ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມູນນິທິຊ່ວຍເຫຼືອຄົນທຸກຍາກ ນວ ມອບຜ້າຫົ່ມ ແລະ ກະເປົານັກຮຽນໃຫ້ແຂວງໄຊສົມບູນ

Dec 25, 2024

ມູນນິທິຊ່ວຍເຫຼືອຄົນທຸກຍາກ ນວ ມອບຜ້າຫົ່ມ ແລະ ກະເປົານັກຮຽນໃຫ້ແຂວງໄຊສົມບູນ
ໃນຕອນເຊົ້າຂອງວັນທີ 24 ທັນວາຜ່ານມາ, ມູນນິທິຊ່ວຍ ເຫຼືອຄົນທຸກຍາກ ສາຂານະຄອນຫຼວງວຽງຈັນ ນຳໂດຍ ພະອາ ຈານ ພົງສະຫວັນ ອານຸສິດ ປະທານມູນນິທິຊ່ວຍເຫຼືອຄົນ ທຸກ ຍາກ ສາຂານະຄອນຫລວງວຽງຈັນ (ນວ) ພ້ອມດ້ວຍຄະນະ ໄດ້ມອບຜ້າຫົ່ມ ແລະ ກະເປົານັກຮຽນ ໃຫ້ແກ່ ແຂວງໄຊສົມບູນ ເພື່ອນຳໄປມອບຕໍ່ໃຫ້ແກ່ປະຊາຊົນທີ່ທຸກຍາກ ແລະ ໂຮງຮຽນປະຖົມທີ່ຢູ່ຫ່າງໄກສອກຫຼີກ ທັງ 5 ເມືອງ ຂອງແຂວງໄຊສົມບູນ, ຊຶ່ງໃຫ້ການຕ້ອນຮັບໂດຍ ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.
ສຳລັບເຄື່ອງທີ່ນຳມາມອບຄັ້ງນີ້, ປະກອບມີຜ້າຫົ່ມ 1,500 ຜືນ ແລະ ກະເປົ່ານັກຮຽນ 860 ໜ່ວຍ ລວມມູນຄ່າທັງໝົດ 220 ລ້ານກີບ ເພື່ອນໍາໄປມອບຕໍ່ໃຫ້ແກ່ບ້ານທີ່ຍັງມີຄວາມ ຫຍຸ້ງຍາກຂາດເຂີນ, ຄອບຄົວພໍ່ແມ່ປະຊາຊົນຜູ້ທີ່ມີຄວາມ ຫຍຸ້ງຍາກດ້ານເສດຖະກິດ, ຕະຫຼອດຮອດຫຼານນ້ອຍນັກຮຽນ.
ໂອກາດນີ້, ທ່ານເຈົ້າແຂວງ ໄດ້ຕາງໜ້າໃຫ້ການນຳແຂວງ ກໍຄືປະຊາຊົນບັນດາເຜົ່າ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງມູນນິທິຊ່ວຍເຫຼືອຄົນທຸກຍາກ ສາຂານະຄອນຫຼວງວຽງ ຈັນ ພ້ອມດ້ວຍຄະນະ ທີ່ໄດ້ມີຄວາມເປັນຫ່ວງເປັນໃຍຕໍ່ຊາວ ແຂວງໄຊສົມບູນ ແລະ ໄດ້ນຳເອົາເຄື່ອງລົງມາຊ່ວຍເຫຼືອໃນຄັ້ງນີ້. ຊຶ່ງຫຼັງຈາກໄດ້ຮັບເຄື່ອງແລ້ວ, ຂະແໜງການທີ່ກ່ຽວຂ້ອງຂອງແຂວງ ແລະ ບັນດາເມືອງ ຈະພ້ອມກັນຄົ້ນຄວ້າຄັດເລືອກຄອບ ຄົວປະຊາຊົນ, ໂຮງຮຽນເປົ້າໝາຍ ເພື່ອສືບຕໍ່ນຳເອົາໄປແຈກຍາຍໃຫ້ຜູ້ທີ່ມີຄວາມຈຳເປັນ ແລະ ເຫັນວ່າມີຄວາມຫຍຸ້ງຍາກແທ້ໆຢ່າງທົ່ວເຖິງ. ຄຽງຄູ່ກັນນັ້ນຍັງຈະໄດ້ແນະນຳການຊົມໃຊ້, ປົກປັກ ຮັກສາໃຫ້ເກີດປະໂຫຍດ ເພື່ອນຳໃຊ້ໃຫ້ຍາວນານທີ່ສຸດ. ໂອກາດນີ້, ທ່ານ ພອຍຄຳ ຮຸ່ງບຸນຍວງ ຍັງໄດ້ມອບໃບຍ້ອງຍໍໃຫ້ກັບມູນ ນິທິຊ່ວຍເຫຼຶອຄົນທຸກຍາກ ອີກດ້ວຍ.
ຈາກນັ້ນ, ພະອາຈານ ພົງສະຫວັນ ອານຸສິດ ພ້ອມດ້ວຍຄະນະ ຍັງໄດ້ໄປແຈກຢາຍກະເປົານັກຮຽນຈຳນວນ 200 ໜ່ວຍ ແລະ ເຂົ້າໜົມຈໍານວນໜຶ່ງ ໃຫ້ກັບນ້ອງນັກຮຽນ ຢູ່ໂຮງຮຽນມັດທະ ຍົມສົມບູນກິນນອນຊົນເຜົ່າມິດຕະພາບເມືອງອະນຸວົງ.
ຂ່າວ: ນາງ ຄຳໝັ້ນ ພຽງພິລາ