ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮັບຮອງການປະເມີນລາຄາທີ່ດີນ ທົ່ວນະຄອນຫຼວງວຽງຈັນ, ເຂດເມືອງຈັນທະບູລີ ລາຄາສູງສຸດ 6.500.000 ກີບຕໍ່ຕາແມັດ

Dec 24, 2024

ທ່ານ ບຸນຊົມ ຊົງວິໄລ ຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ຂຶ້ນສະເໜີ ຂໍ້ຕົກລົງ ວ່າດ້ວຍ ການປະເມີນລາຄາທີ່ດີນ ທົ່ວນະຄອນຫຼວງວຽງຈັນ ເລກທີ 142/ຈນວ ລົງວັນທີ 26 ກຸມພາ 2024 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ໃນຕອນເຊົ້າຂອງວັນທີ 24 ທັນວາ 2024 ວ່າ: ” ເຂດປະເມີນລາຄາທີ່ດິນຂອງ ເມືອງຈັນທະບູລີ (ສັນຍາລັກ A) ເມືອງຈັນທະບູລີ ມີທັງໝົດ 30 ບ້ານ ໄດ້ກຳນົດເຂດປະເມີນລາຄາທີ່ດິນ ປະກອບມີ ເຂດອານຸລັກເມືອງເກົ່າ, ເຂດຕົວເມືອງ ແລະ ເຂດອ້ອມໃຈກາງຕົວເມືອງ. ໂດຍສະເພາະແມ່ນ ບ້ານຫັດສະດີ ( ຖະໜົນສາຍຫຼັກ ຖະໜົນລ້ານຊ້າງ, ຂຸນບູລົມ ແລະ ຖະໜົນ ຫັດສະດີ ມີມູນຄ່າສູງສຸດ 6.800.000 ກີບຕໍ່ຕາແມັດ ) “
May be an image of 1 person and text