ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈິ​ນ ແລະ ອາ​ຊ​ຽ​ນ​ຮ່ວມ​ມື​ກັນ​ສ້າງ​ອະ​ນາ​ຄົດ​ແບບ​ສີ​ຂຽວ

Dec 24, 2024

ລະ​ດັບ​ການ​ພັດ​ທະ​ນາ​ພະ​ລັງ​ງານ​ສະ​ອາດ​ຂອງ​ຈີນ​ແມ່ນ​ຢູ່​ໃນ​ອັນ​ດັບ​ນຳ​ໜ້າ​ຂອງ​ໂລກ ແລະ ມີ​ທ່າ​ແຮງ​ໃນ​ດ້ານ​ເຕັກ​ນິກ, ອຸ​ປະ​ກອນ ແລະ ຕົ້ນ​ທຶນ​ໃນ​ການ​ພັດ​ທະ​ນາ​ພະ​ລັງ​ງານ​ສີ​ຂຽວ. ຄຽງ​ຄູ່​ກັບ​ຂອບ​ເຂດ​ ແລະ ຄວາມ​ເລິກ​ຂອງ​ການ​ຮ່ວມ​ມື​ດ້ານ​ພະ​ລັງ​ງານ​ສະ​ອາ​ດ​ໄດ້​ຂ​ະ​ຫຍາຍກວ້າງ​ອອກ​ຢ່າ​ງ​ບໍ່​ຢຸດ​ຢັ້ງ, ວິ​ສາ​ຫ​ະ​ກິດ​ຈີນ​ໄດ້​ເຂົ້າ​ຮ່ວມ​ຂະ​ບວນ​ການ​ພັດ​ທະ​ນາ​ພະ​ລັງ​ງານ​ສະ​ອ​າດ​ຂອງ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ນັບ​ມື້​ນັບຫຼາຍ​ຂຶ້ນ. ໂດຍ​ສະ​ເພາະ​ນັບ​ແຕ່​ຕົ້ນ​ປີ​ນີ້​ເປັນ​ຕົ້ນ​ມາ, ໂຄງ​ການ​ຮ່ວມ​ມື​ດ້ານ​ພະ​ລັງ​ງານ​ສະ​ອາດ​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ໄດ້​ປາ​ກົດ​ມີ​ຈຸດ​ເດັ່ນ​ຢ່າງຫຼວງ ຫຼາຍ.
​ກ່ອນ​ໜ້າ​ນີ້​ບໍ່​ດົນ, ໂຄງ​ການ​ເຊື່ອມ​ຕໍ່​ພະ​ລັງ​ງານ​ສະ​ອາດ​ພາກ​ເໜື​ອ ສ​ປ​ປ ລາວ​ໄລ​ຍະ 1 ຂອງໂຄງ​ການ​ໄຟ​ຟ້າ​ພະ​ລັງ​ງານ​ແສງ​ຕາ​ເວັນ​ກຳ​ລັງ​ຕິດ​ຕັ້ງ 1000 MW ຢູ່​ແຂວງ​ອຸ​ດົມ​ໄຊ​ຂອງ​ບໍ​ລິ​ສັດ CGN ​ຂ​ອງ​ຈີນ​ໄດ້​ລົ​ງ​ມື​ກໍ່​ສ້າງ​ຢ່າງ​ເປັນ​ທາງ​ການ. ໂຄງ​ການ​ດັ່ງ​ກ່າວ​ເປັນ​ໂຄງ​ການ​ໄຟ​ຟ້າ​ພະ​ລັງ​ງານ​ແສງ​ຕາ​ເວັນ​ຂະ​ໜາດ​ໃຫຍ່​ໂຄງ​ການທຳ​ອິດ​ຂອງ​ລາວ ໂດຍ​ມີ​ບໍ​ລິ​ສັດ CGN ​ຂ​ອງ​ຈີນ ຮ່ວມ​ມື​ກັບ​ວິ​ສາ​ຫະ​ກິດ​ລາວ ແລະ​ ຈີນຫຼາຍກວ່າ 70 ແຫ່ງຮ່ວມ​ມື​ກັນກໍ່​ສ້າງ. ໂຄງ​ການ​ດັ່ງ​ກ່າວ​ຕັ້ງ​ຢູ່​ແຂວງ​ອຸ​ດົມ​ໄຊ, ​ແຂວງຫຼວງ​ນ້ຳ​ທາ ແລະ ແຂວງ​ຜົ້ງ​ສາ​ລີ​ຂ​ອງ​ລາວ ໂດຍ​ມີ​ແຜນ​ຈະ​ສ້າງ​ເປັນ​ໂຄງ​ການ​ພະ​ລັງ​ງານ​ສະ​ອາດ​ທີ່​ມີ​ພະ​ລັງ​ງານ​ລົມ, ພະ​ລັງ​ງານ​ແສ​ງ​ຕາ​ເວັນ, ພະ​ລັງ​ງານ​ຊີວ​ະ​ພາບ ແລະ​ອື່​ນໆ​ປະ​ສົມ​ປະ​ສານ​ກັນ. ​ພາຍຫຼັງ​ສ້າງ​ສຳ​ເລັດ ແລະ ເປີດ​ນຳ​ໃຊ້​ແລ້​ວ ຄາດ​ວ່າ​ປະ​ລິ​ມານ​ການ​ຜະ​ລິດ​ໄຟ​ຟ້າ​ສະ​ເລ່ຍ​ຕໍ່​ປີ​ຈະ​ມີ​ເຖິງ​ປະ​ມານ 1,7 ຕື້​ກິ​ໂລ​ວັດ​ໂມງ, ສາ​ມາດ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ໃຊ້​ໄຟ​ຟ້າ​ຂອງ 10 ລ້ານ​ຄອບ​ຄົວ​. ການ​ນຳ​ໃຊ້​ພະ​ລັງ​ງານ​ສະ​ອາດ​ດັ່ງ​ກ່າວ​ເທົ່າ​ກັບ​ການ​ປະ​ຢັດ​ຖ່​ານ​ຫີນ​​ມາດ​ຕະ​ຖານປະ​ມານ 5 ແສນ 1 ໝື່ນ​ໂຕນ ແລະ ຫຼຸດ​ການ​ປ່ອຍ​ກາກບອນ 1 ລ້ານ 4 ແສນ​ໂຕນ. ໂຄງ​ການ​ດັ່ງ​ກ່າວ​ມີ​ຜົນ​ດີ​ຕໍ່​ການ​ຫັນ​ປ່ຽນ​ຮູບ​ແບບ​ພະ​ລັງ​ງານ ແລະ ການ​ຍົກ​ລະ​ດັບ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ຂອງ​ລາວ ແລະ ຊ່ວຍ​ປະ​ເທດ​ລາວ​ບັນ​ລຸ​ຄວາມ​ຫວັງ​ທີ່​ຢາກ​ສ້າງ​ເປັນ “ໝໍ້​ໄຟ​ອາ​ຊີ​ຕາ​ເວັນ​ອອກສຽງ​ໃຕ້”.
ຢູ່​ປະ​ເທດ​ໄທ, ໂຮງ​ງານ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ພະ​ລັງ​ງານ​ແສງ​ຕາ​ເວັນ​​ໜ້າ​ນ້ຳ​ ​ແຂວງ​ຂອນ​ແກ່ນ​​ທີ່​ຮັບ​ເໝົາ​ກໍ່​ສ້າງ​ໂດຍ​ຈີນ ໄດ້​ເລີ່ມ​ຜະ​ລິດ​ໄຟ​ຟ້າ​ໃນ​ເດືອນ​ມີ​ນາ​ປີ​ນີ້, ກຳ​ລັງ​ຕິດ​ຕັ້ງ​ມີ​ເຖິງ 31,2 MW, ເປັນ​ໂຄງ​ການ​ຜະ​ລິດ​ໄຟ​ຟ້າ​ແບບ​ຢ່າງ​ໂຄງ​ການ​ທຳ​ອິດ​ຂອງ​ອົງ​ການ​ພະ​ລັງ​ງານ​ໄຟ​ຟ້າ​ໄທ​ທີ່​ມີ​ໄຟ​ຟ້າ​ພະ​ລັງ​ງານ​ແສງ​ຕາ​ເວັນ​​ໜ້ານ້ຳ, ໄຟ​ຟ້າ​ນ້ຳ​ຕົກ​ສະ​ອາດ, ລະ​ບົບ​ສະ​ສົມ​ພະ​ລັງ​ງານ​ທີ່​ມີ​ປະ​ສິດ​ທິ​ພາບ​ສູງ ແລະ ລະ​ບົບ​ຄຸ້ມ​ຄອງ​ພະ​ລັງ​ງານ​ແບບ​ອັດ​ຕະ​ໂນ​ມັດ​ລ​ວ​ມ​ເຂົ້າ​ກັນ. ຕາມ​ຂ່າ​ວ​ລາຍ​ງານ​ວ່າ: ໂຄງ​ການ​ດັ່ງ​ກ່າວ​ໄດ້​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ທີ່​ກ່ຽວ​ຂ້ອງ​ຂອງ​ທ້ອງ​ຖິ່ນ ພ້ອມ​ທັງ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະ​ຊາ​ຊົນ​ທ້ອງ​ຖິ່ນ.
ຢູ່​ອິນ​ໂດ​ເນ​ເຊຍ, ໂຄງ​ການ​ໄຟ​ຟ້າ​ພະ​ລັງ​ງານ​ແສງ​ຕາ​ເວັນ 100MW ທີ່​ກາ​ຣາ​ວັງ​ ທີ່​ເປັນ​ໂຄງ​ການ​ໄຟ​ຟ້າ​ແສງ​ຕາ​ເວັນ​ທາງ​ບົກ​ທີ່​ມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ຂອງ​ອິນ​ໂດ​ເນ​ເຊຍ​ທີ່​ຮັບ​ເໝົາ​ກໍ່​ສ້າງ​ໂດຍ​ວິ​ສ​າ​ຫະ​ກິດ​ຂອງ​ຈີນ​ນັ້ນ ໄດ້​ມອບ​ໃຫ້​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ​ສິງ​ຫາ​ປີ​ນີ້. ໂຄງ​ການ​ນີ້​ຕັ້ງ​ຢູ່​ແຂວງ​ຈາ​ວາ​ຕາ​ເວັນ​ຕົກ​ຂອງ​ອິນ​ໂດ​ເນ​ເຊຍ, ແຕ່​ລະ​ປີ​ສາ​ມາດ​ສະ​ໜອງ​ພະ​ລັງ​ງານ​ໄຟ​ຟ້າ​ສະ​ອາດ​ເຖິງ 150 ລ້ານ​ກິ​ໂລ​ວັດ​ໂມງ, ສາ​ມາດ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ໃຊ້​ໄຟ​ຟ້​າ​ຂອງ 112.000 ຄອບ​ຄົວ, ຫຼຸດ​ການ​ປ່ອຍ​ກາກບອນ​ປະ​ມານ 114.700 ໂຕນ ເຊິ່ງ​ໄດ້ຫຼຸດ​ຕົ້ນ​ທຶນ​ພະ​ລັງ​ງານ​ໄຟ​ຟ້າ​ຂອງ​ທ້ອງ​ຖິ່ນ. ນອກ​ນີ້, ໂຄງ​ການ​ດັ່ງ​ກ່າວ​ຍັງ​ໄດ້​ສ້າງວຽກ​ເຮັດ​ງານ​ທຳ​ຫຼາຍກວ່າ​ພັນ​ຕຳ​ແໜ່ງ​ໃຫ້​ແກ່​ປະ​ຊາ​ຊົນ​ທ້ອງ​ຖິ່ນ ແລະ ໄດ້​ບຳ​ລຸງ​ສ້າງ​ກຳ​ມະ​ກອນ​ມື​ອາ​ຊີບ​ຢ່າງຫຼວງຫຼາຍ.
ການ​ລົງ​ເລິກ​ກາ​ນ​ຮ່ວມ​ມື​ດ້ານ​ພະ​ລັງ​ງານ​ສະ​ອາດ​ ໄດ້​ກາຍ​ເປັນ​ຄວາມເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ. ອີງ​ຕາມ​ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ລະ​ຫວ່າງ​ປີ 2000 ຫາ ​ປີ 2020, ການ​ລົງ​ທຶນ​ສາ​ທາ​ລະ​ນະ​ຂອງ​ຈີນ​ຕໍ່​ໂຄງ​ກການພະ​ລັງ​ງານ​ໝູ​ນ​ວຽນ​ຂອງ​ອາ​ຊຽນ ໄດ້​ກວມ​ເອົາ​ 60% ຂອງ​ຍອດການ​ລົງ​ທຶນ​ສາ​ທາ​ລະ​ນະຈາກ​ຕ່າງ​ປະ​ເທດ​​ທີ່​ອາ​ຊຽນ​ໄດ້​ຮັບ. ສ່ວນ​ໂຄງ​ການ​ຮ່ວມ​ມື​ຕ່າງໆ​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ໃນ​ດ້ານ​ພະ​ລັງ​ງານ​ສະ​ອາດ​ກໍ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ແລ້ວ, ໂຄງ​ການ​ສະ​ສົມ​ພະ​ລັງ​ງານ​ເກາະ​ຈູ​ຣອງ (Jurong Island) ​ສິງ​ກະ​ໂປ, ໂຄງ​ການ​ໄຟ​ຟ້າ​ພະ​ລັງ​ງານ​ແສງ​ຕາ​ເວັນ​ໜ້າ​ນ້ຳ​ເຂື່ອນ​ສິຣິນ​ທອນ​ຂອງ​ໄທ ແລະ ໂຄງ​ການ​ອື່ນໆ ໄດ້​ກາຍ​ເປັນ​ສັນ​ຍາ​ລັກ​ແຫ່ງ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ໃນ​ດ້ານ​ພະ​ລັງ​ງານ​ສະ​ອາດ.
​ໃນ​ອະ​ນາ​ຄົດ, ຈີນ ແລະ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ຍັງ​ຈະ​ສືບ​ຕໍ່​ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ພະ​ລັງ​ງານ​ສະ​ອາດ, ຊຸກ​ຍູ້​ການ​ຫັນ​ປ່ຽນ​ຮູບ​ແບບ​ພະ​ລັງ​ງານ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ຮ່ວມ​ມື​ກັນ​ເດີນ​ຕາມ​ທິດ​ທາງສີຂຽວ, ກາກ​ບອນ​ຕ່ຳ​ ແລະ ມີ​ຄຸນ​ນະ​ພາບ​ສູງກ​ວ່າ​ເກົ່າ.
ທີ່ມາ: CMG