“10 ເຫດການ ອຸບັດຕິເຫດຕາມທ້ອງຖະໜົນ ທີ່ຮຸນແຮງ ໃນ ນວ ປີ 2024”
– — – —– – \\- – — — – –

+ ນັບແຕ່ເດືອນມັງກອນ-ພະຈິກ 2024 ທົ່ວນະຄອນຫຼວງວຽງຈັນ (ນວ) ມີອຸບັດຕິເຫດຕາມທ້ອງຖະໜົນ ເກີດຂຶ້ນ ຈຳນວນ 994 ເລື່ອງ, ມີພາຫະນະເປ່ເພ ທັງໝົດ 1.994 ຄັນ. ໃນນີ້, ເປ່ເພເລັກໜ້ອຍ ຈຳນວນ 592 ຄັນ, ເປ່ເພສົມຄວນ 1.386 ຄັນ ແລະ ໃຊ້ການບໍ່ໄດ້ 16 ຄັນ, ມີຄົນໄດ້ຮັບບາດເຈັບ ທັງໝົດ 1.120 ຄົນ. ໃນນີ້, ບາດເຈັບເລັກໜ້ອຍ 326 ຄົນ, ເຈັບສົມຄວນ 544 ຄົນ, ບາດເຈັບສາຫັດ 250 ຄົນ ແລະ ເສຍຊີວິດ 113 ຄົນ.
+ ໃນປີ 2024 ນີ້, ພະແນກຕຳຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ໄດ້ສະຫຼຸບສັງລວມ 10 ເຫດການອຸບັດຕິເຫດຕາມທ້ອງຖະໜົນ ໃນທົ່ວນະຄອນຫຼວງວຽງຈັນ ທີ່ມີຄວາມຮຸນແຮງ ແລະ ມີຜົນເສຍຫາຍຫຼາຍ ມີດັ່ງນີ້:
+ 1. ອຸບັດຕິເຫດລົດຕຳກັນສາມຄັນຊ້ອນ ຄື: ລົດຈັກຕຳກັບລົດຍົນ ແລ້ວຕຳກັບລົດບັນທຸກ ສົ່ງຜົນເຮັດໃຫ້ມີຄົນເສຍຊີວິດ 2 ຄົນ ມູນຄ່າຜົນເສຍຫາຍປະມານ 550.000.000 ກີບ; ເຫດການດັ່ງກ່າວ ເກີດຂຶ້ນໃນເວລາປະມານ 17:00 ໂມງຂອງວັນທີ 8 ກຸມພາ 2024 ຢູ່ທີ່ຖະໜົນ 13 ໃຕ້ ເຂດບ້ານນາລ້ອມ ເມືອງໄຊທານີ ນວ.
+ 2. ອຸບັດຕິເຫດລົດຍົນຕຳກັບລົດຈັກ ເຮັດໃຫ້ມີຄົນເສຍຊີວິດ 2 ຄົນ ຜົນເສຍຫາຍ ປະມານ 300.000.000 ກີບ, ເຫດການນີ້ ເກີດຂຶ້ນເວລາປະມານ 22:58 ໂມງ ຂອງວັນທີ 2 ກໍລະກົດ 2024 ຢູ່ຖະໜົນທ່າເດື່ອ ເຂດບ້ານດົງໂພສີ ເມືອງຫາດຊາຍຟອງ ນວ.
+ 3. ອຸບັດຕິເຫດລົດຕຳຫັນສາມຄັນຊ້ອນ ຄື: ລົດຈັກຕຳກັບລົດຈັກ ແລ້ວຕຳກັບລົດຍົນ ສົ່ງຜົນເຮັດໃຫ້ມີຄົນເສຍຊີວິດ 2 ຄົນ ຜົນເສຍຫາຍ ປະມານ 300.000.000 ກີບ, ເຫດການດັ່ງກ່າວ ເກີດຂຶ້ນໃນເວລາປະມານ 00:28 ໂມງຂອງວັນທີ 2 ທັນວາ 2024 ຢູ່ເສັ້ນທາງເຂດບ້ານຊຽງດາ ເມືອງໄຊເສດຖາ ນວ.
+ 4. ອຸບັດຕິເຫດລົດຍົນຕຳກັບລົດຈັກ ມີຄົນເສຍຊີວິດ 2 ຄົນ ຜົນເສຍຫາຍປະມານ 250.000.000 ກີບ, ເຫດການດັ່ງກ່າວ ເກີດຂຶ້ນໃນເວລາປະມານ 20:20 ໂມງ ຂອງວັນທີ 9 ສິງຫາ 2024 ຢູ່ທີ່ຖະໜົນລ້ານຊ້າງ ເຂດບ້ານຫັດສະດີ ເມືອງຈັນທະບູລີ ນວ.
+ 5. ອຸບັດຕິເຫດລົດຈັກຕຳກັບລົດຈັກ ຢ່າງຮູນແຮງ ສົ່ງຜົນເຮັດໃຫ້ມີຄົນເສຍຊີວິດ 2 ຄົນ ຜົນເສຍຫາຍປະມານ 150.000.000 ກີບ; ອຸບັດຕິເຫດໃນຄັ້ງນີ້, ເກີດຂຶ້ນໃນເວລາປະມານ 21:15 ໂມງ ຂອງວັນທີ 19 ສິງຫາ 2024 ຢູ່ທີ່ຖະໜົນ ເລກ 11 ເຂດບ້ານອ່າງນ້ອຍ ເມືອງສີໂຄດຕະບອງ ນວ.
+ 6. ອຸບັດຕິເຫດລົດຈັກຕຳກັບລົດຍົນ ເຮັດໃຫ້ມີຄົນເສຍຊີວິດ 1 ຄົນ ຜົນເສຍຫາຍປະມານ 800.000.000 ກີບ, ເຫດການເກີດຂຶ້ນໃນວັນທີ 25 ສິງຫາ 2024 ເວລາປະມານ 00:10 ໂມງ ຢູ່ທີ່ຖະໜົນດອນຈັນ ເຂດບ້ານທາດຂາວ ເມືອງສີສັດຕະນາກ ນວ.
+ 7. ອຸບັດຕິເຫດລົດຕຳກັນ 6 ຄັນຊ້ອນ ຄື: ລົດບັນທຸກຕຳກັບລົດບັນທຸກ ແລ້ວກັບກັບລົດຍົນ ຕຳກັບລົດຍົນ ຕຳລົດບັນທຸກ ແລະ ຕຳກັບລົດຈັກ ເຮັດໃຫ້ມີຄົນເສຍຊີວິດ 1 ຄົນ ຜົນເສຍຫາຍປະມານ 600.000.000 ກີບ, ເຫດການນີ້ ເກີດຂຶ້ນໃນວັນທີ 7 ຕຸລາ 2024 ເວລາປະມານ 11:30 ໂມງ ຢູ່ຖະໜົນຕາດມູນ ເຂດບ້ານວຽງຄໍາ ເມືອງສີໂຄດຕະບອງ ນວ.
+ 8. ອຸບັດຕິເຫດລົດຈັກຕຳກັບລົດຍົນ (ຕຳບໍ່ຢຸດຈອດ) ແຕ່ນໍາກັກຕົວຄູ່ກໍລະນີໄດ້ ເຮັດໃຫ້ມີຄົນເສຍຊີວິດ 1 ຄົນ ຜົນເສຍຫາຍປະມານ 400.000.000 ກີບ, ເຫດເກີດຂຶ້ນ ເວລາປະມານ 22:10 ໂມງ ຂອງວັນທີ 28 ພະຈິກ 2024 ຢູ່ເສັ້ນທາງ ເຂດບ້ານປາກທ້າງ ເມືອງສີໂຄດຕະບອງ.
+ 9. ອຸບັດຕິເຫດລົດຈັກຕຳກັບລົດຍົນ (ຕຳບໍ່ຢຸດຈອດ) ສາມາດຕິດຕາມນໍາກັກຕົວຄູ່ກໍລະນີໄດ້ ເຮັດໃຫ້ມີຄົນເສຍຊີວິດ 1 ຄົນ ແລະ ບາດເຈັດສາຫັດ 1 ຄົນ ຜົນເສຍຫາຍປະມານ 300.000.000 ກີບ, ເຫດເກີດໃນວັນທີ 15 ທັນວາ 2024 ເວລາປະມານ 00:48 ໂມງ ຢູ່ເສັ້ນທາງເຂດບ້ານຕານມີໄຊ ເມືອງໄຊທານີ.
+ 10. ອຸບັດຕິເຫດລົດຈັກຕຳກັບລົດຍົນ ສົ່ງຜົນເຮັດໃຫ້ມີຄົນເສຍຊີວິດ 1 ຄົນ ຜົນເສຍຫາຍປະມານ 200.000.000 ກີບ, ອຸບັດຕິເຫດດັ່ງກ່າວ ເກີດຂຶ້ນໃນເວລາປະມານ 15:30 ໂມງ ຂອງວັນທີ 21 ກັນຍາ 2024 ຢູ່ທີ່ຖະໜົນ ເລກ 10 ເຂດບ້ານທ່າສະຫວ່າງ ເມືອງໄຊທານີ ນວ.
+ ພັຕ ແສງ ພົມມະວົງ ຫົວໜ້າກອງສືບສວນ-ສອບສວນ ແກ້ໄຂຄະດີອຸບັດຕິເຫດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ: ຕະຫຼອດໄລຍະປີ 2024 ນີ້, ເຈົ້າໜ້າທີ່ຕຳຫຼວດວິຊາສະເພາະ ພາຍໃນກອງສືບສວນ-ສອບສວນ ແກ້ໄຂຄະດີອຸບັດຕິເຫດຈະລາຈອນ ນວ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານວິຊາສະເພາະຢ່າງຕັ້ງໜ້າ ເປັນຕົ້ນແມ່ນວຽກງານຫຼຸດຜ່ອນການເກີດອຸບັດຕິເຫດຕາມທ້ອງຖະໜົນ, ໂດຍສຸມໃສ່ການລົງໂຄສະນາເຜີຍແຜ່ກົດລະບຽບການສັນຈອນ ໃຫ້ຜູ້ຂັບຂີ່ຍານພາຫະນະ ກໍຄື ຜູ້ໃຊ້ລົດ-ໃຊ້ຖະໜົນ ຢູ່ຕາມສະຖານທີ່ຕ່າງໆ ເຊັ່ນ: ຢູ່ພາຍໃນໂຮງຮຽນ, ໂຮງຈັກ-ໂຮງງານ ແລະ ຢູ່ຕາມເສັ້ນທາງຕ່າງໆໃນເຂດຊຸມຊົນ ເພື່ອແນໃສ່ເຮັດໃຫ້ຜູ້ຂັບຂີ່ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກົດລະບຽບການສັນຈອນ ເພື່ອຊ່ວຍຫຼຸດຄວາມສ່ຽງທີ່ອາດຈະເກີດອຸບັດຕິເຫດຕາມທ້ອງຖະໜົນ.


ເບິ່ງຂໍ້ມູນເຊີງເລິກ ແລະ ການໂຄສະນາ
ບູສໂພສ
ຖືກໃຈ
ຄຳຄິດເຫັນ
ສົ່ງ
ແບ່ງປັນ


