ຫ້ອງວ່າການສໍານັກງານປະທານປະເທດ ໄດ້ຮັບຫລຽນໄຊ, ຫລຽນກາ ຈາກ ສສ ຫວຽດນາມ

ພິທີປະດັບຫລຽນໄຊ, ຫລຽນກາ ຂອງລັດ ແຫ່ງ ສສ ຫວຽດນາມ ມອບໃຫ້ກົມກອງ ລວມໝູ່ ແລະ ບຸກຄົນ ຫ້ອງວ່າການສໍານັກງານປະທານປະເທດ ສປປ ລາວ ຈັດຂຶ້ນໃນວັນທີ 25 ທັນ ວາ 2024 ທີ່ສະຖານທູດຫວຽດນາມປະຈໍາ ສປປ ລາວ ໂດຍມີ ທ່ານ ນາງ ເຂັມມະນີ ພົນເສນາ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ທ່ານ ຫງວຽນ ມິງ ເຕີມ ເອກອັກຄະລັດຖະ ທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ການປະດັບຫລຽນ ໃຫ້ຫ້ອງວ່າການສຳນັກງານປະທານປະ ເທດລາວ ໃນຄັ້ງນີ້ ປະກອບມີ: ບຸກຄົນ 20 ທ່ານ, ພະນັກງານການນໍາ-ອະດີດການນໍາ 5 ທ່ານ, ພະນັກງານ-ລັດຖະກອນ 15 ທ່ານ ເຊິ່ງປະກອບມີ: ຫລຽນໄຊເອກະລາດ ຊັ້ນ 1, 2, 3. ໃນນັ້ນ, ຫລຽນໄຊເອກະລາດຊັ້ນ 1 ມອບໃຫ້ກົມກອງ ຫ້ອງວ່າການສໍານັກງານປະທານປະເທດ, ຫຽນໄຊເອກະລາດຊັ້ນ 2 ມີ 2 ທ່ານ, ຫລຽນໄຊເອກະລາດຊັ້ນ 3 ມີ 3 ທ່ານ, ຫລຽນໄຊມິດຕະພາບ ມີ 5 ທ່ານ ແລະ ຫລຽນກາມິດຕະພາບ ມີ 10 ທ່ານ.
ໃນໂອກາດນີ້, ທ່ານ ນາງ ເຂັມມະນີ ພົນເສນາ ໄດ້ສະແດງຄວາມພາກພູມໃຈ ທີ່ໄດ້ຮັບການປະດັບ ຫລຽນໄຊເອກະລາດ ແລະ ຫລຽນກາມິດຕະພາບ ຈາກຫ້ອງວ່າການສໍານັກງານປະທານປະເທດ ສສ ຫວຽດນາມ ໃນຄັ້ງນີ້ ໂດຍແມ່ນຂອງລັດຖະບານຫວຽດນາມ ທີ່ມອບໃຫ້ແກ່ອະດີດການ ນໍາ ແລະ ພະນັກງານ ຂອງຫ້ອງວ່າການສໍານັກງານປະທານປະເທດ ແຫ່ງ ສປປ ລາວ ເນື່ອງໃນໂອກາດປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022, ທັງເປັນການສະເຫລີມສະຫລອງ ວັນເຊັນສົນທິສັນຍາມິດຕະພາບການຮ່ວມມືລາວ-ຫວຽດນາມ ຄົບຮອບ 45 ປີ (18/7/1977-18/7/2022) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ (5/9/1962 -5/9/2022).




