ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄາດວ່າຈະຮັບຮອງເອົາການປັບປຸງລັດຖະທໍາມະນູນໃນ ຕົ້ນເດືອນເມສາ 2025

Dec 24, 2024

ຕອນເຊົ້າວັນທີ 24 ທັນວານີ້ ທີ່ສະພາແຫ່ງຊາດ (ສພຊ) ຄະນະກໍາມະການລະດັບຊາດປັບປຸງລັດຖະທຳມະນູນ ສະບັບປີ 2015 (ຄລຊ) ໄດ້ຈັດກອງປະຊຸມໂດຍການເປັນປະ ທານຂອງທ່ານ ປອ. ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ປະທານ ຄລຊ ເຊິ່ງມີບັນດາທ່ານໃນຄະນະກຳມະການ ແລະ ອະນຸກຳມະການຕ່າງໆຂອງ ຄລຊ ເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງລາຍງານຜົນການຄົ້ນຄວ້າ ແລະ ປັບ ປຸງເນື້ອໃນຮ່າງລັດຖະທໍາມະນູນຕາມການປະກອບຄໍາເຫັນຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງ ສພຊ ຊຸດທີ IX ຄັ້ງວັນທີ 29 ພະຈິກ 2024 ເຊິ່ງບັນດາຄຳເຫັນເຫຼົ່ານັ້ນ ຄະນະຮັບຜິດຊອບໄດ້ຈັດກອງປະຊຸມກວດກາ, ຄົ້ນຄວ້າ ແລະ ປັບປຸງເນື້ອໃນດັ່ງກ່າວໃນຄັ້ງວັນທີ 7-8 ທັນວາຜ່ານມາ.
ອະນຸກຳມະການເນື້ອໃນລາຍງານໃຫ້ຊາບວ່າ: ກ່ອນລົງທາບທາມຮ່າງລັດຖະທໍາມະນູນດັ່ງກ່າວນີ້ ຢ່າງເປີດກວ້າງຢູ່ແຕ່ລະອົງການ ແລະ ທ້ອງຖິ່ນ, ຈະນໍາເອົາຮ່າງລັດຖະທໍາມະນູນສະບັບນີ້ ເຂົ້າຂໍທິດຊີ້ນໍາຈາກກອງປະຊຸມກົມການເມືອງສູນກາງພັກ ເພື່ອເປັນທິດທາງໃຫ້ແກ່ການລົງທຽບທາມ; ສໍາລັບກໍານົດເວລາໃນການເປີດກອງປະຊຸມສະໄໝວິສາມັນຂອງ ສພຊ ເພື່ອພິຈາລະນາຮັບຮອງເອົາລັດຖະທໍາມະນູນ, ຄະນະຮັບຜິດຊອບໄດ້ຄົ້ນຄວ້າ ແລະ ສະເໜີຈັດໃນໄລຍະວັນທີ 31 ມີນາ ຫາ 4 ເມສາ 2025.
ຂ່າວ: ນາງ ກຸກກິກ ບຸດດາໄຊ