(ສພຂ) – ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງ (ສພຂ) ສະຫວັນນະເຂດ ຊຸດທີ II ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 24 ທັນວານີ້ ທີ່ຫໍວັດທະນະທຳ ໄກສອນ ພົມວິຫານ ພາຍໃຕ້ການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານ ສພຂ, ມີທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ທັງເປັນສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ບັນດາການນຳຂັ້ນເເຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ
ກອງປະຊຸມຄັ້ງນີ້ຈະໄດ້ພິຈາລະນາ, ຮັບຮອງບັນດາເນື້ອໃນທີ່ສຳຄັນພື້ນຖານຂອງແຂວງ ຄື: 1. ບົດລາຍງານຂອງທ່ານເຈົ້າແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ ປະຈຳປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ; 2. ບົດລາຍງານຂອງພະແນກສຶກສາທິການ ແລະ ກິລາແຂວງກ່ຽວກັບການຈັດຕັ້ງປະຕິບັດຍຸດທະສາດການປະຕິຮູບລະບົບການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດໃນໄລຍະຜ່ານມາ; 3. ບົດລາຍງານຂອງກອງບັນຊາການ ປກສ ແຂວງ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃນໄລຍະຜ່ານມາ; 4. ພິຈາລະນາຮັບຮອງເອົາບຸກຄະລາກອນຂອງອົງການປົກຄອງແຂວງ; 5. ບົດລາຍງານຂອງອົງການກວດສອບປະຈໍາພາກກາງ 2 ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025, ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງແຂວງ ປະຈຳປີ 2023; 6. ບົດລາຍງານຂອງອົງການກວດກາລັດແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025, ບົດລາຍງານການແກ້ໄຂຜົນການກວດກາຕາມຜົນການກວດສອບ ປະຈຳປີ 2023; 7. ບົດລາຍງານຂອງອົງການໄອຍະການປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025; 8. ບົດລາຍງານຂອງສານປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025; 9. ພິຈາລະນາ, ຮັບຮອງການສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ 3 ສະບັບ, ໃນນີ້ ສ້າງໃໝ່ 1 ສະບັບຄື: ຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຄຸ້ມຄອງທີ່ດິນວັດທະນະທໍາພາຍໃນແຂວງສະຫວັນນະເຂດ, ປັບປຸງ 2 ສະບັບຄື: 1) ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການກຳນົດເຂດປະເມີນເຂດລາຄາທີ່ດິນ ແລະ ສິ່ງປຸກສ້າງພາຍໃນແຂວງສະຫວັນນະເຂດ, 2) ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ; 10. ບົດລາຍງານຂອງສະພາປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025. ນອກຈາກນີ້, ຍັງຈະໄດ້ຮັບຟັງການຊີ້ແຈງຂອງອົງການປົກຄອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງຕໍ່ຄຳຖາມຂອງບັນດາທ່ານ ສສຊ ແລະ ສະມາຊິກສະພາປະຊາຊົນແຂວງຕື່ມອີກ.
ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງ ສພຂ ສະຫວັນນະເຂດຊຸດທີ II ຈະດຳເນີນໄປຈົນເຖິງວັນທີ 27 ທັນວາ, ໄລຍະດໍາເນີນກອງປະຊຸມປະຊາຊົນແຂວງສະຫວັນນະເຂດ ສາມາດຝາກຄໍາຄິດເຫັນ ແລະ ຂໍ້ສະເໜີຕ່າງໆ ໄປຍັງສາຍດ່ວນ 041156 ໃນໂມງລັດຖະການ.
ຂ່າວ-ພາບ: ນາງ ກຸກກິກ ບຸດດາໄຊ



