ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອຸດົມໄຊ-ດຽນບຽນ ສືບຕໍ່ຮ່ວມມືກັນຫລາຍດ້ານ

Dec 26, 2024

ອຸດົມໄຊ-ດຽນບຽນ ສືບຕໍ່ຮ່ວມມືກັນຫລາຍດ້ານ
ບົນພື້ນຖານນໍ້າໃຈໄມຕີຈິດແຫ່ງຄວາມສາມັກຄີມິດຕະພາບແບບພິເສດ, ເຊື່ອໝັ້ນ ແລະ ເຂົ້າໃຈເຊິ່ງກັນ ແລະ ກັນ, ແທດເໜາະກັບພາລະບົດບາດ, ສິດໜ້າທີ ຂອງແຕ່ລະຝ່າຍ ແລະ ກົດ ໝາຍຂອງແຕ່ລະປະເທດ, ແຂວງ ອຸດົມໄຊ ສປປ ລາວ ແລະ ແຂວງດຽນບຽນ ສສ ຫວຽດນາມ ໄດ້ພ້ອມກັນທົບທວນຄືນບັນດາໝາກຜົນແຫ່ງການພົວພັນຮ່ວມມື ໃນໄລຍະ 2022 – 2024 ກໍ່ຄືການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກການພົບປະຂອງການນໍາຂັ້ນສູງຂອງສອງຝ່າຍຜ່ານມາ ແລະ ກໍານົດທິດທາງ, ກົນໄກການຮ່ວມມືໃນຕໍ່ໜ້າ.
ພິທີພົບປະ 2 ຝ່າຍໄດ້ຈັດຂື້ນໃນວັນທີ 25 ທັນວາ 2024 ທີ່ແຂວງດຽນບຽນ; ໃນພິທີພົບປະຄັ້ງນີ້ແຂວງດຽນບຽນ ນຳໂດຍ ສະຫາຍ ເຈີນ ກັວກ ເກື່ອງ ກໍາມະການສູນກາງພັກກອມມຸນິດຫວຽດນາມ, ເລຂາຄະນະບໍລິຫານງານພັກແຂວງດຽນບຽນ; ແຂວງອຸດົມໄຊ ນຳໂດຍສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະ ການສຳຮອງສູນກາງພັກ ເລຂາພັກແຂວງເຈົ້າແຂວງອຸດົມໄຊ ພ້ອມດ້ວຍການນຳຂອງທັງ 2 ແຂວງ ເຂົ້າຮ່ວມ.
ໃນໄລຍະປີ 2022-2024 ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງແຂວງ ໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກ ແລະ ບັນ ລຸຜົນສຳເລັດທີ່ສຳຄັນ ກາຍເປັນຂີດໝາຍ ໃນການພັດທະນາໃໝ່, ປະກອບສ່ວນຊຸກຍູ້ຢ່າງໃຫຍ່ຫຼວງເຂົ້າໃນການພັດທະນາເສດຖະກິດ – ສັງຄົມ, ຮັບປະກັນວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ແລະ ການກໍ່ສ້າງລະບົບການເມືອງຂອງສອງແຂວງ.
ເພື່ອສືບຕໍ່ພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ແຂວງອຸດົມໄຊ ແຫ່ງ ສປປ ລາວ ແລະ ແຂວງດຽນບຽນ ແຫ່ງ ສສ ຫວຽດນາມ ໄລຍະ 2025 – 2027 ທັງສອງຝ່າຍໄດ້ຮ່ວມລົງນາມເຊັ່ນບົດ ບັນທຶກຊ່ວຍຈຳຮ່ວມກັນ; ຕ່າງຫນ້າຄະນະຜູ້ແທນແຂວງອຸດົມ ໄຊ ໂດຍສະຫາຍ ບຸນຄົງ ຫລ້າຈຽມພອນກຳມະການສຳຮອງສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ; ຕ່າງຫນ້າຄະນະຜູ້ແທນແຂວງ ດຽນບຽນ ໂດຍສະຫາຍເຈີ່ນ ກວກ ເກື່ອງ ກຳມະ ການສູນກາງພັກຄອມມູນິດຫວຽດນາມ, ເລຂາພັກແຂວງ.
ເນື້ອໃນການຮ່ວມມືໃນຕໍ່ໜ້າ ດ້ານການເພີ່ມທະວີສາຍພົວ ພັນມິດຕະພາບ ແລະ ກໍ່ສ້າງລະບົບການເມືອງ ສືບຕໍ່ຈັດຕັ້ງປະຕິ ບັດແນວທາງນະໂຍບາຍການຕ່າງປະເທດ ແລະ ບົດບັນທຶກສັນຍາທີ່ໄດ້ລົງນາມຮ່ວມກັນ ລະຫວ່າງ ສອງພັກ, ສອງລັດ ຕາມສິດ, ໜ້າທີ່ ແລະ ຄວາມສາມາດຂອງສອງແຂວງ, ເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ, ໂດຍສະເພາະ ແຂວງອຸດົມໄຊ-ແຂວງດຽນບຽນ; ການພັດທະນາເສດຖະກິດ-ສັງຄົມ ແລະ ການຮ່ວມມືດ້ານການລົງທຶນ ສອງຝ່າຍ ປະສານສົມທົບ, ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພັດທະ ນາເສດຖະກິດ-ສັງຄົມ, ຈັດຕັ້ງຜັນຂະຫຍາຍບັນດາຮູບແບບການເຄື່ອນໄຫວການຄ້າລະຫວ່າງສອງຝ່າຍ; ໂຄສະນາທ່າແຮງບົ່ມຊ້ອນ, ແຈ້ງຂົງເຂດຂະແໜງການທີ່ຢາກດຶງດູດການລົງທຶນ; ດ້ານການຄ້າ, ການບໍລິການ ແລະ ການທ່ອງທ່ຽວ ເພີ່ມທະວີການຮ່ວມມືໂຄສະນາຮູບພາບຜະລິດຕະພັນ, ການຊົມໃຊ້ຜະລິດ ຕະພັນສິນຄ້າໃນຕະຫຼາດຂອງກັນ ແລະ ກັນ; ສ້າງເງື່ອນໄຂອໍານວຍຄວາມສະດວກໃນການແລກປ່ຽນສິນຄ້າ, ສົ່ງເສີມການທ່ອງ ທ່ຽວສອງຝ່າຍ. ດ້ານອຸດສາຫະກຳ, ຄົມມະນາຄົມ-ຂົນສົ່ງ ແລະ ກໍ່ສ້າງ ສ້າງເງື່ອນໄຂ ໃຫ້ບັນດາອົງການຈັດຕັ້ງ ແລະ ວິສາຫະ ກິດໄດ້ຊອກຮູ້ຕະຫຼາດ; ສອງແຂວງສືບຕໍ່ຮັກສາ ແລະ ຍົກສູງຄຸນນະ ພາບການບໍລິການຮັບໃຊ້ຂົນສົ່ງໂດຍສານ; ດ້ານກະສິກໍາ- ປ່າໄມ້ ສອງແຂວງ ສືບຕໍ່ຊຸກຍູ້ການແລກປ່ຽນບົດຮຽນປະສົບ ການ ແລະ ຜັນຂະຫຍາຍບັນດາກິດຈະກຳການຮ່ວມມືໃນຂົງເຂດກະສິ ກໍາ-ປ່າໄມ້; ຊຸກຍູ້ສົ່ງເສີມໃຫ້ບັນດາຫົວໜ່ວຍວິສາຫະກິດ, ເອກະ ຊົນທີ່ມີຄວາມສາມາດຂອງສອງແຂວງ ເພື່ອລົງທຶນ, ຮ່ວມມືການຜະລິດ, ປຸງແຕ່ງ, ຊົມໃຊ້ຜະລິດຕະພັນກະສິກໍາຢູ່ສອງແຂວງ. ດ້ານການສຶກສາ ແລະ ກິລາ, ສາທາລະນະສຸກ, ວັດທະນະທຳ, ສັງຄົມ ແລະ ທ່ອງທ່ຽວ ສອງແຂວງພ້ອມກັນປະຕິບັດການຮ່ວມ ມືບັນດາເນື້ອໃນທີ່ໄດ້ລົງນາມ ລະຫວ່າງ ສອງປະເທດ ກ່ຽວກັບການກໍ່ສ້າງບໍາລຸງພະນັກງານໃຫ້ດີຂຶ້ນ; ສ້າງເງື່ອນໄຂໃຫ້ແກ່ການ ເຄື່ອນໄຫວພົບປະແລກປ່ຽນກິລາ, ວັດທະນະທໍາ ລະຫວ່າງ ນັກ ຮຽນສອງແຂວງ.
ເພີ່ມທະວີປະສານສົມທົບໃນການຕ້ານ, ສະກັດກັ້ນພະຍາດ ລະບາດ; ກໍ່ສ້າງພັດທະນາບຸກຄະນະກອນ, ຊັບພະຍາກອນມະ ນຸດ, ກວດ-ປິ່ນປົວພະຍາດ, ຢາປົວພະຍາດ ແລະ ອຸປະກອນການແພດທີ່ທັນສະໄໝ. ເພີ່ມທະວີບັນດາກິດຈະກຳການຮ່ວມມື, ຄົ້ນຄວ້ານຳໃຊ້ບັນດາລະບົບ, ນະໂຍບາຍຊວ່ຍເຫຼືອ, ຍູ້ແຮງການ ເຊື່ອມໂຍງ, ການຮ່ວມມືພັດທະນາການທ່ອງທ່ຽວ. ປະສານສົມ ທົບຈັດບັນດາກິດຈະກຳເພື່ອສົ່ງເສີມການທ່ອງທ່ຽວ, ສຳ ຫຼວດລົງທຶນ ແລະ ໂຄສະນາເຜີຍແຜ່ສະຖານທີ່ທ່ອງທ່ຽວ ຂອງສອງຝ່າຍ. ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດການທ່ອງ ທ່ຽວສ້າງຕັ້ງຫ້ອງການຕົວແທນ. ດ້ານການຫັນເປັນດີຈີຕອນ ແລະ ການສື່ສານ ສອງຝ່າຍ ປະສານສົມທົບການແລກ ປ່ຽນຂໍ້ມູນຂ່າວສານ, ຖອດຖອນບົດຮຽນ ດ້ານການຄຸ້ມຄອງຂົງເຂດຂໍ້ມູນຂ່າວສານ ແລະ ການສື່ສານ; ຮ່ວມມື, ຊ່ວຍເຫຼືອ, ແລກ ປ່ຽນດ້ານວິຊາການ ຜັນຂະຫຍາຍການຫັນເປັນດີຈີຕອນ ໃນການຄຸ້ມຄອງ ເຄື່ອນໄຫວຂອງອົງການລັດ, ພັດທະນາສ້າງການບໍລິຫານລັດດ້ວຍດີຈີຕອນ, ພັດທະນາເສດຖະກິດ-ສັງຄົມດ້ວຍດີຈີຕອນ, ການບໍລິການຮັບໃຊ້ສັງຄົມ, ທຸລະກິດ ດ້ວຍດີຈີຕອນ ພ້ອມທັງຮັບປະກັນຄວາມປອດໄພໃນລະບົບເຄືອຂ່າຍຂໍ້ມູນຂ່າວສານ; ແລກປ່ຽນວິຊາສະເພາະ ການຄຸ້ມຄອງບໍລິຫານລັດດ້ານຂ່າວສານ ໜັງສືພິມ, ວິທະຍຸ ໂທລະພາບ, ຂໍ້ມູນການພົວພັນຕ່າງປະເທດ ແລະ ຂໍ້ມູນພື້ນຖານຕ່າງໆ ແລະ ອື່ນໆ.
ຂ່າວ: ສຸວັນທອງ ປັນຍາຂັນ