ໂອກາດມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງສະຫາຍ ຟານ ແອັງ ເຊີນ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ພ້ອມຄະນະ ໃນວັນທີ 23-24 ທັນວາ ນີ້, ສະຫາຍ ຟານ ແອັງ ເຊີນ ໄດ້ປາຖະກະຖາບົດຮຽນ “ການທູດໄມ້ໄຜ່” ຂອງ ສສ ຫວຽດນາມ ໃນວັນທີ 24 ທັນວາ ນີ້ ທີ່ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ໂດຍມີ ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າ ຄອສພ ແລະ ບັນດາສະຫາຍຄະນະພັກ-ຄະນະນໍາຂັ້ນສູງ ຂອງບັນດາກະຊວງ-ອົງການກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ຟານ ແອັງ ເຊີນ ໄດ້ຍົກໃຫ້ເຫັນວ່າ: ໃນສະພາບການທີ່ສະຖານນະການໃນພາກພື້ນ ແລະ ໃນໂລກ ມີຄວາມຜັນແປຢ່າງສັບຊ້ອນ, ການທູດຫວຽດນາມ ໄດ້ສົ່ງເສີມບົດບາດໃນການປົກປ້ອງ ແລະ ສົ່ງເສີມຜົນປະໂຫຍດຂອງປະເທດໃນການປະສານເຂົ້າກັບກະແສໂລກ ຜ່ານການຮັກສາຄວາມສຳພັນລະຫວ່າງປະເທດ ທີ່ເອື້ອໃຫ້ແກ່ການຮັກສາບັນຍາການສັນຕິພາບ, ສະຖຽນລະພາບ, ການປົກປ້ອງເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ເພື່ອສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມ ຍົກລະດັບສະຖານະ ແລະ ຊື່ສຽງຂອງຫວຽດນາມໃນເວທີໂລກ.
ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ ແລະ ແນວຄິດປະທານ ໂຮ່ຈິມິນ, ການປະຍຸກໃຊ້ລັດທິມາກເລນິນຢ່າງມີຄວາມຄິດສ້າງສັນ, ການສານຕໍ່ ແລະ ສົ່ງເສີມກຽດປະຫວັດການຕ່າງປະເທດ-ການທູດ ແລະ ວັດທະນະທໍາປະຊາຊາດ, ການຮຽນຮູ້ຄວາມດີເລີດທາງວັດທະນະທໍາ ແລະ ຄວາມກ້າວໜ້າຂອງມວນມະນຸດ ຫວຽດນາມ ໄດ້ສ້າງແນວທາງການຕ່າງປະເທດ ແລະ ການທູດທີ່ເປັນເອກະລັກໃນຍຸກຂອງ ປະທານ ໂຮ່ຈິມິນ ນັ້ນກໍຄື “ການທູດແບບຕົ້ນໄມ້ໄຜ່ຫວຽດນາມ” ຊຶ່ງມີຮາກຖານທີ່ໝັ້ນຄົງ, ລໍາຕົ້ນແຂງແຮງ ແລະ ມີຄວາມຍືດຍຸ່ນ ຫຼື ປ່ຽນແປງໄດ້ບໍ່ຕາຍໂຕ, ສາມາດປັບໂຕໄດ້ໃນທຸກສະຖານະການ.
“ຮາກຖານທີ່ໝັ້ນຄົງ” ສະທ້ອນໃຫ້ເຫັນເຖິງກຽດປະຫວັດແຫ່ງການເພິ່ງພາຕົນເອງ ແລະ ຜົນປະໂຫຍດລະດັບຊາດ ໄດ້ຮັບການເສີມສ້າງບົນພື້ນຖານອຸດົມການຂອງພັກກອມມູນິດຫວຽດນາມ; “ລໍາຕົ້ນແຂງແຮງ” ສະທ້ອນຜ່ານຄວາມມຸ່ງໝັ້ນອົດທົນໃນການຮັບມືຄວາມທ້າທາຍ ແລະ ອຸປະສັກຕ່າງໆ ຄືດັ່ງນະໂຍບາຍ ແລະ ແນວທາງການຕ່າງປະເທດທີ່ອິດສະຫຼະ, ເປັນໂຕຂອງໂຕເອງ, ຄວາມສຳພັນຫຼາຍຮູບແບບ-ຫຼາຍຝ່າຍ ພ້ອມເປັນເພື່ອນ ແລະ ຮຸ້ນສ່ວນທີ່ໜ້າໄວ້ໃຈ, ມີຄວາມຮັບຜິດຊອບຂອງປະຊາຄົມລະຫວ່າງຊາດ ຊຶ່ງແນວທາງນີ້ໄດ້ຮັບການຈັດຕັ້ງປະຕິບັດ ໃນຕະຫຼອດໄລຍະແຫ່ງການປ່ຽນແປງໃໝ່ຂອງຫວຽດນາມ; ສຳລັບ “ຄວາມຍືດຍຸ່ນ” ໝາຍເຖິງການໃຊ້ແນວທາງຢຶດໝັ້ນຈິດໃຈອັນເດັດດ່ຽວ ເພື່ອຮັບມືກັບທຸກຄວາມຜັນແປ ຢ່າງມີຄວາມຄິດສ້າງສັນ.
ໃນພິທີປາຖະກະຖາບົດຮຽນ “ການທູດໄມ້ໄຜ່”ຂອງສສຫວຽດນາມ ໃນຄັ້ງນີ້, ສະຫາຍ ນາງ ວິລະວອນ ພັນທະວົງ ກໍໄດ້ກ່າວສະແດງຄວາມຂອບໃຈ ແລະ ມອບກະຕ່າຂອງຂວັນ ໃຫ້ແກ່ ສະຫາຍ ຟານແອັງເຊີນ ທີ່ໄດ້ເຜີຍແຜ່ບົດຮຽນການທູດ ທີ່ມີຄວາມໝາຍສຳຄັນ ແລະ ຂໍ້ຄິດຕ່າງໆ ຊຶ່ງຈະເປັນປະໂຫຍດໃຫ້ການແນວທາງຫານທູດຂອງ ສປປ ລາວ.
ຂ່າວ-ພາບ: ສຸກສະຫວັນ




