ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມຄະນະຊີ້ນຳຂັ້ນແຂວງ ການສ້າງປີຖານລວມຍອດຜະລິດຕະພັນພາຍໃນ GDP ແຂວງຄຳມ່ວນ

Dec 24, 2024

ກອງປະຊຸມຄະນະຊີ້ນຳຂັ້ນແຂວງ ຄັ້ງທີ I ການສ້າງປີຖານລວມຍອດຜະລິດຕະພັນພາຍໃນ GDP ແຂວງຄຳມ່ວນ ເພື່ອຮັບໃຊ້ໃຫ້ແກ່ການສ້າງແຜນພັດທະນາ ເສດຖະກິດ-ສັງຄົມ ປີ 2026-2030 ໄດ້ຈັດຂຶ້ນໃນວັນທີ 24 ທັນວາ 2024 ຢູ່ທີ່ພະແນກແຜນການ ແລະ ການລົງທຶນແຂວງ, ໂດຍການເປັນປະທານຂອງທ່ານ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄຳມ່ວນ, ມີບັນດາພະແນກການ, ຂະແໜງການກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ວາລະກອງປະຊຸມ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ ແລະ ຄະນະປະສານງານຂັ້ນແຂວງ ໃນການຕິດຕາມທ່າອ່ຽງການຂະຫຍາຍຕົວຂອງເສດຖະກິດ ແລະ ການຄິດໄລ່ GDP ຂອງແຂວງຄໍາມ່ວນ, ຜ່ານແຜນດຳເນີນງານ ການສ້າງປີຖານລວມຍອດຜະລິດຕະພັນພາຍໃນ GDP ຂອງແຂວງ ເພື່ອຮັບໃຊ້ໃຫ້ແກ່ການສ້າງແຜນພັດທະນາເສດຖະກິດ-ສັງຄົມ ປີ 2026-2030 ພ້ອມນໍາສະເໜີ ຫຼັກການສັງລວມຂໍ້ມູນ ແລະ ວິທີການຄິດໄລ່ລວມຍອດຜະລິດຕະພັນພາຍໃນ GDP ຂັ້ນແຂວງ.
ທ່ານ ສົມສະອາດ ອຸ່ນສີດາ ໄດ້ມີຄໍາເຫັນຕໍ່ກອງປະຊຸມໃນຄັ້ງນີ້ວ່າ: ວຽກງານງານດັ່ງກ່າວນີ້ ແມ່ນໜຶ່ງໃນວຽກງານບູລິມະສິດຂອງລັດຖະບານ ແລະ ນອນຢູ່ໃນຍຸດທະສາດການພັດທະນາລະບົບສະຖິຕິແບບຍືນຍົງ 2016-2025 ແລະ ວິໄສທັດ 2030 ໂດຍສະເພາະຕິດພັນກັບວຽກງານ ຕິດຕາມ, ປະເມີນ, ວິໄຈ ຕົວເລກລວມຍອດຜະລິດຕະພັນພາຍໃນ GDP ທີ່ເປັນຕົວຊີ້ບອກສໍາຄັນທີ່ສຸດ ການຕີລາຄາສະພາບໃນການສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ແລະ ການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ພ້ອມທັງເປັນພື້ນຖານໃນການວາງນະໂຍບາຍ ແລະ ສ້າງເງື່ອນໄຂໃຫ້ແກ່ການສ້າງແຜນການ 5 ປີ ຄັ້ງທີ X (2026-2030) ກໍ່ຄືການຈັດຕັ້ງປະຕິບັດຍຸດທະສາດ ຮອດປີ 2025 ແລະ ວິໄສທັດ ຮອດປີ 2030 ເພື່ອນໍາພາປະເທດກ້າວໄປສູ່ປະເທດກໍາລັງພັດທະນາທີ່ມີລາຍຮັບປານກາງ ຕາມທິດພັດທະນາສີຂຽວ ແລະ ຍືນຍົງ.
ກອງປະຊຸມຄັ້ງນີ້ ບັນດາຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນປະກອບຄໍາຄິດເຫັນ, ຍົກບັນຫາປຶກສາຫາລືກັນ ເພື່ອເຮັດໃຫ້ການກະກຽມການສ້າງປີຖານລວມຍອດຜະລິດຕະພັນພາຍໃນ GDP ໃນລະດັບແຂວງ ມີຄວາມຮັບປະກັນໃນການຈັດຕັ້ງປະຕິບັດ, ຮັບປະກັນທາງດ້ານຄຸນນະພາບຂອງຂໍ້ມູນ ຄົບຖ້ວນ, ຊັດເຈນ ແລະ ທັນເວລາ.