ກະຊວງຍຸຕິທຳ ສ້າງຄວາມເຂັ້ມແຂງທາງດ້ານໄອທີ ໃຫ້ແກ່ພະນັກ ງານ

ໃນຕອນເຊົ້າຂອງວັນທີ 23 ທັນວາ 2024 ນີ້ ທີ່ ທ່າລາດ ແຂວງວຽງຈັນ, ກົມຮ່ວມມືສາກົນ, ກະຊວງຍຸຕິທຳ ໄດ້ເປີດຊຸດຝຶກອົບຮົມ ກ່ຽວກັບການສ້າງທັກສະວຽກງານໄອທີໃຫ້ພະນັກ ງານ ກະຊວງຍຸຕິທໍາ. ໃຫ້ກຽດເປັນປະທານໂດຍ ທ່ານ ນາງ ສາຍຄິດ ວິສີສົມບັດ ຮອງຫົວໜ້າກົມຮ່ວມມືສາກົນ,ຮອງຫົວໜ້າໜ່ວຍງານຄຸ້ມຄອງໂຄງການຈັັສຕິດ (JuSTICE Project) ຜູ້ເຂົ້າຮ່ວມຝຶກອົບຮົມຄັ້ງນີ້ ມີ 31 ທ່ານ ຈາກຫ້ອງການ ກະຊວງ, ບັນດາກົມ, ສູນແກ້ໄຂຂໍ້ຂັດແຍງທາງດ້ານເສດຖະກິດ, ສະຖາບັນຍຸຕິທໍາແຫ່ງຊາດ ແລະ ສະພາທະນາຍຄວາມລາວ.
ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ແມ່ນ ເພື່ອຍົກລະດັບຄວາມຮູ້ ແລະ ສ້າງທັກສະຂັ້ນພື້ນຖານ ຈົນເຖິງຂັ້ນສູງທາງດ້ານໄອທີ ໃຫ້ແກ່ບຸກຄະລາກອນ ກະຊວງຍຸຕິທໍາ ເວົ້າລວມ, ເວົ້າສະ ເພາະ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານ ຂອງພະນັກ ງານ-ລັດຖະກອນ ມີປະສິດທິພາບ ແລະ ມີຄວາມຄ່ອງແຄ້ວ ທັນກັບຄວາມກ້າວໜ້າຂອງສັງຄົມໃນແຕ່ລະໄລຍະ.
ຕອນທ້າຍຂອງພິທີ ທ່ານປະທານກອງປະຊຸມໄດ້ມີຄໍາເຫັນເນັ້ນໜັກໃຫ້ວິທະຍາກອນ ເອົາໃຈໃສ່ຖ່າຍທອດຄວາມຮູ້ ແລະ ປະສົບການໃຫ້ຜູ້ເຂົ້າຮ່ວມຊຸດຝຶກອົບຮົມລະອຽດ ແລະ ຈະແຈ້ງຕື່ມ, ໂດຍສະ ເພາະການອະທິບາຍດ້ານທິດສະດີ ທີ່ຕິດພັນກັບພຶດຕິກໍາຕົວຈິງ ພ້ອມທັງ ຕັ້ງຄໍາຖາມ ສົນທະນາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ.
ການຝຶກອົບຮົມຄັ້ງນີ້ ຈະດໍາເນີນເປັນເວລາ 03 ວັນຈຶ່ງຈະສໍາເລັດ ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການການບໍລິການທາງດ້ານກົດໝາຍ ແລະ ການເສີມຂະຫຍາຍຂີດຄວາມສາມາດໃຫ້ສູນຝຶກອົບຮົມ ແລະ ສະຖາບັນຝຶກອົບຮົມທາງດ້ານຍຸຕິທໍາ ຢູ່ ສປປ ລາວ ຫຼື ຈັສຕິດ (JuSTICE Project) ແລະ ຝຶກອົບຮົມໂດຍ ສູນທີປຶກສາແທັກໂດ (TACDO).
ຂ່າວ-ພາບ: ກົມຮ່ວມມືສາກົນ, ກະຊວງຍຸຕິທຳ





