ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

11 ເດືອນຂອງປີນີ້ ແຂວງຫົວພັນຕ້ອນຮັບນັກທ່ອງທ່ຽວເພີ່ມຂຶ້ນ 13%.

Dec 25, 2024

ໃນໄລຍະ 11 ເດືອນຂອງປີ 2024 (ມັງກອນ-ພະຈິກ) ມີນັກທ່ອງທ່ຽວເຂົ້າໄປທ່ຽວ ແຂວງຫົວພັນ ປະມານ 5 ໝື່ນຄົນ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນປະມານ 13%,ໃນນີ້ ສະເພາະນັກທ່ອງທ່ຽວຕ່າງປະເທດ ຫລາຍກວ່າໝູ່ແມ່ນນັກທ່ອງທ່ຽວຈາກຫວຽດນາມ ເນື່ອງຈາກຫວຽດນາມມີຊາຍແດນຕິດກັບແຂວງຫົວພັນ. ນອກ ຈາກນັ້ນ ແມ່ນນັກທ່ອງທ່ຽວຈາກຈີນ, ຍິ່ປຸ່ນ ແລະ ອື່ນໆ.
ທ່ານ ນາງ ມະໄລທອງ ບຸນຍາໄຊ, ຫົວໜ້າຂະແໜງທ່ອງທ່ຽວ, ພະແນກຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຫົວພັນ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວໃນວັນທີ 23 ທັນວາ 2024 ວ່າ: ປັດຈຸບັນນັກທ່ອງທ່ຽວໃຫ້ຄວາມສົນໃຈເຂົ້າໄປທ່ຽວແຂວງຫົວພັນ ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ສະແດງອອກໃນໄລຍະ 11 ເດືອນຜ່ານມາ ມີນັກທ່ອງທ່ຽວເພີ່ມຂຶ້ນ 13%. ນອກຈາກນີ້ ສະເພາະໃນເດືອນທັນວານີ້ ເຫັນວ່າມີນັກທ່ອງທ່ຽວເຂົ້າມາທ່ຽວແຂວງຫົວພັນ ເປັນຈໍານວນຫລາຍ, ຄາດວ່າໝົດປີ 2024 ຈໍານວນນັກທ່ອງທ່ຽວທີ່ເຂົ້າໄປທ່ຽວແຂວງຫົວພັນ ຈະເພີ່ມຂຶ້ນອີກຈໍານວນຫລາຍ. ສ່ວນສະຖານທີ່ທ່ອງທ່ຽວທີ່ນັກທ່ອງທ່ຽວໄປທ່ຽວຊົມຫລາຍກວ່າໝູ່ ແມ່ນເມືອງວຽງໄຊ, ຮອງມາແມ່ນໄປທ່ຽວພູຜາຖີ່ ເຊິ່ງເປັນສະຖານທີ່ທ່ອງທ່ຽວທາງປະຫວັດສາດທີ່ສໍາຄັນ. ສໍາລັບດອກຊາກຸຣະ ຈະເບັ່ງບານເຕັມທີ່ແມ່ນໃນໄລຍະເດືອນມັງກອນ, ຈາກນັ້ນ ຈະແມ່ນດອກຄາຍປ່າເບັ່ງບານ ເຊິ່ງຈະເຮັດໃຫ້ນັກທ່ອງທ່ຽວໄດ້ທ່ຽວຊົມຢ່າງສວຍງາມທີ່ສຸດ.
ຫົວໜ້າຂະແໜງທ່ອງທ່ຽວ ໃຫ້ຮູ້ຕື່ມວ່າ: ຍ້ອນບັນຍາກາດການທ່ອງທ່ຽວຢູ່ແຂວງຫົວພັນ ໄລຍະນີ້ຄຶກຄື້ນຫລາຍ ເຮັດໃຫ້ບັນດາສະຖານທີ່ພັກພາຍໃນເທດສະບານແຂວງເຕັມເກືອບທຸກມື້, ເຊັ່ນດຽວກັບຖ້ຽວບິນຈາກວຽງຈັນ ໄປແຂວງຫົວພັນ ກໍເຕັມທຸກຖ້ຽມເຊັ່ນດຽວກັນ. ສະນັ້ນ ນັບແຕ່ເດືອນມັງກອນປີ 2025 ເປັນຕົ້ນໄປ ຈະມີການເພີ່ມຖ້ຽວບິນໄປແຂວງຫົວພັນ ຕື່ມອີກ ເພື່ອຮອງຮັບການບໍລິການນັກທ່ອງທ່ຽວໃຫ້ພຽງພໍ ແລະ ມີຄວາມສະດວກສະບາຍໃນການເດີນທາງ.