາ 2024, ທີ່ຄ້າຍຄຸມຂັງ-ດັດສ້າງ ກອງບັນ ຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຄໍາມ່ວນ ໄດ້ຈັດພິທີປະກາດອະໄພຍະໂທດ ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ທີ່ມີການປະພຶດດີ ເນື່ອງໃນໂອກາດວັນຊາດທີ 2 ທັນ ວາ ຄົບຮອບ 49 ປີ, ໂດຍການເຂົ້າຮ່ວມຂອງທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ, ປະທານຄະນະກໍາມະການ ອະໄພຍະໂທດລະດັບແຂວງ

ສໍາລັບປີ 2024 ແຂວງຄໍາມ່ວນມີຜູ້ທີ່ໄດ້ຮັບອະໄພຍະໂທດຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ຈໍານວນທັງໝົດ 195 ຄົນ, ຍິງ 31 ຄົນ. ໃນນັ້ນໄດ້ຮັບການປ່ອຍຕົວ 16 ຄົນ, ຍິງ 03 ຄົນ (ມີນັກໂທດຄະດີ ຢາເສບຕິດ 15 ຄົນ ແລະ ນັກໂທດທົ່ວໄປ 01 ຄົນ) ແລະ ໄດ້ຮັບອະໄພຍະໂທດ ຫຼຸດຜ່ອນໂທດ 179 ຄົນ, ຍິງ 28 ຄົນ (ມີນັກໂທດຢາເສບຕິດ 174 ຄົນ, ນັກໂທດທົ່ວໄປ 05 ຄົນ). ເຊິ່ງຈໍານວນນັກໂທດດັ່ງກ່າວແມ່ນບຸກຄົນທີ່ມີຄວາມຕື່ນຕົວເຄົາລົບ, ປະຕິບັດລະບຽບກົດໝາຍ, ວິໄນຂອງຄ້າຍໄດ້ດີ, ເປັນຜູ້ທີ່ມີຄວາມບຸກບືນຫ້າວຫັນໃນການປະຕິບັດໜ້າທີ່ວຽກ ງານຂອງຄ້າຍ, ມີແນວຄິດພຶດຕິກໍາປ່ຽນແປງ ແລະ ກິນແໜງແຄງໃຈຕໍ່ການກະທໍາຜິດຂອງຕົນໃນໄລຍະຜ່ານມາ ໂດຍໄດ້ຜ່ານຂັ້ນຕອນໃນການດຳເນີນການຄັດເລືອກນັກໂທດຜູ້ທີ່ມີເງື່ອນໄຂ, ມີການຄັດເລືອກຈັດປະເພດປະຈຳອາທິດ, 3 ເດືອນ, 6 ເດືອນ ແລະ 1 ປີ ໂດຍມີການເຂົ້າຮ່ວມຕິດຕາມຂອງເຈົ້າໜ້າທີ່ຢ່າງເຂັ້ມງວດ.
ໃນໂອກາດນີ້, ທ່ານ ແກ້ວອຸດອນ ບຸດສິງຂອນ ໄດ້ມອບໃບຢັ້ງຢືນໃຫ້ແກ່ຜູ້ທີ່ໄດ້ຮັບການອະໄພຍະໂທດ ພ້ອມທັງມີຄໍາເຫັນໂອ້ລົມເນັ້ນໜັກໃຫ້ຜູ້ທີ່ຖືກຕັດອິດສະຫຼະພາບທຸກຄົນ ໃຫ້ເອົາໃຈໃສ່ເຄົາລົບ, ປະຕິບັດລະບຽບ, ກົດໝາຍ, ວິໄນຂອງຄ້າຍຄຸມຂັງໃຫ້ໄດ້ດີ, ເປັນບຸກຄົນທີ່ມີຄວາມຕື່ນຕົວບຸກບືນຫ້າວຫັນປະຕິບັດລະບຽບກົດໝາຍ, ປັບປຸງປ່ຽນແປງ ແລະ ພັດທະນາຕົນເອງ, ສ່ວນຜູ້ປົກຄອງ ຫຼືຍາດພີ່ນ້ອງນັກໂທດ ຕ້ອງສ້າງເງື່ອນໄຂອໍານວຍຄວາມສະດວກໃນຫຼາຍດ້ານຕໍ່ກັບເຈົ້າໜ້າທີ່ໆກ່ຽວຂ້ອງໃນການພົວພັນ, ປະສານງານ, ການຕອບສະໜອງຂໍ້ມູນຕ່າງໆໃຫ້ທັນຕາມກໍານົດເວລາ.
ແຫຼ່ງຂ່າວ: mediaLAOS



