ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງສະຫວັນນະເຂດ ສຸມໃສ່ແກ້ໄຂບັນຫາຢາເສບຕິດ 11 ເດືອນມ້າງຄະດີຢາເສບຕິດໄດ້ 600 ກວ່າເລື່ອງ

Dec 25, 2024

ແຂວງສະຫວັນນະເຂດ ສຸມໃສ່ແກ້ໄຂບັນຫາຢາເສບຕິດ 11 ເດືອນມ້າງຄະດີຢາເສບຕິດໄດ້ 600 ກວ່າເລື່ອງ
———————
ພົຈວ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ ສະຫວັນນະເຂດ ລາຍງານຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ II ໃນວັນທີ 24 ທັນວາ 2024 ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ວ່າ: ຕະຫຼອດໄລຍະ 11 ເດືອນທີ່ຜ່ານມາ ວ່າ: ນັບແຕ່ເດືອນມັງກອນຫາເດືອນພະຈິກ ປີ 2024 ໃນທົ່ວແຂວງ ສາມາດແກ້ໄຂຄະດີຢາເສບຕິດ ໄດ້ທັງໝົດ 603 ເລື່ອງ ຜູ້ຖືກຫາ 938 ຄົນ ຍິງ 90 ຄົນ, ຢຶດຂອງກາງໄດ້ ຢາບ້າ 2.999.818 ເມັດ, ຢາອີ 94 ເມັດ ກັບ 19 ກຼາມ, ຢາເຄ 01 ກິໂລ ກັບ 44 ກຼາມ, ຢາໄອສ໌ 35 ກິໂລ ກັບ 733 ກຼາມ, ຄັນຊາແຫ້ງ 42 ກິໂລ ກັບ 182 ກຼາມ, ໃບກະທ້ອມ 330 ກິໂລ, ຢາດີໄອ 157 ແກ້ວ. ຢາສູບ ໄຟຟ້າ 13.338 ຫຼອດ. ບັ້ງອົກຊີບັນຈຸສານ ໄນຕັດອ໋ອກຊາຍ 03 ບັ້ງ, ເງີນກີບ 1.051.194.000 ກີບ, ເງິນບາດ 2.443.859 ບາດ, ເງິນໂດລາ 212 ໂດລາ, ປື້ມບັນຊີເງີນຝາກທະນາຄານ 07 ຫົວ, ບັດ ATM 09 ບັດ, ໃບຕາດິນ 02 ໃບ, ລົດຈັກ 150 ຄັນ, ລົດໃຫຍ່ 17 ຄັນ, ເຮືອ 02 ລໍາ ພ້ອມຈັກ 02 ເຄື່ອງ, ໂທລະສັບ 545 ໜ່ວຍ, ອາວຸດເສິກ 06 ກະບອກ ພ້ອມລູກປືນ 397ລູກ, ອາວຸດລ່າເນື້ອ 45ກະບອກ, ປືນປະດິດ 02 ບອກ, ລະເບີດ 1 ໜ່ວຍ.
ມ້າງກຸ່ມໄວລຸ້ນມົ້ວສຸມ 6 ຈຸດ ມີ 22 ເລື່ອງ, ກັກຕົວຜູ້ມົ້ວ ສຸມ 177 ຄົນ ຍິງ 47 ຄົນ, ຢຶດຂອງກາງ: ຢາບ້າ 960 ເມັດ, ຢາໄອສ໌ 5 ຖົງນ້ອຍ, ຢາເຄ 2 ຖົງ ນ້ອຍ, ຄໍລາເຈນ 15 ຊອງ, ນໍ້າກະທ້ອມ 163 ຕຸກ, ໃບກະທ້ອມສົດ 102 ກິໂລ 13 ກຼາມ ກັບ 74 ໃບ, ໃບກະທ້ອມແຫ້ງ 11,5 ກິໂລກຼາມ ກັບ 13 ໃບ, ຢາດີໄອ 563 ແກ້ວ ແລະ ນໍ້າຕານແກ້ວ 61 ແກ້ວ ໃນນີ້ ຈໍານວນໜຶ່ງ ໄດ້ດໍາເນີນຄະດີຕາມລະບຽບກົດໝາຍ, ຈຳນວນໜຶ່ງຖືກດັດສ້າງໄລຍະສັ້ນ ແລະ ຈຳນວນໜຶ່ງ ສຶກສາອົບຮົມ ມອບຄືນໃຫ້ຜູ້ປົກຄອງ.
ພາບ-ຂ່າວ: ຄຳຈັນ ພົມມະວົງ (ນັກຂ່າວແຂວງສະຫວັນນະເຂດ )