ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຊກອງ ເປີດຂະບວນປະຕິບັດແຜນພັດທະນາ ແລະ ແກ້ໄຂຄວາມທຸກຍາກບ້ານໃຫຍ່ນາວາ

Dec 26, 2024

ເຊກອງ ເປີດຂະບວນປະຕິບັດແຜນພັດທະນາ ແລະ ແກ້ໄຂຄວາມທຸກຍາກບ້ານໃຫຍ່ນາວາ
ພິທີເປີດຂະບວນປະຕິບັດແຜນພັດທະນາ ແລະ ແກ້ໄຂຄວາມທຸກຍາກ ແບບມີສ່ວນຮ່ວມຂອງປະຊາຊົນບ້ານໃຫຍ່ນາວາ ເມືອງລະມາມ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 25 ທັນວາ ຜ່ານມາ ທີ່ໂຮງຮຽນປະຖົມບ້ານດັ່ງກ່າວ ໂດຍມີທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ, ທ່ານ ຕຸລາວັນ ວົງໄຊ ເຈົ້າເມືອງລະມາມ, ມີພາກສ່ວນກ່ຽວຂ້ອງຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.
ບ້ານໃຫຍ່ນາວາ ແມ່ນບ້ານໜຶ່ງຂອງເມືອງລະມາມ ມີເນື້ອທີ່ການປົກຄອງທັງໝົດ 10,991 ເຮັກຕາ, ປະກອບມີ 4 ຄຸ້ມ,ມີ 157ຫຼັງຄາເຮືອນ, ມີ226 ຄອບຄົວ, ມີພົນລະເມືອງ 1,066 ຄົນຍິງ 512 ຄົນ. ໃນໄລຍະຜ່ານມາ, ພັກ-ລັດຖະບານ ກໍຄືຄະນະພັກ, ອົງການປົກຄອງແຂວງ ໄດ້ສຸມທຶນຮອນຫຼາຍສິບຕື້ກີບ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ ເປັນຕົ້ນເສັ້ນທາງ, ຊົນລະປະທານ, ໂຮງຮຽນ, ລະບົບໄຟຟ້າ, ນໍ້າປະປາ ແລະ ອື່ນໆໃຫ້ປະຊາຊົນໄດ້ຊົມໃຊ້ພັດທະນາເສດຖະກິດຄອບຄົວ. ແຕ່ເຫັນວ່າ ການພັດທະນາຍັງມີລັກສະນະຊັກຊ້າ ຊຶ່ງຜ່ານການເກັບຂໍ້ມູນຕົວຈິງ ພາຍໃນບ້ານມີຄອບຄົວທຸກຍາກ ກວມເຖິງ 94.25% ຂອງຄອບຄົວທັງໝົດ.
ທ່ານ ເຫລັກໄຫລ ສີວິໄລ ມີຄໍາເຫັນວ່າ: ການເປີດຂະບວນການຄັ້ງນີ້, ຖືວ່າເປັນນິມິດໝາຍສໍາຄັນ ໃນການຜັນຂະຫຍາຍແນວທາງຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ສູ່ຊີວິດຕົວຈິງຂອງປະຊາຊົນ. ທັງນີ້, ກໍເພື່ອສ້າງຄວາມຮັບຮູ້-ເຂົ້າໃຈ, ປຸກລະດົມການມີສ່ວນຮ່ວມ ຂອງປະຊາຊົນໃນການພັດທະນາໃຫ້ມີຄວາມຍືນຍົງ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງດ້ານຈິນຕະນາການ, ແນວຄິດຮັກສາຄອງເດີມ, ຂີ້ຄ້ານມັກງ່າຍ ແລະ ແບບແຜນການດໍາລົງຊີວິດແບບເກົ່າຫຼ້າຫຼັງ ໄປສູ່ການດຳລົງຊີວິດແບບໃໝ່ສີວິໄລ, ປັບປຸງການຈັດຕັ້ງໃນລະບົບການເມືອງ, ຍົກສູງຄວາມສາມາດນໍາພາຂອງຄະນະພັກ-ອົງການປົກຄອງ, ກໍາລັງ ປກຊ-ປກສ ບ້ານໃຫ້ເຂັ້ມແຂງ, ສ້າງວຽກເຮັດງານທໍາ ແລະ ລາຍໄດ້ທີ່ໝັ້ນຄົງໃຫ້ປະຊາຊົນ ຕາມທິດສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ເພື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.
ທ່ານເຈົ້າແຂວງ ຍັງໄດ້ຮຽກຮ້ອງມາຍັງບັນດາຂະແໜງການ, ອົງການປົກຄອງບ້ານ ກໍຄືພໍ່ແມ່ປະຊາຊົນ ຈົ່ງພ້ອມກັນເປັນເຈົ້າການເຂົ້າຮ່ວມທຸກຂະບວນການ ເພື່ອປະຕິບັດແຜນພັດທະນາ ແລະ ແກ້ໄຂຄວາມທຸກຍາກບ້ານໃຫຍ່ນາວາ ໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້.
(ຂ່າວ-ພາບ: ສັນຍາ)