ກອງປະຊຸມຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ເປີດກວ້າງ ຄັ້ງທີ 8 ສະໄໝທີ V
ກອງປະຊຸມຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ເປີດກວ້າງ ຄັ້ງທີ 8 ສະໄໝທີ V ໄດ້ໄຂຂຶ້ນໃນວັນທີ 24 ທັນວາ 2024 ນີ້, ໂດຍການເປັນປະທານຂອງສະ ຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະປະຈໍາພັກ, ກໍາມະການຄະນະພັກກະ ຊວງປ້ອງກັນປະເທດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ກ່າວເປີດກອງປະຊຸມ ເຊິ່ງບາງຕອນໄດ້ກ່າວວ່າ: ກອງປະຊຸມຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ເປີດກວ້າງ ຄັ້ງທີ 8 ສະໄໝທີ V ຈະໄດ້ຮັບຟັງການຕີລາຄາຜົນສໍາເລັດການນໍາພາ ຂອງຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ປະຈໍາປີ 2024 ແລະ ວາງທິດທາງແຜນ ການ ປະຈໍາປີ 2025 ພ້ອມນັ້ນ, ຈະໄດ້ພ້ອມກັນສຸມໃສ່ຄົ້ນຄວ້າປະກອບຄໍາຄິດເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ໄດ້ຮັບໝາກຜົນສູງ.
ຈາກນັ້ນ, ສະຫາຍ ພົນຕີ ວົງສອນ ອິນປານພິມ ກໍາມະການຄະນະປະຈໍາພັກ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບການນໍາພາຂອງຄະນະພັກ ກະຊວງປ້ອງກັນປະເທດ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຄະນະພັກກະຊວງປ້ອງກັນປະເທດ ໄດ້ເປັນໃຈກາງໃນການນໍາພາ-ຊີ້ນໍາທົ່ວກອງທັບ ຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດວາງອອກ, ຊີ້ນໍາຮັບປະກັນເຮັດໃຫ້ປະເທດຊາດ ມີຄວາມສະຫງົບ ໃນນີ້, ໄດ້ສຸມໃສ່ຊີ້ນໍາການຫັນລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ແລະ ສ້າງທ່າສະໜາມສົງຄາມປະຊາຊົນ 3 ຂັ້ນ, ເຄື່ອນໄຫວຊີ້ນໍາ-ກວດກາວຽກງານເຮັດໃຫ້ສະພາບມີຄວາມສະຫງົບໃນຂອບເຂດທົ່ວປະເທດ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ຍົກສູງສະຕິກຽມພ້ອມສູ້ຮົບ ແລະ ຈັດຕັ້ງເຄື່ອນໄຫວກວດກາວຽກງານກຽມພ້ອມສູ້ຮົບຂອງບັນດາກົມກອງທົ່ວກອງທັບ, ເອົາໃຈໃສ່ຊີ້ນໍາສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບໃນທົ່ວກອງທັບ, ຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ໂຄສະນາປາຖະກະຖາວັນສໍາຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງກອງທັບ, ເອົາໃຈໃສ່ປັບປຸງບູລະນະການຈັດຕັ້ງພັກ ທັງບູລະນະການຈັດຕັ້ງບັນຊາເປັນລະບົບ ແລະ ມີຄວາມເຂັ້ມແຂງ, ຊີ້ນໍາອົງການຈັດຕັ້ງມະຫາຊົນໃນກອງທັບ ເຄື່ອນໄຫວຕາມພາລະບົດບາດຂອງຕົນ, ປະຕິບັດນະ ໂຍບາຍ ຕໍ່ພະນັກງານ-ນັກຮົບ, ພະນັກງານບຳນານໃນທົ່ວກອງທັບ,ຄົ້ນຄວ້າ, ປັບປຸງບັນດາກົດໝາຍ ແລະ ນິຕິກຳ ຂອງກອງທັບ ທັງສຸມໃສ່ຮັບປະກັນພະລາທິການ-ເຕັກນິກ ຄຽງຄູ່ກັນນັ້ນ, ກໍໄດ້ພົວພັນ ແລະ ຮ່ວມມືກັບຕ່າງປະເທດ, ຊີ້ນໍາຈັດຕັ້ງປະຕິບັດແນວທາງການຕ່າງປະເທດ ຂອງພັກຢ່າງຕັ້ງໜ້າ ກັບປະເທດເພື່ອນມິດຍຸດທະສາດ ໃນການແລກປ່ຽນຄະນະຜູ້ແທນລະດັບຕ່າງໆ. ຫຼັງຈາກນັ້ນ, ບັນດາຜູ້ແທນກອງປະຊຸມ ໄດ້ຜັດປ່ຽນກັນປະກອບຄໍາຄິດເຫັນໃສ່ບົດລາຍງານຢ່າງກົງໄປກົງມາ ແລະ ສ້າງສັນ ເພືີ່ອປະກອບສ່ວນເຮັດໃຫ້ເນືິ້ອໃນ ຂອງກອງປະຊຸມ ຄົບຖ້ວນ.
ໂອກາດນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍ ຕໍ່ຜົນງານໃນການນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານພັກ ກະຊວງປ້ອງ ກັນປະເທດ ໃນໄລຍະຜ່ານມາ ພ້ອມທັງ ຮຽກຮ້ອງໃຫ້ສືບຕໍ່ເພີ່ມທະວີຊີ້ນໍາການສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບ ເຊື່ອມຊຶມກໍາແໜ້ນ, ຜັນຂະຫຍາຍ ແລະ ຫັນບັນດາມະຕິ ຂອງສູນກາງພັກ, ມະຕິ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ແລະ 5 ບຸກທະລຸ, ເພີ່ມທະວີຄວາມເປັນເອກະພາບພາຍໃນຄະນະ ພັກ-ຄະນະບັນຊາແຕ່ລະຂັ້ນ ທັງປະຕິບັດລະບອບກວດກາ, ຕິດຕາມຊຸກຍູ້ອໍານວຍຄວາມສະດວກ ແລະ ສະຫຼຸບຖອດຖອນບົດຮຽນບັນດາວຽກງານໃນແຕ່ລະໄລຍະໃຫ້ເປັນປົກກະຕິ, ສົ່ງເສີມດ້ານຕັ້ງໜ້າ, ປະຕິບັດນະໂຍບາຍໃຫ້ຖືກຕ້ອງ ແລະ ແກ້ໄຂດ້ານຫຍໍ້ທໍ້ຕ່າງໆໃຫ້ທັນເວລາ.
ຂ່າວ: ສົມຄິດ ພູມມີຈິດ




