ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈັດກິດຈະກຳ ອະນຸລັກສົ່ງເສີມໝໍລໍາພື້ນບ້ານ

Dec 24, 2024

ໃນວັນທີ 22 ທັນວາ 2024, ຂະແໜງວັດທະນະທຳແຂວງສະຫວັນນະເຂດ ໄດ້ຈັດໃຫ້ມີກິດຈະກຳຊຸກຍູ້ສົ່ງເສີມໝໍລໍາພື້ນ ບ້ານ ຢູ່ສູນການຄ້າສະຫວັນໄອເຕັກ ໂດຍມີໝໍລໍາຈາກເມືອງຊົນນະບູລີ ເຊິ່ງເປັນຕົ້ນກຳເນີດຂອງລໍາຕັ່ງຫວາຍ, ມີທັງຮຸ່ນອາວຸໂສ ແລະ ຮຸ່ນສືບທອດ, ໝໍລໍາຄອນສະຫວັນຈາກເມືອງຈໍາພອນ, ໝໍລໍາຜູ້ໄທ ແລະ ໝໍລໍາບ້ານຊອກ ຈາກນະຄອນໄກສອນພົມວິຫານເຂົ້າຮ່ວມເພື່ອເປັນການອະນຸລັກສົ່ງເສີມໝໍລໍາພື້ນບ້ານ ກໍ່ຄືເປັນ ການສົ່ງເສີມພອນສະຫວັນຜູ້ທີ່ຮັກມັກໝໍລໍາ. ໂດຍການອຸປະຖໍາສະຖານທີ່ຈາກ ບໍລິສັດ ລາວ-ເວີນ ສະຫວັນຈໍາກັດ, ບໍລິສັດ ສະ ຫວັນ ຣີເຈັ້ນ ຣີສອດ ຈໍາກັດ ແລະ ບໍລິສັດ ຄິງ ຂາເຂົ້າ-ຂາອອກ ຈໍາກັດ.
ການຈັດກິດຈະກຳຄັ້ງນີ້ ຍັງໄດ້ມີການມອບໃບສັນລະເສີນ ແລະ ລາງວັນຊຸກຍູ້ຈໍານວນໜຶ່ງ ໂດຍແມ່ນ ທ່ານ ສົມພອນ ວິໄລວົງ ຮອງຫົວໜ້າພະແນກ ຖະແຫຼງຂ່າວ ວັດທະນະທຳແລະທ່ອງທ່ຽວແຂວງ ມອບໃຫ້ບັນດາໝໍລໍາທີ່ເຂົ້າຮ່ວມ.