ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະກຳມະການຄຸ້ມຄອງການລົງທຶນເມືອງລະຄອນເພັງ ເຄື່ອນໄຫວຕິດຕາມໂຄງການສ້ອມແປງຟື້ນຟູເສັ້ນທາງທຶນໄພພິບັດ

Dec 26, 2024

ຄະນະກຳມະການຄຸ້ມຄອງການລົງທຶນເມືອງລະຄອນເພັງ ເຄື່ອນໄຫວຕິດຕາມໂຄງການສ້ອມແປງຟື້ນຟູເສັ້ນທາງທຶນໄພພິບັດ
ວັນທີ 24 ທັນວາ 2024 ຄະນະກຳມະການຄຸ້ມຄອງການ ລົງທຶນເມືອງລະຄອນເພັງ ນຳໂດຍທ່ານ ໄຊຊະນະ ສີສະຫວັດ ຮອງເຈົ້າເມືອງລະຄອນເພັງ ຜູ້ຊີ້ນຳຂົງເຂດເສດຖະກິດ ປະທານຄະນະກຳມະການຄຸ້ມຄອງການລົງທຶນຂັ້ນເມືອງ, ພ້ອມດ້ວຍຄະນະ ແລະ ວິຊາການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມໂຄງການສ້ອມແປງຟື້ນຟູເສັ້ນທາງທຶນໄພພິບັດ ຢູ່ 2 ຈຸດຄື: ເສັ້ນທາງບ້ານນາຂັ້ນໃດ-ບ້ານດົງຕະຫຼຸງ ມີຄວາມກວ້າງ 5 ແມັດ ຍາວ 5 ກິໂລແມັດ ມູນຄ່າ 3.8 ຕື້ກວ່າກີບ ໂດຍແມ່ນບໍລິສັດ VSD ເປັນຜູ້ຮັບເໝົາ ປະຈຸບັນມີຄວາມຄືບໜ້າແລ້ວ 40.5%, ເສັ້ນທາງບ້ານໜອງແສງ-ປາກຕາພານ ມີຄວາມກວ້າງ 5 ແມັດ ຍາວ 8.5 ກິໂລແມັດ ມູນຄ່າ 4.7 ຕື້ກວ່າກີບ ໂດຍບໍລິສັດອາລີ ເປັນຜູ້ຮັບເໝົາ ປະຈຸບັນມີຄວາມຄືບໜ້າແລ້ວ 13.84%.
ທັງ 2 ໂຄງການ ແມ່ນເສັ້ນທາງດິນແດງຜະສົມຫີນຂົບ ເຊິ່ງມີສັນຍາແຕ່ປີ 2024-2026, ໂດຍການລົງຕິດຕາມຄັ້ງນີ້ ເຂົ້າຮ່ວມມີອົງການຈັດຕັ້ງບ້ານ ແລະ ຕາງໜ້າບໍລິສັດຮັບເໝົາ, ທັງນີ້ກໍເພື່ອເຮັດໃຫ້ພື້ນຖານໂຄງລ່າງໄດ້ຮັບການປັບປຸງ ແລະ ມີການພັດ ທະນາ ເຮັດໃຫ້ການໄປມາຂອງປະຊາຊົນມີຄວາມສະດວກສະບາຍຂຶ້ນກວ່າເກົ່າ ທັງຮັບປະກັນເສັ້ນທາງ ໃຫ້ໄດ້ຕາມມາດຖານ ແລະ ນຳໃຊ້ໄດ້ຍາວນານ, ໂອກາດດຽວກັນ ທ່ານຮອງເຈົ້າເມືອງລະຄອນເພັງ ພ້ອມຄະນະ ຍັງໄດ້ລົງຕິດຕາມເບິ່ງການກໍ່ສ້າງເສັ້ນທາງເບຕົງບ້ານໜອງແສງ ດ້ວຍທຶນສົມທົບ ລະຫວ່າງລັດ ແລະ ປະຊາຊົນ ເຊິ່ງໄດ້ເລີ່ມການກໍ່ສ້າງມາແຕ່ວັນທີ 12 ທັນວາ 2024 ມາຮອດປະຈຸບັນ ປະຕິບັດໄດ້ແລ້ວ 176 ແມັດ ຄວາມກວ້າງ 5 ແມັດ ຄວາມໜາ 0.12 ຊັງຕີແມັດ ລວມມູນຄ່າ 128 ລ້ານກວ່າກີບ.
ທີ່ມາ: ຫ້ອງການແຜນການ ແລະ ການລົງທຶນເມືອງ + ຫ້ອງການ ໂຍທາທິການ ແລະ ຂົນສົ່ງເມືອງລະຄອນເພັງ