ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບ-ຮັບໂຄງການກໍ່ສ້າງ-ສ້ອມແປງ ລະບົບຊົນລະປະທານຕົວແບບນໍ້າແສງ ເມືອງນານ

Dec 26, 2024

ມອບ-ຮັບໂຄງການກໍ່ສ້າງ-ສ້ອມແປງ ລະບົບຊົນລະປະທານຕົວແບບນໍ້າແສງ ເມືອງນານ
ໂຄງການກໍ່ສ້າງ-ສ້ອມແປງ ລະບົບຊົນລະປະທານຄອງເໝືອງຕົວແບບນໍ້າແສງ ເມືອງນານ ແຂວງຫຼວງພະບາງ ໄດ້ເລີມລົງມືຈັດ ຕັ້ງປະຕິບັດ ມາແຕ່ຕົ້ນເດືອນມັງກອນ ປີ 2022 ໃຊ້ເວລາກໍ່ສ້າງທັງໝົດ 36 ເດືອນ ໂດຍທຶນກູ້ຢືມ ແລະຊ່ວຍເຫຼືອລ້າຈາກທະ ນະຄານພັດທະນາອາຊີ ຫຼື ADB ພາຍໃຕ້ໂຄງການພັດທະນາພື້ນຖານໂຄງລ່າງຊົນນະບົດ ແລະການຄຸ້ມຄອງ ອ່າງໂຕ່ງແບບຢືນຍົງ, ມູນຄ່າ 2,202,223 ກວ່າໂດລາສະຫະລັດ, ຮັບເໝົາການ ກໍ່ສ້າງໂດຍບໍລິສັດ ວີເອັສພີ ກໍ່ສ້າງ ຈໍາກັດ ຜູ້ດຽວ ໜ້າວຽກປະກອບມີ: ສ້ອມແປງເບຕົງເສີມເຫຼັກທ້າຍຝາຍ, ເຈາະສັນຝາຍ ແລະຕິດຕັ້ງປະຕູລະບາຍຊາຍ ພ້ອມທັງຂົວເຫຼັກເຂົ້າຫາປະຕູລະບາຍຊາຍຄົບຊຸດຄອງເໝືອງ, ສ້ອມແປງທາງຈາກຫົວງານຝາຍນໍາແສງ ຫາຫົວງານຝາຍຫ້ວຍຫຼາ, ຄວາມຍາວຫຼາຍກວ່າ 12,354 ແມັດ, ກໍ່ສ້າງກັນເຈື່ອນກວຍຫີນຂ້າງທາງ ລວມ 14 ຈຸດ, ສ້ອມແປງບ່ອນລະບາຍນໍ້າເຂົ້າ-ອອກ 02 ຈຸດ, ຕິດຕັ້ງທໍ່ລອດທາງ 02 ຈຸດ, ກໍ່ສ້າງ-ສ້ອມແປງຄອງເໝືອງ 05 ຈຸດ, ຄວາມຍາວ ລວມ 242 ແມັດ ແລະ 4,321 ແມັດ, ອະນາໄມລວງຄອງເໝືອງ 06 ເສັ້ນ, ລວມຄວາມຍາວຫຼາຍກວ່າ 20,939 ແມັດ, ສ້ອມແປງອາຄານ ລະບາຍນໍ້າປ່າ ແລະທໍ່ລອດຄອງເໝືອງ ລວມ 12 ຈຸດ ຂອງຄອງເໝືອງ, ກໍ່ສ້າງອາຄານຕາມຄອງເໝືອງ 11 ປະເພດ, ຈຳນວນ 36 ຈຸດ, ຄອງເໝືອງຂັ້ນສາມ ກໍ່ສ້າງຄອງເໝືອງກໍ່ດ້ວຍດິນຈີ່ໂບກສອງໜ້າ 06 ເສັ້ນ ລວມຍາວທັງໝົດ: 5,225 ແມັດ, ກໍ່ສ້າງອາຄານຕາມຄອງເໝືອງ 07 ປະເພດ, ລວມ 59 ຈຸດ, ສາມາດສະໜອງນ້ຳຊົມໃຊ້ຈໍານວນ 14 ບ້ານ ພາຍໃນເມືອງນານ.
ຜ່ານການກວດກາຕົວຈິງຂອງເຈົ້າຂອງໂຄງການເຫັນວ່າ ການ ກໍ່ສ້າງຊົນລະປະທານຄອງເໝືອງຕົວແບບນໍ້າແສງ ເມືອງນານ ແຂວງຫຼວງພະບາງ ໄດ້ດຳເນີນການກໍ່ສ້າງຖືກຕ້ອງຕາມມາດຖານເຕັກນິກອອກແບບທີ່ລະບຸໄວ້ໃນສັນຍາ. ຈິ່ງໄດ້ຈັດພິທີມອບ-ຮັບຜົນສໍາເລັດຂອງໂຄງການຂຶ້ນໃນວັນທີ 25 ທັນວາ 2024 ນີ້, ທີ່ ເດີ່ນລະບົບຊົນລະປະທານ ຄອງເໝືອງຕົວແບບນໍ້າແສງ ເມືອງນານ.
ຮ່ວມລົງນາມເຊັນບົດບັນຝ່າຍເຈົ້າຂອງໂຄງການ ແມ່ນ ທ່ານ ສັນຍາ ຊຸມພົນພັກດີ ຮອງຫົວໜ້າພະແນກກະສິກຳແລະປ່າໄມ້ ແລະທ່ານ ວົນວິໄລ ໄຊຍະພອນ ປະທານ ບໍລິສັດ ວີເອັສພີ ກໍ່ສ້າງ ຈໍາກັດຜູ້ດ່ຽວ, ມີ ທ່ານ ນາງ ສີລິພອນ ສຸພັນທອງ ຮອງເຈົ້າແຂວງຫລວງພະບາງ ພ້ອມດ້ວຍແຂກຮັບເຊີນຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.
ຂ່າວ+ພາບ:ທະນູນສີນ