ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງສະຫວັນນະເຂດຍັງເຫຼືອຄອບຄົວບໍ່ພົ້ນທຸກ 49,896 ຄອບຄົວ.

Dec 25, 2024

ທ່ານ ບຸນໂຈມ ອຸບົນປະເສີດ, ເຈົ້າແຂວງສະຫວັນະເຂດ ໃຫ້ຮູ້ໃນໂອກາດລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງ ຊຸດທີ II ໃນວັນທີ ວັນທີ 24 ທັນວາ 2024 ກ່ຽວກັບວຽກງານ ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ເຊິ່ງໃນປີ 2024 ສາມາດສ້າງບ້ານພົ້ນທຸກ ໄດ້ 48 ບ້ານ ເທົ່າກັບ 56.47% ຂອງແຜນປີ (ແຜນການປີ 85 ບ້ານ),
ໃນນີ້: ມາດຕະຖານທີ່ຍັງຄ້າງຄາຫຼາຍກວ່າໝູ່ແມ່ນ ມາດຕະຖານທີ 8 (ຄອບຄົວພົ້ນທຸກພາຍໃນບ້ານ ຍັງບໍ່ທັນກວມ 70% ຂອງຄອບຄົວທັງໝົດໃນບ້ານ) ແລະ ມາດຕະຖານທີ 4 (ເສັ້ນທາງຄົມມະນາ ຄົມເຂົ້າຫາບ້ານບໍ່ທັນທຽວໄດ້ສອງລະດູ), ລວມບ້ານພົ້ນທຸກທົ່ວແຂວງທັງໝົດ 823 ບ້ານ, ຍັງຄ້າງ 210 ບ້ານ ແຕ່ຕົວຈິງແມ່ນຍັງ 323 ບ້ານ; ສາມາດສ້າງຄອບຄົວພົ້ນທຸກໄດ້ 4,830 ຄອບຄົວ, ເທົ່າກັບ 29.58% ຂອງແຜນການປີ (ແຜນການປີ 16,329 ຄອບຄົວ) (ທຽບໃສ່ຄອບຄົວ ຕາມກົດໝາຍຄອບຄົວຂອງກະຊວງພາຍໃນ ໄດ້ 5,629 ຄອບຄົວ) ໃນນີ້: ມາດຕະ ຖານທີ່ຍັງຄ້າງຄາຫຼາຍກວ່າໝູ່ແມ່ນມາດຕະຖານທີ 3 (ຍັງບໍ່ທັນມີອາຊີບ ແລະ ລາຍຮັບທີ່ໝັ້ນຄົງ), ລວມທົ່ວແຂວງ ມີຄອບຄົວພົ້ນທຸກ ຈໍານວນ 156,370 ຄອບຄົວ ຈາກ 206,266 ຄອບຄົວທົ່ວແຂວງ (ທຽບໃສ່ຄອບຄົວ ຕາມກົດໝາຍຄອບຄົວຂອງກະຊວງພາຍໃນ ຍັງຄ້າງ 49,896 ຄອບຄົວ).
ສໍາລັບແຜນສ້າງເມືອງພົ້ນທຸກ ໃຫ້ໄດ້ 4 ເມືອງ, ແຕ່ປະຕິບັດໄດ້ 3 ເມືອງຄື: ເມືອງອາດສະພອນ, ທ່າປາງທອງ ແລະ ຊົນນະບູລີ ຍັງ 1 ເມືອງຄື: ເມືອງພະລານໄຊ ,ສືບຕໍ່ສ້າງໃນແຜນປີ 2025. ປະຈຸບັນທົ່ວແຂວງ ຍັງມີເມືອງທີ່ຍັງບໍ່ທັນພົ້ນທຸກ ຈໍານວນ 4 ເມືອງຄື: ເມືອງ ພະລານໄຊ, ເມືອງ ພີນ, ເມືອງ ເຊໂປນ ແລະ ເມືອງ ນອງ; ການສ້າງເມືອງເຂັ້ມແຂງຮອບດ້ານ ແມ່ນປະຕິບັດໄດ້ 2 ເມືອງຄື: ນະຄອນໄກສອນພົມວິຫານ ແລະ ເມືອງສອງຄອນ ເທົ່າກັບ 100% ຂອງແຜນການປີ.
ສ່ວນການສ້າງເງື່ອນໄຂໃຫ້ 4 ເມືອງກາຍເປັນເມືອງເຂັ້ມແຂງຮອບດ້ານຄື: ເມືອງ ໄຊບູລີ, ຈຳພອນ, ໄຊພູທອງ ແລະ ອຸທຸມພອນ ກຳລັງປະເມີນຕາມຂັ້ນຕອນ. ຈາກນັ້ນທາງແຂວງ ຍັງໄດ້ສຸມໃສ່ສ້າງເງື່ອນໄຂ ໃນ 4 ຈຸດສຸມບຸລິມະສິດ ຄື: ກຸ່ມບ້ານຈຽງຕູບເມືອງ ເຊໂປນ, ກຸ່ມບ້ານຕັງອາໄລ ແລະ ກຸ່ມບ້ານແກ້ງລີ້ນ ເມືອງນອງ ແລະ ບ້ານຄຳປ່າແໜ ເມືອງຊົນນະບູລີ ແນໃສ່ປັບປຸງວຽກງານຮາກຖານການເມືອງ ໃຫ້ມີຄວາມເຂັ້ມແຂງ ແລະ ແກ້ໄຂຄວາມທຸກຍາກໃຫ້ໄດ້.