ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທາງ​ລົດ​ໄຟ​ຈີນ-ລາວ​ຊຸກ​ຍູ້​ຄວາມ​ຈະ​ເລີນ​ຮຸ່​ງ​ເຮືອງ​ຂອງ​ການ​ທ່ອງ​ທ່ຽວ​ຂ້າມ​ຊາດ​ສອງ​ປະ​ເທດ​ຈີນ ແລະ ລາວ

Dec 25, 2024

ທາງ​ລົດ​ໄຟ​ຈີນ-ລາວ​ຊຸກ​ຍູ້​ຄວາມ​ຈະ​ເລີນ​ຮຸ່​ງ​ເຮືອງ​ຂອງ​ການ​ທ່ອງ​ທ່ຽວ​ຂ້າມ​ຊາດ​ສອງ​ປະ​ເທດ​ຈີນ ແລະ ລາວ
ຢູ່​ລຽບ​ຕາມ​ທາງ​ລົດ​ໄຟ​ຈີນ-ລາວ​ ມີ​ຊັບ​ພະ​ຍາ​ກອນ​ທ່ອງ​ທ່ຽວ​ທີ່​ອຸ​ດົມ​ສົມ​ບູນ ເຊັ່ນ: ນະ​ຄອນ​ຄຸນ​ໝິງ, ນະ​ຄອນ​ຢູ້​ຊີ, ນະ​ຄອນ​ຜູ​ເອີ ແລະ ກິ່ງ​ແຂວງ​ສິບ​ສອງ​ພັນ​ນາ​ຂອງ​ຈີນ ແລະ ນະ​ຄອນຫຼວງ​ພະ​ບາງ, ເມືອ​ງວັງ​ວຽງ ແລະ ນະ​ຄອນຫຼວງວຽງ​ຈັນ​ຂອງ​ລາວ ເຊິ່ງ​ມີ​ພາບ​ວີວ​ທິວ​ທັດ​ທີ່​ສວຍ​ງາມ ແລະ ວັດ​ທະ​ນະ​ທຳ​ທີ່​ມີຫຼາກຫຼາຍ​ສີ​ສັນ. ໂດຍ​ຜ່ານ​ຈາກ​ທາງ​ລົດ​ໄຟ​ສາຍ​ນີ້, ນັກ​ທ່ອງ​ທ່ຽວ​ຈີນ ​ສາ​ມາດ​ເດີນ​ທາງ​ໄປ​ທ່ຽວ​ແຫຼ່ງ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ລ​າວ ແລະ ນັກ​ທ່ອງ​ທ່ຽວ​ລາວ ແລະ ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ​ກໍ​ສາ​ມາດ​ເດີນ​ທາງ​ມາ​ທ່ຽວ​ຈີນ​ໄດ້​ຢ່າງ​ສະ​ບາຍ ​ພາຍ​ໃນ​ເວ​ລາ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ.
ນັບ​ແຕ່​ໄດ້​ເປີດ​ນຳ​ໃຊ້​ເປັນ​ເວ​ລາ 3 ປີ​ມາ​ນີ້, ທາງ​ລົດ​ໄຟ​ຈີນ- ລາວ ​ໄດ້​ກາຍ​ເປັນ​ທາງ​ເລືອກ​ທີ່​ດີ​ ສຳ​ລັບ​ຜູ້​ໂດຍ​ສານ​ທີ່​ເດີນ​ທາງ​ລະ​ຫວ່າງ​ສອງ​ປະ​ເທດ​ຈີນ ແລະ ລາວ ຍ້ອນ​ປີ້​ລົດ​ລາ​ຄາ​ຖືກ, ເດີນ​ທາງ​ຢ່າງ​ຕະຫຼອດ​ປອດ​ໄພ ແລະ ມີ​ຄວາມ​ສະ​ດວ​ກ​ສະ​ບາຍ. ຕົວ​ເມືອງ​ຕ່າງໆຂອງ​ຈີນ ເຊັ່ນ: ນະ​ຄອນຫຼວງ​ປັກ​ກິ່ງ, ນະ​ຄອນ​ຮາ​ບິນ ແລະ ນະ​ຄອນ​ເສິນ​ຢາງ​ເປັນ​ຕົ້ນ ກໍໄດ້​ຈັດ​​ສົ່ງ​ຄະ​ນະ​ນັກ​ທ່ອງ​ທ່ຽວ​ຂ້າມ​ຊາດ​ໄປ​ທ່ຽວ​ລາວ​ຕາມໆ​ກັນ ເຊິ່ງ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວ​ປະ​ເທດ​ລາວ​ນັບ​ມື້​ນັບຫຼາຍ​ຂຶ້ນ. ໂດຍ​ສະ​ເພາະ​ແມ່ນ​ລະ​ດູ​ໜາວ​ປີ​ນີ້​ໄດ້​ໝູນ​ວຽນ​ມາ​ເຖິງ, ນັກ​ທ່ອງ​ທ່ຽວ​ອາ​ຍຸ​ສູງ​ຈາກ​ເຂດ​ອາ​ກາດ​ໜາວ​ຂອງ​ຈີນ ມັກ​ຂີ່​ລົດ​ໄຟ​ໂດຍ​ສານ​ສາ​ກົນ​ໄປ​ທ່ຽວ​ລາວ ແລະ ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ​ທີ່​ມີ​ອາ​ກາດ​ອົບ​ອຸ່ນ ເຊິ່ງ​ໄດ້​ຊຸກ​ຍູ້​ການ​ຟື້ນ​ຟູ ແລະ ການ​ພັດ​ທະ​ນາ​ຂອງ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ຂ້າມ​ຊາດ​ຢ່າງ​ແຂງ​ແຮງ.
ນັກ​ທ່ອງ​ທ່ຽວ​ຈີນ​ໄດ້​ຂີ່​ລົດ​ໄຟ​ໂດຍ​ສາ​ນ​ຕາມ​ທາງ​ລົດ​ໄຟ​ຈີນ-ລາວ ​ໄປ​ທ່ຽວ​ລາວ​ນັບ​ມື້​ນັບຫຼາຍ​ຂຶ້ນ, ເຮັດ​ໃຫ້​ຮ້ານ​ອາ​ຫານ, ໂຮງ​ແຮມ, ການ​ຄົມ​ມ​ະ​ນາ​ຄົມ​ທີ່​ຢູ່​ເຂ​ດ​ໃກ້​ກັບ​ພະ​ທາດຫຼວງ, ເມືອງ​ເກົ່າຫຼວງ​ພະ​ບາງ ແລະ ແຫຼ່ງ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ອື່​ນໆ​ຂອງ​ລາວ​ ປະ​ກົດ​ມີ​ພະ​ລັງ​ຊີ​ວິດ​ໃໝ່. ຍົກ​ຮ້ານ​ອາ​ຫານ​ລາວ​ແບບ​ດັ້ງ​ເດີມ​ຢູ່​ນະ​ຄອນຫຼວງວຽງ​ຈັນ​ເປັນ​ຕົວ​ຢ່າງ: ພາຍຫຼັງ​ທາງ​ລົດ​ໄຟ​ຈີນ-ລາວ​ໄດ້​ເປີດ​ນຳ​ໃຊ້​ເປັນ​ເວ​ລາ 3 ເດືອນ, ຮ້ານ​ອາ​ຫານ​ເຫຼົ່າ​ນີ້ ​ກໍ​ໄດ້​ຕ້ອ​ນ​ຮັບ​ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ມີ​ຈຳ​ນວນ​ເທົ່າ​ກັບ​ນັກ​ທ່ອງ​ທ່ຽວ​ຈີນ​ໃນ​ໝົດ​ປີ​ຜ່ານ​ມາ, ລາຍ​ຮັບ​ຂອງ​ຮ້ານ​ເຫຼົ່າ​ນີ້ ​ກໍ​ໄດ້​ເພີ່ມ​ຂຶ້ນ​ຄົບ​ເທົ່າ. ຄຽງ​ຄູ່​ກັບ​ນັກ​ທ່ອງ​ທ່ຽວ​ນັບ​ມື້​ນັບຫຼາຍ​ຂຶ້ນ, ຄວາມ​ສາ​ມາ​ດ​ດ້ານ​ການ​ຮັບ-ສົ່ງ​ຜູ້​ໂດຍ​ສານ​ຂອງ​ສະ​ຖານ​ວຽງ​ຈັນ ແລະ ສະ​ຖາ​ນີຫຼວງ​ພະ​ບາງ​ເປັນ​ຕົ້ນ ກໍ​ໄດ້​ຖືກ​ຍົກ​ສູງ​ຂຶ້ນ​ຢ່າງຫຼວງຫຼາຍ ເຊິ່ງ​ໄດ້​ເພີ່ມ​ພາ​ຫະ​ນະ​ຄົມ​ມະ​ນາ​ຄົມຫຼາຍ​ຢ່າງ, ທັງ​ໄດ້​ອຳ​ນວ​ຍ​ຄວາ​ມ​ສະ​ດວກ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ, ກໍ​ໄດ້​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ ມີ​ຄວາມ​ສຳ​ຜັດ​ທີ່​ດີກວ່າ​ເກົ່າ​ໃນ​ການ​ທ່ອງ​ທ່ຽວ ພ້ອມ​ທັງ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ທົ່ວ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ເຊັ່ນ​ດຽວ​ກັນ.
ນັບ​ແຕ່​ໄດ້​ເປີດ​ນຳ​ໃຊ້​ທ​າງ​ລົດ​ໄຟ​ຈີນ-ລາວ​ແລ້ວ, ການ​ທ່ອ​ງ​ທ່ຽວ​ລະ​ຫວ່າງ​ສອງ​ປະ​ເທດຈີນ ແລະ ລາວ​ ມີ​ຄວາມ​ສະ​ດວກ​ສະ​ບາຍກວ່າ​ກົ່າຫຼາຍ. ປີ​ນີ້, ໄດ້​ເປີດ​ຂະ​ບວນ​ລົດ​ໄຟ​ໂດຍ​ສານ​ສາ​ກົນ ​ຢູ່​ລະ​ຫວ່າງ​ກິ່ງ​ແຂວງ​ສິບ​ສອງ​ພັນ​ນາ​ຂອງ​ຈີນ ແລະ ນະ​ຄອນຫຼວງ​ພະ​ບາງ​ຂອງ​ລາວ ທີ່​ເປັນ​ສອງ​ຕົ​ວ​ເມືອງ​ທີ່​ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ສອງ​ປະ​ເທດ ເຊິ່ງ​ໄດ້​ສະ​ໜອງ​ທາງ​ເລືອກ​ການ​ອອກ​ເດີນ​ທາງ​ທີ່​ອຸ​ດົມ​ສົມ​ບູນກວ່າ​ເກົ່າ​ໃຫ້​ແກ່​ຜູ້​ໂດຍ​ສານ. ນອກ​ນີ້, ທາງ​ລົດ​ໄຟ​ຈີນ-ລາວ​ຍັງ​ໄດ້​ນຳ​ພາ​ການ​ຫັນ​ເປັນ​ແບບ​ດີ​ຈີ​ຕອນ​ ແລະ ອັດ​ສະ​ລິ​ຍະ​ຂອງ​ການ​ທ່ອງ​ທ່ຽວ​ຂ້າມ​ຊາດ, ທາງ​ລົດ​ໄຟ​ໄດ້​ເຜີຍ​ແຜ່​ການ​ເບີກ​ຈ່າຍ​ທາງອອ​ນ​ລາຍ, ການ​ສັ່ງ​ຈອງ​ທາງ​ອອນ​ລາຍ​ ແລະ​ອື່ນໆ ເຊິ່ງ​ໄດ້​ຊຸກ​ຍູ້​ການ​ທ່ອງ​ທ່ຽວ​ຕາມ​ຂະ​ບວນ​ລົດ​ໄຟ​ຂ້າມ​ຊາດ ​ຫັນ​ເປັນ​ແບບ​ຂໍ້​ມູນ​ຂ່າວ​ສານ, ແອັບ “ມື​ຖື​ໜ່ວຍ​ດຽວ​ທ່ຽວ​ຢຸນ​ນານ” ສາ​ມາດ​ເຮັດ​ໄດ້ຫຼາຍ​ຢ່າງ ເຊັ່ນ: ເຜີຍ​ແຜ່​ຂ່າວ, ຜະ​ລິດ​ຕະ​ພັນ​ພື້ນ​ເມືອງ, ການ​ສັ່ງ​ຈອງ​ປີ້​ເຂົ້າ​ຊົມ ແລະ ການ​ແປ​ພາ​ສາ ເຊິ່ງ​ສາ​ມາດ​ອັບ​ເດດ​ສ​ະ​ພາບ​ການ​ທ່ອງ​ທ່ຽວ​ໃນ​ທຸກ​ເວ​ລາ, ມີ​ຄວາມ​ສະ​ດວກ​ສະ​ບາຍ​ທີ່​ສຸດ. ນອກ​ນີ້, ທາງ​ລົດ​ໄຟ​ຍັງ​ໄດ້​ຈັດ​ສັນ​ຂະ​ບວນ​ລົດ​ໄຟ​ຕາມ​ຖານ​ຂໍ້​ມູນ​ມະ​ຫ​າ​ສານ ໂດຍ​ຜ່ານ​ຈາກ​ການ​ຄາດ​ຄະ​ເນ​ຢ່າງ​ລະ​ອຽດ ເພື່ອ​ຈັດ​ສັນ​ຄວາມ​ສາ​ມາດ​ດ້ານ​ການ​ຂົນ​ສົ່ງ​ຢ່າງ​ຖືກ​ຕ້ອງ​ແມ່ນ​ຢຳ ເຊິ່​ງ​ບໍ່​ພຽງ​ແຕ່​ສາ​ມາດ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ຈຳ​ນວນ​ຜູ້​ໂດຍ​ສານ​ໄດ້​ຢ່າງ​ບັງ​ເກີດ​ຜົນເທົ່າ​ນັ້ນ, ຍັງ​ສາ​ມາດ​ຮັບ​ປະ​ກັນ​ຄວາມ​ສະ​ດວກ​ສະ​ບາຍ ​ໃນ​ການ​ອອກ​ເດີນ​ທາງ​ຂອງ​ຜູ້​ໂດຍ​ສານ​ອີກ​ດ້ວຍ.
ຄຽງ​ຄູ່​ກັບ​​ຈີນ​ໄດ້​ນັບ​ມື້​ນັບ​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍ ນອກ ແລະ ຈີນ​ໄດ້ເປີດກວ້າງ​ຂອບ​ເຂດ​ຍົກ​ເວັ້ນ​ວີ​ຊາ ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ປະ​ເທດ​ຕ່າງໆ, ການ​ຂີ່​ຂະ​ບວນ​ລົດ​ໄຟ​ໂດຍ​ສານ​ຕາມ​ທາງ​ລົດ​ໄຟ​ຈີນ-ລາວ ໄດ້​ກາຍ​ເປັນ​ທາງ​ເລືອກ​ທີ່​ດີ​ທີ່​ສຸດ​ ສຳ​ລັບ​ນັກ​ທ່ອງ​ທ່ຽວ​ປະ​ເທດ​ຕ່າງໆ​ເດີນ​ທາງ​ໄປ​ທ່ອງ​ທ່ຽວ, ຮ່ຳ​ຮຽນ, ດຳ​ເນີນ​ທຸ​ລະ​ກິດ ແລະ ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຢູ່​ຈີນ ແລະ ລາວ. ນັບ​ແຕ່​ໄດ້​ເປີດ​ຂະ​ບວນ​ລົດ​ໄຟ​ໂດຍ​ສານ​ສາ​ກົນ​ຕາມ​ທາງ​ລົດ​ໄຟ​ຈີນ-ລາວ ​ລະ​ຫວ່າງ​ວັນ​ທີ 13 ເມ​ສາ​ປີ 2023 ຫາ​ວັນ​ທີ 25 ກັນ​ຍາ​ປີ 2024, ດ່ານ​ບໍ່​ຫານ​ຂອງ​ຈີນ ​ໄດ້​ກວດ​ຂະ​ບວນ​ລົດ​ໄຟໂດຍ​ສານ​ສາ​ກົນ​ຕາມ​ທາງ​ລົດ​ໄຟ​ຈີນ-ລາວ​ທັງ​ໝົດ 1.260 ຖ້ຽວ, ໄດ້​ຮັບ​ປະ​ກັນ​ໃຫ້​ຜູ້​ໂດຍ​ສານ​ຂ້າມ​ຊາດ 282.000 ຄົນ​ຈາກ 101 ປະ​ເທດ ແລະ ເຂດ​ແຄວ້ນ​ ເຂົ້າ-ອອກ​ເມືອງ​ຢ່າງ​ສະ​ດວກ, ໃນ​ນັ້ນ, ຜູ້​ໂດຍ​ສານ​ຕ່າງ​ປະ​ເທດ​ ມີ​ຈຳ​ນວນ 44.000 ເທື່ອ​ຄົນ ແລະ ກວມ​ປະ​ມານ 16%.
ທາງ​ລົດ​ໄຟ​ຈີນ-ລາວ​ໄດ້​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ທ່ອງ​ທ່ຽວ​ຕາມ​ທາງ​ຢ່າງ​ແຂງ​ແຮງ. ໃນ​ອະ​ນາ​ຄົດ, ເຊື່ອ​ໝັ້ນ​ວ່າ: ທາງ​ລົດ​ໄຟ​ຈີນ-ລາວ​ ຈະ​ສາ​ມາດ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ຕົນ​ຕື່ມ​ອີກ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ ມາ​ຂີ່​ລົດ​ໄຟ​ທ່ຽວ​ສອງ​ປະ​ເທດ​ຈີນ ແລະ ລາວ​ນັບ​ມື້​ນັບຫຼາຍ​ຂຶ້ນ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ ເພື່ອ​ລົງ​ເລິກ​ກາ​ນ​ຮ່ວມ​ມື ແລະ ການ​ພັດ​ທະ​ນາ​ຮ່ວມ ​ໃນ​ຂົງ​ເຂດ​ການ​ທ່ອງ​ທ່ຽວ ແລະ ຂົງ​ເຂດ​ອື່ນໆ​ຂອງ​ສອງ​ປະ​ເທດ​ຈີນ ແລະ ລາວ.
Cr: CMG